ປີຜ່ານມາເສດຖະກິດແຂວງຄຳມ່ວນ ຂະຫຍາຍຕົວລະດັບ 5,85%

ຕາມການລາຍງານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເມື່ອບໍ່ດົນນີ້ວ່າ: ໃນ 1 ປີຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະພັກ ແລະອົງການປົກຄອງແຕ່ລະຂັ້ນ, ພ້ອມດ້ວຍການຮ່ວມແຮງຮ່ວມໃຈ, ບຸກບືນສູ້ຊົນ ແລະປະກອບສ່ວນຢ່າງຕັ້ງໜ້າຂອງພະນັກງານ, ສະມາຊິກພັກ, ນັກທຸລະກິດ ແລະປະຊາຊົນບັນດາເຜົ່າເຮັດໃຫ້ແຂວງຄຳມ່ວນ ສາມາດປະຕິບັດຄາດໝາຍສູ້ຊົນໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ມີຜົນສຳເລັດຫຼາຍດ້ານເປັນຕົ້ນການລົງທຶນ, ການຜະລິດ, ການຄ້າ, ການບໍລິການມີການຂະຫຍາຍຕົວເພີ່ມຂຶ້ນ, ເສດຖະກິດມະຫາພາກຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 5,85% (ມະຕິສະພາ 6,04%); ລວມຍອດຜະລິດຕະພັນພາຍໃນແຂວງບັນລຸໄດ້ 14.016 ຕື້ກີບ ເທົ່າກັບ 135%, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 1.857 ໂດລາສະຫະລັດ ເທົ່າກັບ 74,78% (ມະຕິສະພາ 2.483 ໂດລາສະຫະລັດ/ອັດຕາແລກປ່ຽນ 1$/9.319 ກີບ) ເນື່ອງຈາກອັດຕາແລກປ່ຽນ 1$/16.957 ກີບ ຈຶ່ງເຮັດໃຫ້ລາຍຮັບຕໍ່ຫົວຄົນບໍ່ບັນລຸຕາມແຜນການແຕ່ຖ້າທຽບເປັນເງິນກີບເຫັນວ່າເພີ່ມຂຶ້ນຈາກປີ 2021 ເຖິງ 10,31 ລ້ານກີບ; ການລົງທຶນຂອງລັດໄດ້ຮັບການອະນຸມັດທັງໝົດ 288 ໂຄງການ ລວມມູນຄ່າ 294 ຕື້ກີບ, ດຶງດູດການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດໄດ້ທັງໝົດ 68 ໂຄງການ ມີມູນຄ່າທັງໝົດ 1.807 ຕື້ກວ່າກີບ ເທົ່າກັບ 92,91%.

ສ່ວນການຈັດເກັບລາຍຮັບງົບປະມານບັນລຸໄດ້ 1.084 ຕື້ກວ່າກີບ ເທົ່າກັບ 115,77% ໂດຍສະເພາະ ພູດທ້ອງຖິ່ນ ບັນລຸໄດ້ 505,15 ຕື້ກີບ ເທົ່າກັບ 155%; ດ້ານລາຍຈ່າຍງົບປະມານ ປະຕິບັດຕາມແຜນ ແລະ ສາມາດເບີກຈ່າຍເງິນເດືອນຢ່າງເປັນປົກກະຕິ; ການຜະລິດເຂົ້າ ໄດ້ 381.635 ໂຕນ; ສະເລ່ຍຜົນຜະລິດຕໍ່ຫົວຄົນໄດ້ 875 ກິໂລເຂົ້າເປືອກ/ຄົນ/ປີ; ການຜະລິດພືດບັນລຸ 451.618 ໂຕນ ເກີນຄາດໝາຍເຖິງ 327,87%, ພົ້ນເດັ່ນແມ່ນການປູກພືດເປັນສິນຄ້າ ເປັນຕົ້ນ ມັນຕົ້ນ, ອ້ອຍ, ກ້ວຍ, ສາລີຫວານ, ໝາກໂມ ແລະ ໝາກມ່ວງ, ການລ້ຽງສັດ ກໍສືບຕໍ່ມີການຂະຫຍາຍຕົວ ສາມາດຕອບສະໜອງ ຊີ້ນ, ປາ ແລະ ໄຂ່ ໄດ້ຢ່າງພຽງພໍ ໂດຍສະເລ່ຍຕໍ່ຫົວຄົນໄດ້ 63,61 ກິໂລ/ຄົນ/ປີ; ການຜະລິດອຸດສາຫະກຳປຸງແຕ່ງພາຍໃນແຂວງ ປະຕິບັດໄດ້ 1.619,14 ຕື້ກີບ ເທົ່າກັບ 103,42%, ການຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍລື່ນຄາດໝາຍ ແລະ ມູນຄ່າການຄ້າລະຫວ່າງປະເທດ ມີການຂະຫຍາຍ ຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ມູນຄ່າການສົ່ງອອກສິນຄ້າປະຕິບັດໄດ້ 552,94 ລ້ານໂດລາ ເທົ່າກັບ128,95% ສິນຄ້າສົ່ງອອກຫລາຍກວ່າໝູ່ແມ່ນ ເກືອກາລີ, ຊີມັງ, ແຮ່ທາດ, ຢ່າງພາລາ ແລະ ອື່ນໆ; ມູນຄ່ານຳເຂົ້າສິນຄ້າ 287,03 ລ້ານໂດລາ (ເກີນດູນ),

