ທ່ານ ບຸນມີ ຫຼ່ຽມໄຊຍະຈັກ” ຖືກແຕ່ງຕັ້ງເປັນປະທານສະຫະພັນບານເຕະຄົນພິການ ນວ ກຽມລຸຍ “ຊຽງຂວາງ ພາຣາເກມ”

​ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ນັກທຸລະກິດໜຸ່ມລາວທີ່ກຳລັງມາແຮງປະທານສະໂມສອນ ເບ ປີ້ງແບ້ ສະຫວັນ ທັງເປັນຜູ້ບໍລິຫານງານສະໜາມກິລາຫຍ້າທ່ຽມ ເຟີຣາຣີ ຖືກແຕ່ງຕັ້ງໃຫ້ເປັນປະທານສະຫະພັນບານເຕະຄົນພິການ ນະຄອນຫຼວງວຽງຈັນ ຫຼື ນວ ຢ່າງເປັນທາງການເພື່ອກຽມຄວາມພ້ອມນຳພາທັບນັກເຕະຄົນພິການຕາ ນວ ເຂົ້າຮ່ວມສ້າງຜົນງານໃນງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື “ຊຽງຂວາງ ພາຣາເກມ” ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 14-18 ກຸມພາ 2023.

ອີງຕາມມາດຕາ 19, 20 ໝວດທີ 4 ຂອງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່ຂອງເຈົ້າແຂວງ/ເຈົ້າຄອງນະຄອນຫຼວງ, ອີງຕາມທຳມະນູນຂອງຄະນກຳມະການພາຣາແລມປິກແຫ່ງຊາດລາວ ສະບັບລົງວັນທີ 9 ກຸມພາ 2018 ແລະອີງຕາມການຄົ້ນຄວ້າ ແລະມີຄວາມເປັນເອກະພາບຕົກລົງເຫັນດີ ໃນກອງປະຊຸມບັນດາສະຫະພັນກິລາບານເຕະຄົນພິການ ນວ ຄັ້ງວັນທີ 3 ກຸມພາ 2023 ດັ່ງນັ້ນ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກຂໍ້ຕົກລົງ ເລກທີ 129/ຈນວ, ລົງວັນທີ 31 ມັງກອນ 2023 ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນບານເຕະຄົນພິການ ນວ ໂດຍແຕ່ງຕັ້ງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ນັກທຸລະກິດໜຸ່ມລາວ ທີ່ກຳລັງມາແຮງ ເປັນປະທານສະຫະພັນບານເຕະຄົນພິການ ນວ, ທ່ານ ວິລະພົງ ອິນທິລາດ ຮອງຫົວໜ້າຄະນະຈັດຕັ້ງ ນວ, ທ່ານ ບຸນມີ ໄຊຍະວົງ ຈາກພະແນກສວຍສາອາກອນ ແລະທ່ານ ຄອນສະຫວັນ ສິດທິໄທ ຈາກພະແນກແຜນການ ແລະການລົງທຶນ ນວ ເປັນຮອງປະທານ ສ່ວນ ທ່ານ ຈາຕຸລົມ ສີລິສັກ ຈາກພະແນກສຶກສາທິການ ແລະ ກິລາ ເປັນເລຂາທິການ ນອກນັ້ນ ກໍຍັງມີຄະນະອີກ 4 ທ່ານ.

