ຜົນກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ

ເມື່ອວັນທີ 7 ກຸມພາຜ່ານມາທີ່ທະນາຄານແຫ່ງ ສປປ ລາວ (ທຫລ), ທ່ານສຸລິສັກທຳນຸວົງຫົວໜ້າກົມນະໂຍບາຍເງິນຕາ ທຫລ,ທັງເປັນຄະນະກຳມະການນະໂຍບາຍເງິນຕາໄດ້ຖະແຫຼງຜົນຂອງກອງປະຊຸມຄະນະກຳມະການນະໂຍບາຍເງິນຕາວ່າ: ຄະນະກຳມະການນະໂຍບາຍເງິນຕາໄດ້ດຳເນີນກອງປະຊຸມຄັ້ງທີ 1 ຂອງປີ 2023 ເພື່ອກະກຽມເນື້ອໃນທິດທາງນະໂຍບາຍເງິນຕາປີ 2023 ທີ່ຈະສະເໜີຕໍ່ກອງປະຊຸມສະພາບໍລິຫານຂອງ ທຫລ ທີ່ຈະຈັດຂຶ້ນໃນມໍ່ໆນີ້ໃນວັນທີ 6 ກຸມພາ 2023 ໂດຍເປັນປະທານຂອງທ່ານຜູ້ວ່າການ ທຫລ, ປະທານຄະນະກຳມະການນະໂຍບາຍເງິນຕາຂອງສະພາບໍລິຫານ ທຫລ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຕີລາຄາວ່າ: ການຈັດຕັ້ງປະຕິບັດນະໂຍບາຍດ້ານເງິນຕາໃນປີ 2022 ແມ່ນໄດ້ດຳເນີນໄປໃນສະພາບທີ່ມີຫຼາຍປັດໄຈທ້າທາຍຈາກທັງພາຍໃນ ແລະຕ່າງປະເທດເປັນຕົ້ນການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນລະດັບທີ່ສູງໃນຮອບຫຼາຍສິບປີຍ້ອນການຢຸດສະງັກຂອງຕ່ອງໂສ້ການຜະລິດບວກໃສ່ກັບຂໍ້ຂັດແຍງດ້ານການເມືອງແລະການທະຫານໃນຂົງເຂດເອີຣົບຕັ້ງແຕ່ຕົ້ນປີ2022 ເຮັດໃຫ້ລາຄາພະລັງງານແລະສະບຽງອາຫານເພີ່ມຂຶ້ນເປັນເທົ່າຕົວພາໃຫ້ຫຼາຍປະເທດໃນໂລກປະເຊີນກັບພາວະເງິນເຟີ້ຢູ່ໃນລະດັບສອງຕົວເລກ, ເຮັດໃຫ້ຄ່າເງິນຂອງຫຼາຍປະເທດອ່ອນຄ່າລົງໃນລະດັບ 10%-30% ເປັນຕົ້ນສະກຸນເງິນເອີໂຣ, ເຢນ, ເປໂຊ, ບາດແລະລວມທັງເງິນກີບຂອງ ສປປ ລາວ, ນອກນີ້ ເສດຖະກິດຂອງ ສປປ ລາວເຖິງແມ່ນວ່າການສົ່ງອອກແລະການທ່ອງທ່ຽວຈະມີທ່າອ່ຽງດີຂຶ້ນທຽບໃສ່ໄລຍະຜ່ານມາແຕ່ກໍຈະຍັງປະເຊີນກັບຄວາມທ້າທາຍທີ່ສະສົມມາຫຼາຍປີໂດຍສະເພາການນຳເຂົ້າສິນຄ້າ ແລະການບໍລິການຍັງສືບຕໍ່ເພີ່ມຂຶ້ນ ແລະພັນທະການຊຳລະໜີ້ສິນຕໍ່ຕ່າງປະເທດຢູ່ໃນລະດັບທີ່ສູງ.

ສຳລັບປີ 2023 ເຖິງແມ່ນວ່າເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວດີຂຶ້ນຍ້ອນການເປີດປະເທດ, ການສົ່ງອອກຈະດີຂຶ້ນຍ້ອນມີບັນດາເຂື່ອນຈະເລີ່ມຜະລິດສົ່ງອອກ ແຕ່ເສດຖະກິດຍັງປະເຊີນສິ່ງທ້າທາຍທີ່ບໍ່ແຕກຕ່າງຈາກີຜ່ານມາແລະອາດທ້າທາຍກວ່າປີ 2022 ເປັນຕົ້ນແມ່ນຄວາມບໍ່ແນ່ນອນທາງດ້ານການເມືອງແລະການທະຫານຂົງເຂດເອີຣົບຍັງຈະສືບຕໍ່ແກ່ຍາວຊຶ່ງສົ່ງຜົນຕໍ່ລາຄາສິນຄ້າທີ່ເປັນປັດໄຈການຜະລິດໂດຍສະເພາະໝວດພະລັງງານສືບຕໍ່ເພີ່ມຂຶ້ນເປັນແຮງກົດດັນອັດຕາເງິນເຟີ້ໃນຫຼາຍປະເທດທົ່ວໂລກ ແລະ ພາກພື້ນ, ຄຽງຄູ່ກັນນັ້ນ ສປປ ລາວ ຍັງເປັນປະເທດນຳເຂົ້າ, ມີການເຊື່ອມໂຍງທາງດ້ານການຄ້າ, ການລົງທຶນ ແລະຕະຫຼາດການເງິນກັບສາກົນ, ມີການນຳໃຊ້ເງິນຕາຕ່າງປະເທດຫຼາຍສະກຸນໃນສັງຄົມ, ລະບົບສະຖາບັນການເງິນ, ຫົວໜ່ວຍທຸລະກິດໂດຍລວມຍັງຢູ່ໃນໄລຍະຟື້ນຕົວຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໜີ້ສິນຕໍ່ຕ່າງປະເທດຢູ່ໃນລະດັບທີ່ສູງສົມຄວນ.