ພ້ອມກັນນີ້, ພື້ນຖານໂຄລ່າງຖະໜົນຫົນທາງຢູ່ບັນດາເມືອງ ໄດ້ຮັບການກໍ່ສ້າງ, ສ້ອມແປງ ແລະ ປະດັບປະດາໃຫ້ມີຄວາມສວຍງາມ, ປະຊາຊົນໄປມາຫາສູ່ກັນໄດ້ສະດວກສະບາຍຍິ່ງຂຶ້ນ; ຮີດ ຄອງປະເພນີ-ມູນເຊື້ອອັນດີງາມຂອງຊາດ-ຂອງເຜົ່າ ໄດ້ຮັບການປົກປັກຮັກສາ ແລະ ພັດທະນາຢ່າງຕໍ່ເນື່ອງ, ຄອບຄົວວັດທະນະທໍາ ເພີ່ມຂຶ້ນເປັນ 78.642 ຄອບຄົວ ກວມ 90,41% ແລະ ບ້ານວັດທະນະທໍາ ເພີ່ມຂຶ້ນເປັນ 537 ບ້ານ ກວມ 94,37% ຂອງຈໍານວນຄອບຄົວ ແລະ ບ້ານທົ່ວແຂວງ; ການຈັດຕັ້ງໃນລະບົບການເມືອງ ໄດ້ຮັບການປັບປຸງໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ ແລະ ກ້າວສູ່ຄຸນນະພາບໃໝ່ທີ່ສູງຂຶ້ນ; ຕາໜ່າງການສຶກສາ ແລະ ສາທາລະນະສຸກ ໄດ້ຮັບການກໍ່ສ້າງ ແລະ ຂະຫຍາຍຕົວຢ່າງກວ້າງຂວາງຮອດເຂດຊົນນະບົດ ອັນພົ້ນເດັ່ນ ສໍາເລັດໂຄງການກໍ່ສ້າງໂຮງຮຽນມັດທະ ຍົມວິຊາຊີບຕົວແບບ ມິດຕະພາບ ລາວ-ຫວຽດນາມ ທີ່ບ້ານສອງເໝືອງ ເມືອງໜອງບົກ ທີ່ມີທັງການຮຽນສາຍສາມັນ ແລະ ສາຍວິຊາຊີບໄປພ້ອມກັນ ຈົບແລ້ວໄດ້ 2 ໃບປະກາດ ເປັນແຫ່ງທໍາອິດຂອງປະເທດ; ດ້ານການພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກໍໄດ້ຮັບການເສີມຂະຫຍາຍຢ່າງກ້ວາງຂວາງ ແລະ ມີປະສິດທິຜົນຫລາຍຂຶ້ນ ໂດຍສະເພາະ ບັນດາປະເທດເພື່ອນມິດຍຸດທະສາດ ເຊັ່ນ: ສສ ຫວຽດນາມ ແລະ ສປ ຈີນ.
ຂປລ. ພາບ, ຂ່າວ: ສຸກສະຫວັດ, ຂັນໄຊ