ບໍລິຄຳໄຊ ສ້າງລາຍຮັບເຂົ້າງົບປະມານໄດ້ 742 ຕື້ກວ່າກີບ ປີ 2022

ແຫຼ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ປີ 2022 ທີ່ຜ່ານມາ ແຂວງບໍລິຄຳໄຊ ສ້າງມາດສ້າງລາຍຮັບໄດ້ທັງໝົດ (ທັງສູນກາງ ແລະ ທ່ອງຖິ່ນໄດ້ 742,65 ຕື້ກີບ ເທົ່າ ກັບ 89,30% ຂອງແຜນການປີ, ຫລຸດແຜນການ 10,70% ເປັນເງິນ 88,99 ຕື້ກີບ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 33,40% ເປັນເງິນ 185,93 ຕື້ກີບ, ໃນນີ້ລາຍຮັບພູດສ້າງລາຍຮັບເຂົ້າສູນກາງໄດ້ 431,99 ຕື້ກີບ ເທົ່າກັບ 71,96% ຂອງແຜນການປີ, ຫລຸດແຜນການ 28,04% ເປັນເງິນ 168,32 ຕື້ກີບ, ທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 21,92% ເປັນເງິນ 77,66 ຕື້ກີບ. ໃນນີ້, ລາຍຮັບຈາກພາສີໄດ້ 431,99 ຕື້ກີບ ເທົ່າກັບ 72,00% ຂອງແຜນການປີ, ຫລຸດແຜນການປີ 28,00% ເປັນເງິນ 168,00 ຕື້ກີບ, ຖ້າທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 24,30% ເປັນເງິນ 84,44 ຕື້ກີບ.

ສ່ວນລາຍຮັບຄຸ້ມຄອງວິສາຫະກິດ-ປະກັນໄພ ປະຕິບັດໄດ້ 0,34 ຕື້ກີບ ແລະ ລາຍຮັບຂາຍໄມ້ສູນກາງ 0,39 ຕື້ກີບ ລາຍຮັບພາຍໃນທ້ອງຖິ່ນປະຕິບັດໄດ້ 310,65 ຕື້ກີບ ເທົ່າກັບ 134,29% ຂອງແຜນການປີ, ລື່ນແຜນການປີ 34,29% ເປັນເງິນ 79,33 ຕື້ກີບ, ທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 53,50% ເປັນເງິນ 108,27 ຕື້ກີບ, ໃນນີ້ ລາຍຮັບສ່ວຍສາອາກອນປະຕິບັດໄດ້ 177,45 ຕື້ກີບ ເທົ່າກັບ 88,60% ຂອງແຜນການປີ, ຫລຸດແຜນການປີ 11,40% ເປັນເງິນ 22,82 ຕື້ກີບ, ທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 3,46% ເປັນເງິນ 5,94 ຕື້ກີບ; ລາຍຮັບຄຸ້ມຄອງຊັບສິນແຫ່ງລັດປະຕິບັດໄດ້ 133,04 ຕື້ກີບ ເທົ່າກັບ 428,49% ຂອງແຜນການປີ ລື່ນແຜນການ 328,49% ເປັນເງິນ 101,99 ຕື້ກີບ, ທຽບໃສ່ໄລຍະດຽວກັນ ປີຜ່ານມາ ເພີ່ມຂຶ້ນ 332,13% ເປັນເງິນ 102,26 ຕື້ກີບ; ລາຍຮັບຄຸ້ມຄອງວິສາຫະກິດ ປະຕິບັດໄດ້ 0,15 ຕື້ກີບ, ຖ້າທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 92,70%.

ຂໍ້ມູນດັ່ງກ່າວ, ໄດ້ຮັບການລາຍງານໃນກອງປະຊຸມ ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິ ບັດ, ແຜນງົບປະມານແຫ່ງລັດປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ຂອງພະແນກການເງິນແຂວງບໍລິຄຳໄຊ ຊຶ່ງຈັດຂຶ້ນໃນວັນທີ 30 ມັງກອນ 2023 ໂດຍມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຮອງເຈົ້າແຂວງ, ຜູ້ຊີ້ນຳວຽກງານເສດຖະກິດ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຕາງໜ້າພະແນກການ, ຂະແໜງການ ແລະ ຫ້ອງ ການການເງິນເມືອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານເຈົ້າແຂວງບໍລິຄຳໄຊ ກໍໄດ້ເນັ້ນບາງບັນຫາສຳຄັນ ເປັນຕົ້ນແມ່ນການກໍານົດບັນດາຄາດໝາຍສູ້ຊົນ, ວິທີການ, ມາດຕະການຈຸດສຸມໃນການຈັດຕັ້ງປະຕິບັດ ເພື່ອເປັນການເສີມຂະຫຍາຍຈຸດດີທີ່ເປັນພື້ນຖານ ແລະ ແກ້ໄຂຂໍ້ຄົງຄ້າງ ເຮັດໃຫ້ວຽກງານການເງິນ ມີການຫັນປ່ຽນໃນດ້ານຕັ້ງໜ້າ ແລະ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາແຂວງ ໃຫ້ມີບາດກ້າວຂະຫຍາຍ ຕົວຢ່າງຕໍ່ເນື່ອງ.
ຂປລ. ຂ່າວ: ວຽງສະຫວັນ