ພາຍຫຼັງໄດ້ຮັບການແຕ່ງຕັ້ງຈາກທ່ານເຈົ້າຄອງ ນວ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ໃຫ້ສຳພາດວ່າ: ໃນຄວາມຮູ້ສຶກສ່ວນຕົວແມ່ນມີຄວາມພາກພູມໃຈເປັນຢ່າງສູງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄະນະນຳຂັ້ນສູງຂອງ ນະຄອນຫຼວງ ກໍຄືທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ເວົ້າລວມ, ເວົ້າສະເພາະແມ່ນພະແນກສຶກສາທິການ ແລະ ກິລາ ນວ ແຕ່ງຕັ້ງໃຫ້ມາຮັບໜ້າທີ່ເປັນປະທານຄະນະບໍລິຫານງານສະຫະພັນບານເຕະຄົນພິການ ນວ ຄົນໃໝ່ ແລະ ຂໍໃຫ້ຄຳໝັ້ນສັນຍາວ່າຄະນະບໍລິຫານງານສະຫະພັນພວກເຮົາທຸກຄົນຈະພ້ອມພຽງກັນປະຕິບັດໜ້າທີ່ອັນມີກຽດນີ້ຢ່າງສຸດຄວາມສາມາດ ແລະ ນຳພາພັດທະນາວົງການກິລາບານເຕະຄົນພິການໃຫ້ເຕີບໃຫຍ່ເຂັ້ມແຂງເຂົ້າຮ່ວມສ້າງຜົນງານນຳເອົາແຊ໋ມ ກໍຄືຫຼຽນຄຳ ໃນງານກິລາ ຊຽງຂວາງ ພາຣາເກມ ຄັ້ງທີ 3 ຈະຈັດຂຶ້ນທີ່ແຂວງຊຽງຂວາງ ໃນມໍ່ໆນີ້ສ້າງກຽດ ແລະຊື່ສຽງໃຫ້ຊາວນະຄອນຫຼວງ ໄດ້ພາກພູມໃຈ. ສ່ວນແຜນໃນຕໍ່ໜ້າກໍມີເປົ້າໝາຍຢາກພັດທະນາກິລາບານເຕະຄົນພິການສາມາດກ້າວສູ່ເວທີສາກົນ ໂດຍສະເພາະຈະຮ່ວມການແຂ່ງຂັນທີ່ນະຄອນຫຼວງບາງກອກ ປະເທດໄທ ເປັນເຈົ້າພາບໃນຕໍ່ໜ້ານີ້ເພື່ອໃຫ້ຄົນໃນທົ່ວໂລກຮູ້ວ່ານັກກິລາຄົນພິການລາວກໍມີຄວາມສາມາດບໍ່ແພ້ຊາດໃດໃນໂລກນີ້.

​ສຳລັບຜົນງານຂອງທ່ານ ບຸນມີ ຫຼ່ຽມໄຊຍະຈັກ ໃນວົງການກິລາລາວໄດ້ນຳພາທັບນັກກິລາຟຸດຊໍ ສະໂມສອນ ເບ ປີ້ງແບ້ ສະຫວັນ ຄອງແຊ໋ມ ແລະ ຮອງແຊ໋ມ ລາຍການຟຸດຊໍ ຣີໄວ ຄັບ ຫຼ້າສຸດ ກໍເປັນອີກສ່ວນໜຶ່ງໃນການສະໜັບສະໜູນທັບນັກກິລາບານເຕະນະຄອນຫຼວງຄວ້າແຊ໋ມລາຍການບານເຕະແຫ່ງຊາດ ປະຈຳປີ 2022 ທີ່ ສຕລ ຈັດຂຶ້ນ ແລະເປັນຮອງແຊ໋ມບານເຕະຊາຍ ຊຽງຂວາງເກມ ອີກດ້ວຍສ່ວນທາງດ້ານທຸລະກິດ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ກໍຍັງໄດ້ລົງທຶນເຮັດທຸລະກິດຫຼາຍດ້ານໂດຍສະເພາະແມ່ນເປີດຮ້ານອາຫານ ເບ ປີ້ງແບ້ສະຫວັນ ທັງເປັນຜູ້ບໍລິຫານງານສະໜາມກິລາບານເຕະຫຍ້າທຽມ ເຟີຣາຣີ ແລະເຮັດທຸລະກິດອະສັງຫາລິມະສັບ ລວມທັງເປີດບໍລິສັດ ເບສະຫວັນ ອິນເຕີ ຈຳກັດຜູ້ດຽວ ກ່ຽວກັບການຮັບເໝົາກໍ່ສ້າງສະໜາມຫຍ້າທຽມອີກດ້ວຍ.