ຄະນະນັກສຶກສາວິທະຍາສາດສັງຄົມສໍາເລັດການເກັບກໍາຂໍ້ມູນ ຢູ່ 2 ແຂວງພາກກາງ

ຄະນະນໍາ-ຄະນະອາຈານ ແລະບັນດານັກສຶກສາຄະນະວິທະ ຍາສາດສັງຄົມມະຫາວິທະຍາໄລ ແຫ່ງຊາດ ຊຶ່ງນໍາໂດຍທ່ານ ເດຊາ ນຸລາດ ແສນດວງເດດ  ຮັກສາການຄະນະບໍດີຄະນະວິທະຍາສາດສັງ ຄົມໄດ້ເດີນທາງໄປທັດສະນະສຶກສາຢູ່ແຂວງບໍລິຄໍາໄຊ ແລະແຂວງ ຄໍາມ່ວນ ໃນລະຫວ່າງວັນທີ 28 ຫາວັນທີ 31 ມີນາ 2019 ໂດຍມີ ຄະນະນໍາ-ຄະນະອາຈານ ແລະ ບັນດານັກສຶກສາເຂົ້າຮ່ວມ 100 ກວ່າຄົນ.

ສໍາລັບການທັດສະນະສຶກສາ ຢູ່ແຂວງບໍລິຄໍາໄຊ ຍັງໄດ້ມີການ ລາຍງານຈາກຄະນະອໍານວຍການ ເຂື່ອນໄຟຟ້ານໍ້າງຽບ 1 ແລະນາຍ ບ້ານພູໂຮມໄຊຢ່າງລະອຽດ ແລະ ຖີ່ຖ້ວນ ຊຶ່ງສາມາດເກັບກໍາຂໍ້ມູນ ກ່ຽວກັບສະພາບການຈັດສັນຢູ່ບ້ານ ພູໂຮມໄຊທີ່ໄດ້ໂຮມເອົາຈໍານວນ 4 ບ້ານ ແລະ1 ຄຸ້ມຊຶ່ງເປັນເຂດຈັດ ສັນທີ່ໄດ້ຖືກຜົນກະທົບ   ໂດຍກົງຈາກ ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ແລະບ້ານດັ່ງກ່າວໄດ້ສ້າງຂຶ້ນໃນ ທ້າຍປີ 2017 ເປັນບ້ານທີ 44 ຂອງເມືອງບໍລິຄັນ   ແຂວງບໍລິຄໍາໄຊ ປະກອບດ້ວຍ 5 ໜ່ວຍງານ, ມີອົງການຈັດຕັ້ງມະຫາຊົນ, ມີ 83 ຫຼັງຄາເຮືອນ, ມີ 91 ຄອບຄົວ, ມີປະ ຊາ ກອນທັງໝົດ 600 ຄົນ; ຈາກ ນັ້ນ,  ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ກໍ່ໄດ້ໃຫ້ການຊ່ວຍເຫຼືອແກ້ໄຂ ໃນທາງທີ່ດີ, ຖືກຕ້ອງ ແລະຊາວບ້ານໄດ້ມີຄວາມເພິ່ງພໍໃຈໃນລະດັບ ດີສົມຄວນ ໂດຍໄດ້ມີການຊົມໃຊ້ພື້ນ ຖານໂຄງລ່າງຊົນລະປະທານ ຊຶ່ງໃນຂະນະນີ້ໄດ້ສໍາເລັດການສ້າງລະບຽບ, ແຕ່ງຕັ້ງຄະນະກໍາມະການ ຄຸ້ມຄອງ ແລະມີຊາວບ້ານ 82 ຄອບຄົວເຂົ້າຮ່ວມທົດລອງ ແລະ ນໍາໃຊ້ໃນການຜະລິດເຂົ້ານາປີ  ແລະປູກພືດເສດຖະກິດລະດູແລ້ງ; ມີການພັດທະນາທີ່ດິນ; ລ້ຽງສັດ ດ້ວຍວິຊາການ ແລະການພັດທະ ນາດ້ານອື່ນໆ.

ສັງລວມແລ້ວ; ປະຊາຊົນໄດ້ເຂົ້າຮ່ວມກິດຈະກໍາໂຄງການເພີ່ມຄວາມຮູ້ ແລະປະສົບການຈາກການ ຈັດຕັ້ງປະຕິບັດກິດຈະກໍາປັບປຸງຊີ ວິດການເປັນຢູ່ (ຝຶກອົບຮົມ, ຈັດທັດສະນະສຶກສາ, ແລກປ່ຽນບົດ ຮຽນ ແລະປະສົບການພາຍໃນ ໂຄງການ ແລະນອກພື້ນທີ່); ມີອາຫານການກິນ ໂດຍພື້ນຖານ ແລະຫຼຸດຜ່ອນການຊື້ຜະລິດຕະພັນກະ ສິກໍາຈາກຂ້າງນອກ ແລະຍັງມີ ການສ້າງລາຍຮັບພາຍໃນຄອບຄົວ ເຮັດໃຫ້ເກີດມີຕົວແບບດ້ານກະສິກໍາແບບປະສົມປະສານ  ແລະພ້ອມນັ້ນ; ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ຍັງໃຫ້ການສະໜັບສະໜູນທາງ ດ້ານເຕັກນິກ, ແຫຼ່ງທຶນ ແລະອຸປະ ກອນໃນການຈັດຕັ້ງປະຕິບັດກິດຈະ ກໍາຕ່າງໆເຮັດໃຫ້ຊີວິດການເປັນຢູ່ ຂອງຊາວບ້ານດີຂຶ້ນເປັນກ້າວໆ.

