ເສດຖະກິດແຂວງໄຊຍະບູລີ ການຂະຫຍາຍຕົວ ລະດັບ 4,9%

ຕາມການລາຍງາຈາກທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ກ່ຽວກັບການເຄື່ອນໄຫວວຽກງານພົ້ນເດັ່ນຂອງອົງການປົກຄອງແຂວງ ໃນປີ 2022 ແລະ ທິດທາງແຜນວຽກຈຸດສຸມໃນ ປີ 2023 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນວັນທີ 8 ກຸມພາ 2023 ໂດຍທ່ານໄດ້ຍົກໃຫ້ເຫັນເຖິງ ການຈັດຕັ້ງປະຕິບັດບັນດາຄາດໝາຍໃຫຍ່ທີ່ພົ້ນເດັ່ນຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບສອງວາລະແຫ່ງຊາດລວມທັງບັນດາຈຸດອ່ອນ ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້.

ໃນໄລຍະ 1 ປີຜ່ານມາ, ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສາມາດເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວໃນລະດັບ 4,9% ທຽບໃສ່ຄາດໝາຍວາງໄວ້ເພີ່ມຂຶ້ນ 0,1% ລວມຍອດຜະລິດຕະພັນພາຍໃນ 12,339 ຕື້ກີບ,ສະເລ່ຍໃສ່ຫົວຄົນໜຶ່ງ 29,47 ລ້ານກີບ ຫຼື ເທົ່າກັບ 1.734 ໂດລາສະຫະລັດ, ໄດ້ສຸມໃສ່ສໍາຫຼວດຖານລາຍຮັບ, ຄຸ້ມຄອງຈັດເກັບລາຍຮັບ ໂດຍຕິດພັນກັບການຫັນໄປສູ່ລະບົບທັນສະໄໝ ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດໃນປີນີ້ ໄດ້ເກີນແຜນຊຶ່ງປະຕິບັດໄດ້ທັງໝົດ 1.197,84 ຕື້ກີບ, ປະຕິບັດລື່ນມະຕິສະພາ 6,4%,ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 14,4%, ໃນນີ້ລາຍຮັບມອບໃຫ້ສູນກາງ ປະຕິບັດໄດ້ 920,34 ຕື້ກີບ, ລື່ນແຜນ 3,3%, ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 277,5 ຕື້ກີບ, ລື່ນແຜນການ 18,3%, ຄຸ້ມຄອງລາຍຈ່າຍທັງໜົດ 536,49 ຕື້ກີບ, ປະຕິບັດລື່ນແຜນການ 3,3%, ມູນຄ່າສິນຄ້າສົ່ງອອກບັນລຸ 113,09 ລ້ານໂດສະຫະລັດ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 54,62% (ສ່ວນໃຫຍ່ແມ່ນຜະລິດຕະພັນກະສິກໍາມູນຄ່າເຖິງ 111,5 ລ້ານໂດລາ); ມູນຄ່າສິນຄ້ານໍາເຂົ້າ 111,31 ລ້ານໂດລາ, ໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ດ້ວຍການຫັນໄປສູ່ເຕັກນິກໃໝ່ທັນສະໄໝເທື່ອລະກ້າວ ໃນນັ້ນໄດ້ສຸມໃສ່ຜະລິດເຂົ້າ ເພື່ອຄໍ້າປະກັນສະບຽງອາຫານ ແລະ ພືດເປັນສິນຄ້າ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ໃຫ້ຮູ້ອີກວ່າ: ສໍາລັບແຜນປີ 2023 ແຂວງໄຊຍະບູລີ ຈະໄດ້ສຸມທຸກກຳລັງແຮງເຂົ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມ, ແຜນງົບປະ ມານຂອງແຂວງກໍຄືບັນດາເປົ້າໝາຍຂອງສອງວາລະແຫ່ງຊາດ ຢ່າງຕັ້ງໜ້າ ແລະແຂງແຮງກວ່າຜ່ານມາ, ສືບຕໍ່ຍູ້ແຮງເສດຖະກິດຂອງແຂວງໃຫ້ຂະຫຍາຍຕົວຕໍ່ເນື່ອງບໍ່ລຸດ 5%, ລາຍຮັບສະເລ່ຍຫົວຄົນໜຶ່ງ 35,38 ລ້ານກີບຂຶ້ນໄປ, ເກັບລາຍຮັບທັງໝົດ 1.514,74 ຕື້ກີບ ແລະເອົາໃຈໃສ່ຊຸກຍູ້ສົ່ງເສີມເສດຖະກິດຂະໜາດນ້ອຍ, ຂະໜາດກາງໃຫ້ແຂງແຮງກວ່າເກົ່າ.
ຂປລ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