ກວດກາຄວາມສອດຄ່ອງດ້ານກົດໝາຍຂອງຮ່າງດຳລັດ ວ່າດ້ວຍປ່າສະຫງວນ

ເມື່ອບໍ່ດົນມານີ້, ກົມປ່າໄມ້ກະຊວງກະສິກຳ ແລະປ່າໄມ້ ຮ່ວມກັບກົມກົດໝາຍ ກະຊວງຍຸຕິທຳຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງດຳລັດ ວ່າດ້ວຍປ່າສະຫງວນ ໂດຍການເປັນປະທານຂອງທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີທ່ານ ສຸລິຍາ ສີດາວົງ ຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ທ່ານ ສົມຫວັງ ພິມມະວົງ ຮອງຫົວໜ້າກົມປ່າໄມ້ ພ້ອມດ້ວຍຄະນະຮັບຜິດຊອບສ້າງຮ່າງດຳລັດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເພື່ອກວດກາຄວາມສອດຄ່ອງທາງດ້ານເນື້ອໃນ, ຫລັກການ ແລະມາດຕະການຂອງຮ່າງດຳລັດໃຫ້ມີຄວາມຖືກຕ້ອງສອດຄ່ອງຄົບຖ້ວນ, ສົມບູນ ແລະຮັດກຸມກ່ອນນໍາສະເໜີເຂົ້າກອງປະຊຸມລັດຖະບານ ປະຈໍາປີ 2023 ແລະເພື່ອເຮັດໃຫ້ດຳລັດດັ່ງກ່າວສາມາດນໍາໃຊ້ໄດ້ຕາມຈຸດປະສົງ ແລະເປົ້າໝາຍທີ່ໄດ້ກໍານົດໄວ້ເຊິ່ງຮ່າງດໍາລັດວ່າດ້ວຍປ່າສະຫງວນປະກອບມີ 9 ພາກ, 9 ໜວດ ແລະ 77 ມາດຕາ.

ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສົນທະນາ ແລະແລກປ່ຽນຄວາມຄິດເຫັນທາງດ້ານຫລັກການ, ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະນຳໃຊ້ປ່າສະຫງວນ ແລະທີ່ດິນປ່າສະຫງວນ ໃຫ້ມີຄວາມຍືນຍົງຕາມທິດສີຂຽວປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຢ່າງກົງໄປກົງມາ ແລະມີຄວາມຮັບຜິດຊອບສູງ.
ຂປລ.