ສ້າງຄວາມເຂັ້ມແຂງການດໍາເນີນຄະດີພາສີ-ອາກອນ ແລະສັດນໍ້າ-ສັດປ່າ

ອົງການໄອຍະການ ປະຊາຊົນສູງສຸດ ຮ່ວມກັບກະຊວງການເງິນໄດ້ຈັດກອງປະຊຸມຮ່ວມກັນເພື່ອຈັດຕັ້ງຜັນຂະຫຍາຍກົນໄກປະສານງານລະຫວ່າງສອງພາກສ່ວນ ຄັ້ງທີ 1 ໃນລະຫວ່າງວັນທີ 1-3 ກຸມພາ 2023 ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແລະທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີ ກະຊວງການເງິນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນຈາກອົງການອະນຸລັກສັດປ່າ ປະຈຳ ສປປ ລາວ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຮ່ວມລະຫວ່າງສອງອົງການ ສະບັບລົງວັນທີ 9 ມິຖຸນາ 2022 ແລະ ກໍານົດທິດທາງແຜນການປີ 2023, ຈັດສໍາມະນາ ແລະຝຶກອົບຮົມວຽກງານການດໍາເນີນຄະດີພາສີ-ອາກອນ, ສັດນໍ້າສັດປ່າ ແລະຄະດີອື່ນໆ ທີ່ເປັນການກະທໍາຜິດທາງອາຍາ.

ໃນກອງປະຊຸມຄະນະປະທານກອງປະຊຸມ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງທໍາອິດນັບແຕ່ສອງຝ່າຍ ພາຍຫຼັງທີ່ໄດ້ເຊັນບົດບັນທຶກຮ່ວມກັນຜ່ານມາ,ສະນັ້ນໃນການຈັດກອງປະຊຸມຄັ້ງນີ້ເປັນການປະກອບສ່ວນສຳຄັນ ແລະ ແຂງແຮງເຂົ້າໃນການເສີມສ້າງຄວາມເຂັ້ມແຂງໃນການດໍາເນີນຄະດີພາສີ-ອາກອນ ແລະ ການສະກັດກັ້ນ ແລະ ຕ້ານ ອາຊະຍາກໍາສັັດນໍ້າ-ສັດປ່າ ໃຫ້ແກ່ຄະນະປະສານງານທັງສອງຝ່າຍ ທີ່ເຮັດໜ້າທີ່ຮ່ວມກັນ ໃຫ້ມີບົດຮຽນທາງພາກທິດສະດີ ແລະ ພຶດຕິກໍາຕົວຈິງເພີ່ມຂຶ້ນ ແລະ ທີ່ສໍາຄັນເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຊຶ່ງປັດຈຸບັນຢູ່ໃນທົ່ວສັງຄົມກໍາລັງສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງຕັ້ງໜ້າ.

ເພື່ອເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງການເງິນ ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອທົບທວນ ແລະ ເຮັດວຽກຮ່ວມກັນ, ພັດທະນາຂີດຄວາມສາມາດຂອງພະນັກງານໃນການດໍາເນີນຄະດີ ດັ່ງກ່າວ ແລະ ເພື່ອຮັບປະກັນຄຸນນະພາບໃນການເຄື່ອນໄຫວປະຕິບັດໜ້າທີ່ການດໍາເນີນຄະດີ ໃຫ້ມີແບບແຜນວິທີເຮັດວຽກທີ່ມີວິທະຍາສາດແທດເໝາະກັບຕົວຈິງ ພ້ອມທັງສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບໃຫ້ແກ່ເຈົ້າໜ້າທີ່ພາສີ-ອາກອນ ກໍຄືພະນັກງານໄອຍະການ ໃນການປະຕິບັດໜ້າທີ່ດໍາເນີນຄະດີພາສີ-ອາກອນ ແລະ ຄະດີອື່ນໆທີ່ເປັນການກະທໍາຜິດທາງອາຍາ ໃຫ້ເລິກເຊິ່ງດ້ວຍຄວາມໜັກແໜ້ນທາງດ້ານຫຼັກການຂອງກົດໝາຍ ແລະ ຮັດກຸມທາງດ້ານຂໍ້ມູນຫຼັກຖານ ຮັບປະກັນໃຫ້ການດໍາເນີນຄະດີ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ໃຫ້ມີຄວາມໂປ່ງໃສ, ຍຸຕິທໍາ ແລະ ຖືກຕ້ອງຕາມກົດໝາຍ. ພ້ອມທັງຮັບປະກັນໃຫ້ໄດ້ສາມຫຼັກການ ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດຄື: ຄວາມເດັດຂາດ, ຄວາມໂປ່ງໃສ ແລະ ເປັນມືອາຊີບ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນຕໍ່ການປະຕິບັດໜ້າທີ່ໃນການດໍາເນີນຄະດີ ຕາມຂະບວນຍຸຕິທໍານັບມື້ນັບຫຼາຍຂຶ້ນ.

ຕະຫຼອດໄລຍະດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມຍັງຈະໄດ້ພ້ອມກັນປຶກສາຫາກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດບົດບັນທຶກວ່າດ້ວຍການປະສານງານລະຫວ່າງອົງການໄອຍະການປະຊາຊົນສູງສຸດ ກັບ ກະຊວງການເງິນ ສະບັບລົງວັນທີ 9 ມິຖຸນາ 2022, ປຶກສາຫາລືກ່ຽວກັບຮູບແບບການຈັດຝຶກອົບຮົມສຳລັບວຽກງານກວດກາ, ການດຳເນີນຄະດີພາສີ,ສ່ວຍສາອາກອນ ແລະ ການກະທຳຜິດອຶ່ນໆ ລວມທັງການສ້າງຂີດຄວາມອາດສາມາດໃຫ້ພະນັກງານທີ່ກ່ຽວຂ້ອງຂອງຂະແໜງການເງິນຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ເຂົ້າໃຈຢ່າງທົ່ວເຖິງ, ຜ່ານຮ່າງເນື້ອໃນຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດການດຳເນີນຄະດີຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີອາກອນຄ້າງມອບ, ປຶກສາຫາລື ກ່ຽວກັບ ການສ້າງປຶ້ມຄູ່ມືແນະນຳໃນການດຳເນີນຄະດີພາສີ, ຄະດີແພ່ງ ແລະ ຄະດີອາຍາ ແລະ ປຶກສາຫາລືກ່ຽວກັບການສ້າງຄວາມເຂັ້ມແຂງໃນການຕ້ານ ແລະ ສະກັດກັ້ນອາຊະຍາກຳສັດປ່າພາຍໃຕ້ບົດບັນທຶກຂອງສອງພາກສ່ວນ. ນອກຈາກນັ້ນ, ຍັງຈະໄດ້ແລກປ່ຽນບົດຮຽນກ່ຽວກັບການດຳເນີນຄະດີພາສີ ແລະ ການດຳເດີນຄະດີສັດນໍ້າ-ສັດປ່າຂອງເຈົ້າໜ້າທີ່ພາສີ-ອາກອນໃນຖານະເຈົ້າໜ້າທີ່ພາສີເປັນປ້ອມດ່ານໜ້າເມື່ອມີການລັກລອບນໍາເອົາສັດນໍ້າ-ສັດປ່າທີ່ຫວງຫ້າມເຂົ້າ-ອອກ ສປປ ລາວ ແລະ ການດຳເນີນຄະດີອາຍາ ແລະ ການຕິດຕາມກວດກາ ການດຳເນີນຄະດີອາຍາ ຂອງອົງການໄອຍະການປະຊາຊົນ
(ຂ່າວ-ພາບ: ສຳນານ)