ພິດເສດຖະກິດໂລກເຮັດໃຫ້ຍອດສົ່ງອອກພິກໄທກຳປູເຈຍຫຼຸດລົງ 30%

ການສົ່ງອອກໝາກພິກໄທກຳປອດຂອງກຳປູເຈຍ ໃນປີ 2022 ທີ່ຜ່ານມາມີປະລິມານພຽງ 79 ໂຕນຫຼຸດລົງຈາກປີກ່ອນໜ້ານີ້ຊຶ່ງຢູ່ທີ່ 114 ໂຕນ ເນື່ອງຈາກສະຖານະການເສດຖະກິດໂລກທີ່ລໍຕົວໂດຍສະເພາະໃນເອີຣົບ.


ການສົ່ງອອກໝາກພິກໄທກຳປອດໜຶ່ງໃນສອງຜະລິດຕະພັນຂອງກຳປູເຈຍ ຊຶ່ງໄດ້ຂຶ້ນທະບຽນສິ່ງບ່ງບອກທາງພູມມີສາດ (ຈີໄອ) ໃນສະຫະພາບເອີຣົບ (ອີຢູ) ຢູ່ທີ່ພຽງ 79 ໂຕນໃນປີ 2022 ຫຼຸດລົງ 30,7% ຫຼືເກືອບ 1 ໃນ 3 ຈາກປະລິມານ 114 ໂຕນໃນປີ 2021. ພິກໄທກຳປອດປະກອບດ້ວຍ 3 ສາຍພັນຄື ສາຍພັນດຳ,ແດງ ແລະຂາວ ຊຶ່ງຈຳໜ່າຍໃນລາຄາ 15 ໂດລາສະຫະລັດ, 25 ໂດລາ ແລະ 28 ໂດລາຕໍ່ກິໂລກຣາມຕາມລໍາດັບໂດຍ 85% ສົ່ງອອກໄປເອີຣົບ ສ່ວນ 15%ສົ່ງອອກໄປອາເມລິກາ,ການາດາ, ສປຈີນ, ຍີ່ປຸ່ນ ແລະສ. ເກົາຫຼີ

ທັງນີ້ສະຖິຕິການສົ່ງອອກທີ່ຫຼຸດລົງເກີດຈາກຜູ້ບໍລິໂພກຫຼຸດການໃຊ້ຈ່ານສິນຄ້າທີ່ບໍ່ຈຳເປັນເນື່ອງຈາກເສດຖະກິດຂອງເອີຣົບລໍຕົວ, ບວກກັບສະກຸນເງີນເອີໂຣອ່ອນຄ່າ.