ສໍາລັບຢູ່ແຂວງຄຳມ່ວນ; ໄດ້ ຈັດຕັ້ງໃຫ້ມີການສໍາມະນາ ໂດຍ ການເປັນປະທານຮ່ວມຂອງທ່ານ ຄໍາໄພ ເພັງແພງເມືອງ ຮອງຫົວ ໜ້າຫ້ອງວ່າການແຂວງຄຳມ່ວນ  ແລະທ່ານ  ເດຊານຸລາດ ແສນດວງ ເດດ ຮັກສາການຄະນະບໍດີຄະນະວິທະຍາສາດສັງຄົມຊຶ່ງໄດ້ຮັບການລາຍງານສະພາບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດສັງ ຄົມຂອງແຂວງ ຊຶ່ງມີຫຼາຍບັນຫາ ທີ່ພົ້ນເດັ່ນ ໂດຍສະເພາະແມ່ນໄດ້ມາ ຈາກຫຼາຍເງື່ອນໄຂທີ່ເປັນທ່າແຮງ ບົ່ມຊ້ອນ ໂດຍສະເພາະຈາກການ ເປັນເມືອງຜ່ານຕາມແລວເສດຖະ ກິດຕາເວັນອອກ-ຕາເວັນຕົກ; ເໜືອໃຕ້ໃນນີ້ແຂວງຍັງມີແຫຼ່ງທ່ອງທ່ຽວ ທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາທີ່ເລື່ອງລືສາມາດ ດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາຢ່າງຫຼວງ ຫຼາຍ ແລະພ້ອມດຽວກັນ;  ແຂວງ ຄໍາມ່ວນ ຍັງທີ່ທ່າແຮງຊັບພະຍາ ກອນທາງທໍາມະຊາດ ຊຶ່ງເປັນເງື່ອນ ໄຂຊຸກຍູ້ສົ່ງເສີມການພັດທະນາ ທ້ອງຖິ່ນຕາມທິດນໍາຂອງພັກ ແລະ ລັດຖະບານ ໂດຍສະເພາະຕາມທິດ 3 ສ້າງຕິດພັນກັບຂະບວນການ ຮັກຊາດ ແລະພັດທະນາ.

ໃນຂະນະດຽວກັນນັ້ນ; ບັນດາອາຈານ ແລະນັກສຶກສາຕ່າງກໍ່ໄດ້ ມີການຊັກຖາມເພື່ອນໍາເອົາບັນດາ ຂໍ້ມູນດ້ານຕ່າງໆຂອງແຂວງເປັນຕົ້ນຂະບວນການພັດທະນາ, ບັນຫາແລະສິ່ງທ້າທາຍເພື່ອນໍາມາຂຽນບົດລາຍງານ, ບົດວິໄຈ ແລະບົດ ຕ່າງໆແຕ່ກໍ່ໄດ້ມີການຕອບໂຈດໃນ ທາງສ້າງສັນຈາກທ່ານຮອງຫົວ ໜ້າຫ້ອງວ່າການແຂວງຄຳມ່ວນ; ຈາກການນໍາຂອງພະແນກແຜນການ ແລະການລົງທຶນ; ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; ພະແນກຊັບພະຍາກອນ ແລະສິ່ງແວດລ້ອມ; ພະແນກກະສິ ກໍາ ແລະປ່າໄມ້ ແລະພະແນກພະ ລັງງານ ແລະບໍ່ແຮ່ ແລະໃນໂອ ກາດດຽວກັນນັ້ນ; ຄະນະດັ່ງກ່າວ,  ຍັງໄດ້ເດີນທາງໄປຍັງບ້ານຊຽງ ຫວາງເມືອງໜອງບົກເພື່ອເຄົາລົບຮູບຫຼໍ່ ແລະສຶກສາຮຽນຮູ້ປະຫວັດ ແລະການເຄື່ອນໄຫວປະຕິວັດຂອງປະທານໂຮຈິມີນ ຢູ່ໃນໂລກກໍ່ຄືການເຄື່ອນໄຫວຂອງເພິ່ນຢູ່ບົນດິນແດນລາວ ໂດຍສະເພາະຢູ່ບ້ານ ຊຽງຫວາງ  ເມືອງໜອງບົກ; ຈາກ ນັ້ນ, ຄະນະນັກສຶກສາກໍເດີນທາງໄປທ່ຽວຊົມແຫຼ່ງທ່ອງທ່ຽວທໍາມະຊາດຈໍານວນໜຶ່ງ.

ໂດຍ: ຣັດສະໝີ