ສສກ ຍ້ອງຍໍການປະຕິບັດຂະບວນແຂ່ງຂັນຮັກຊາດ ແລະພັດທະນາ ໄລຍະ 5 ປີ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະດັບຫຼຽນ ແລະ ມອບໃບຍ້ອງຍໍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໄລຍະ 5 ປີ (2016-2020) ພ້ອມເປີດບັ້ນແຂ່ງຂັນແຕ່ນີ້ຮອດປີ 2025 ໃນວັນທີ 30 ມັງກອນ 2023 ໂດຍການເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ, ມີຮອງລັດຖະມົນຕີ, ອະດີດການນຳຂັ້ນສູງ, ພະນັກງານ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ພຸດ ສິມມາລາວົງ ໄດ້ໃຫ້ຮູ້ວ່າ: ການຈັດພິທີໃນຄັ້ງນີ້, ມີຄວາມໝາຍຄວາມສໍາຄັນສໍາລັບສະມາຊິກພັກ, ພະນັກງານ, ຄູອາຈານ ແລະ ນັກວິທະຍາສາດ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ຕະຫຼອດ 5 ປີຜ່ານມາ (2016-2020), ຜົນສໍາເລັດ ແລະ ຜົນງານເຫຼົ່ານັ້ນ ໄດ້ຖືກຈັດຕັ້ງປະຕິບັດໃນທ່າມກາງການທົດສອບ ຂອງສະພາບການພົວພັນສາກົນ ທີ່ມີລັກສະນະສະຫລັບສັບຊ້ອນ ສາມາດຄາດເດົາໄດ້ຍາກ, ສະພາບການລະບາດຂອງພະຍາດໂຄວິດ-19, ໄພທຳມະຊາດ, ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ອື່ນໆ, ແຕ່ພວກເຮົາກໍໄດ້ພ້ອມກັນບຸກທະລຸ ປະຕິບັດບັນດາຄາດໝາຍສູ້ຊົນຂອງຂະແໜງການ ຈົນມີຜົນສຳເລັດຫລາຍດ້ານ ພິ ເສດດ້ານການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກໃນທົ່ວປະເທດ ເຊິ່ງພວກເຮົາໄດ້ນໍາສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງ ຢູ່ຂັ້ນແຂວງ-ນະ ຄອນຫລວງ ແລະ ຂັ້ນເມືອງຢ່າງເປັນຂະບວນການ ແລະ ມີເນື້ອໃນເລິກເຊິ່ງ, ສ້າງມາດຕະຖານ 3 ສ້າງຂອງຂະແໜງການເປັນບ່ອນອີງໃຫ້ແກ່ຮາກຖານ, ນຳພາ-ຊີ້ນຳ ລັດວິສາຫາກິດໃຫ້ມີຜົນກຳໄລ ແລະ ທົ່ວຂະແໜງການຮັກສາໄດ້ຄວາມສະຫງົບພາຍໃນ.

ໂອກາດນີ້, ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຕີລາຄາສູງຕໍ່ການຊີ້ນຳ-ນຳພາຂອງອະດີດການນຳ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍໝູ່ຄະນະ ທີ່ໄດ້ນໍາພາ-ຊີ້ນໍາຂະບວນການແຂ່ງຂັນຮັກຊາດ ພັດທະນາດ້ວຍຄວາມຮັບຜິດຊອບສູງ, ມີວິທະຍາສາດ ແລະ ຜັນຂະ ຫຍາຍໄດ້ຢ່າງແທດເໝາະກັບສະພາບ ແລະ ຈຸດພິເສດຂອງຂະແໜງການພວກເຮົາ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະນຳ, ພະນັກງານ ແລະ ບັນດາຄູອາຈານ ບຸກບືນ ແລະ ເອົາໃຈໃສ່ຫລາຍດ້ານ ຕໍ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄື ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໃນໄລຍະໃໝ່ ເປັນ ຕົ້ນແມ່ນຄຸນນະພາບການສຶກສາ, ການປະລະການຮຽນ, ການຝຶກອົບຮົມວິຊາຊີບ, ສ້າງພື້ນຖານການຫັນປ່ຽນການສຶກສາ ເພື່ອຮອງຮັບໂຄງປະກອບເສດຖະກິດໃໝ່ ແລະ ເພື່ອສ້າງສະພາບແວດລ້ອມການຮຽນຮູ້ຕະຫລອດຊີວິດ ໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານບົດສະຫລຸບວຽກງານແຂ່ງຂັນ ແລະ ຍ້ອງ ຍໍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ປີ 2016-2020 ແລະ ທິດທາງແຜນການຮອດປີ 2025, ພ້ອມທັງຍ້ອງຍໍຜົນງານ 5 ປີ ໃຫ້ບຸກຄົນ ແລະ ກົມກອງພາຍໃນສໍານັກງານກະຊວງສຶກສາທິການ ແລະ ກິລາ ທັງໝົດ 1.138 ທ່ານ ແລະ 38 ກົມກອງ. ໃນນັ້ນ, ປະກອບມີ ຫລຽນໄຊແຮງງານ ຊັ້ນ I ຈຳນວນ 131 ທ່ານ ແລະ 19 ກົມກອງ, ຫລຽນໄຊແຮງງານ ຊັ້ນ II ຈຳນວນ 96 ທ່ານ ແລະ 6 ກົມກອງ, ຫລຽນໄຊແຮງງານ ຊັ້ນ III ຈໍານວນ 158 ທ່ານ ແລະ 1 ກົມກອງ, ຫລຽນກາແຮງງານ ຈຳນວນ 194 ທ່ານ ແລະ 12 ກົມກອງ, ໃບຍ້ອງຍໍລັດຖະບານ ຈຳນວນ 394 ທ່ານ, ໃບຍ້ອງຍໍຂັ້ນກະຊວງ ຈຳນວນ 165 ທ່ານ.
ຂປລ. ຂໍ້ມູນ: ກະຊວງສຶກສາທິການ ແລະ ກິລາ