ການເງິນສາລະວັນຄາດຄະເນຈັດເກັບລາຍຮັບໃນປີ 2023 ໃຫ້ໄດ້ 175.69 ຕື້ກີບ

ອີງຕາມການລາຍງານຂອງທ່ານ ຂັນທະລັກ ໂພໄຊ ຫົວໜ້າພະແນການເງິນແຂວງສາລະວັນ ເມື່ອບໍ່ດົນມານີ້ວ່າ: ຄາດຄະເນລາຍຮັບໃນປີ 2023 ຈະສູ້ຊົນໃຫ້ໄດ້ 175.69 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2022 ເພີ່ມຂຶ້ນ 10,83%, ໃນນັ້ນພູດສູນກາງປະຕິບັດຢູ່ທ້ອງຖິ່ນ 60.00 ຕື້ກີບ, ທຽບໃສ່ແຜນດັດແກ້ປີ 2022 ເພີ່ມຂຶ້ນ 33,33%, ລາຍຮັບພູດທ້ອງຖິ່ນ 115.69 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2022 ເພີ່ມຂຶ້ນ 1,91%, ໃນນັ້ນລາຍຮັບຈາກສ່ວຍສາອາກອນ 106.39 ຕື້ກີບ, ລາຍຮັບຈາກຂະແໜງຄຸ້ມຄອງຊັບສິນແຫ່ງລັດ 9.10 ຕື້ກີບ, ລັດວິສາຫະກິດ ແລະ ປະກັນໄພ 202 ລ້ານກີບ, ສ່ວນດ້ານລາຍຈ່າຍໃນປີ 2023 ຄາດຄະເນຕາມແຜນທີ່ສະພາຮັບຮອງ 392.64 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2022 ຫຼຸດລົງ 10,78%, ດ້ານການດຸ່ນດ່ຽງສູນກາງດຸ່ນດ່ຽງໃຫ້ແຂວງ 276.95 ກວ່າຕື້ກີບທຽບໃສ່ແຜນດັດແກ້ປີ 2022 ຫຼຸດລົງ 14,44%.

ໃນປີ 2022 ໂດຍປະຕິບັດຕາມມະຕິກອງປະຊຸມສະພາປະຊາຊົນແຂວງສາລະວັນ ເລກທີ 222/ສພຂ.ສວ, ລົງວັນທີ 29 ທັນວາ 2021 ຮັບຮອງເອົາແຜນງົບປະມານແຫ່ງລັດມີທັງໝົດ 157,63 ຕື້ກີບ ແລະແຜນລາຍຈ່າຍທັງໝົດ 369,28 ຕື້ກີບ (ບໍ່ລວມເງິນລົງທຶນ ) ແຜນດຸ່ນດ່ຽງທັງໝົດມີ 256,64 ຕື້ກີບຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດໂດຍສະເພາະແມ່ນວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຊຶ່ງໃນປີ 2022 ສາມາດຈັດຕັ້ງປະຕິບັດໄດ້ດ້ານລາຍຮັບ 153.54 ຕື້ກີບ ເທົ່າກັບ 96,86% ຂອງແຜນດັດແກ້ໃນນັ້ນລາຍຮັບສູນກາງປະຕິບັດໄດ້ 50,63 ຕື້ກີບ ເທົ່າກັບ 112,53% ຂອງແຜນປີ, ລາຍຮັບຂອງແຂວງປະຕິບັດໄດ້ 102.90 ຕື້ກີບ ເທົ່າກັບ 90,65% ຂອງແຜນດັດແກ້, ໃນນັ້ນຮັບຈາກສ່ວຍສາອາກອນປະຕິບັດໄດ້ 89,53 ຕື້ກີບ ເທົ່າກັບ 86%, ລາຍຮັບຊັບສິນປະຕິບັດໄດ້ 12.71 ຕື້ກີບ ເທົ່າກັບ 123,20, ຄຸ້ມຄອງພັດທະນາລັດວິສາຫະກິດປະຕິບັດໄດ້ 243 ລ້ານກີບ ເທົ່າກັບ 120,30% ຂອງແຜນດັດແກ້, ສ່ວນດ້ານລາຍຈ່າຍປະຕິບັດໄດ້ 425.93 ກວ່າຕື້ກີບ ເທົ່າກັບ 96,79%, ດ້ານການດຸ່ນດ່ຽງງົບປະມານສູນກາງໃຫ້ 326.833 ຕື້ກີບ ເທົ່າກັບ 98,92% ຂອງແຜນດັດແກ້ທຽບໃສ່ໄລຍະດຽວເພີ່ມຂຶ້ນ 2,17%.
ຂ່າວ-ພາບ: ສິດຕາ ເພັດວົງສາ