ສະຖາບັນທຸລະກິດ ແສງສະຫວັນ ມອບໃບປະກາດໃຫ້ນັກສຶກສາພ້ອມຍ້ອງຍໍຜູ້ມີຜົນງານດີເດັ່ນ

ສະຖາບັນທຸລະກິດ ແສງສະຫວັນ ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງການຮຽນການສອນ ແລະມອບປະກາສະນິຍະບັດໃຫ້ນັກສຶກສາທີ່ສຳເລັດການສຶກສາຫຼັກສູດຕໍ່ເນື່ອງ ປະລິນຍາຕີ ລຸ້ນທີ 2 ປະຈໍາສົກຮຽນ 2021-2022 ພ້ອມທັງຍ້ອງຍໍພະນັກງານ ຄູອາຈານ ແລະ ນັກສຶກສາທີ່ມີຜົນງານດີເດັ່ນ ແລະມອບທຶນການສຶກສາຂອງກຸ່ມການສຶກສາແສງສະຫວັນໃຫ້ແກ່ນັກສຶກສາຈາກແຂວງຫຼວງນໍ້າທາ, ອຸດົມໄຊ, ຊຽງຂວາງ ແລະນາງ ສາວມົ້ງລາວ ປະຈຳປີ 2022 ຈຳນວນທັງໝົດ 9 ທຶນ ລວມມູນຄ່າ 200 ລ້ານກວ່າກີບ.

ພິທີດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 11 ກຸມພາຜ່ານມາ ທີ່ໂຮງແຮມດອນຈັນພລາເລດ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານ ແລະມອບປະກາສະນິຍະບັດຂອງທ່ານ ປອ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ຊຸດທີ 9, ປະທານສະມາຄົມການສຶກສາພາກເອກະຊົນ ແລະປະທານກຸ່ມການສຶກສາແສງສະຫວັນ, ມີຮອງຫົວໜ້າກົມຈາກກະຊວງສຶກສາທິການ ແລະກິລາ, ຜູ້ອຳນວຍການສະຖາບັນທຸລະກິດແສງສະຫວັນ, ພະແນການທີ່ກ່ຽວຂ້ອງ, ແຂກທີ່ຖືກເຊີນ ຕະຫຼອດຮອດພະນັກງານຄູອາຈານ, ນ້ອງນັກສຶກສາ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.

ໃນພິທີ, ທ່ານ ປທ ຊາຍສົມພົນ ພອນຄຳປານ ຮອງຜູ້ອໍານວຍການສະຖາບັນທຸລະກິດ ແສງສະຫວັນ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດການການຮຽນການສອນ ປະຈຳສົກຮຽນ 2021-2022 ວ່າ: ສະຖາບັນທຸລະກິດ ແສງສະຫວັນ ມີພະນັກງານຄູອາຈານທັງໝົດ 53 ທ່ານ, ມີນັກສຶກສາທັງໝົດ 305 ນ້ອງ, ຍິງ 176 ນ້ອງ, ເປີດສອນຫຼັກສູດປະລິນຍາຕີ ແລະ ປະລິນຍາຕີຕໍ່ເນື່ອງ ທັງໝົດ 5 ຫຼັກສູດ (ສາຂາບໍລິຫານທຸລະກິດ, ຜູ້ປະກອບການ, ການຄ້າອີເລັກໂຕນິກ, ພາສາອັງກິດ ແລະ ວິສະວະກຳຊອບແວ). ໃນນັ້ນ, ມີຫຼັກສູດຮ່ວມມືກັບມະຫາວິທະຍາໄລ FPT ສສ ຫວຽດນາມ. ສະເພາະນັກຮຽນທີ່ສຳເລັດການສຶກສາໃນຫຼັກສູດປະລິນຍາຕີຕໍ່ເນື່ອງ ສາຂາບໍລິຫານທຸລະກິດ ແລະພາສາອັງກິດ ຊຸດທີ 2 ປະຈໍາສົກຮຽນ 2021-2022 ມີທັງໝົດ 48 ນ້ອງ, ຍິງ 27 ນ້ອງ. ສໍາລັບທິດທາງແຜນການໃນຕໍ່ໜ້າ, ທາງສະຖາບັນຈະສືບຕໍ່ສ້າງ ແລະ ພັດທະນາບຸກຄະລາກອນອອກສູ່ຕະຫຼາດແຮງງານໃຫ້ມີຄຸນນະພາບ, ຍົກລະດັບທັກສະການສອນໂດຍສະເພາະການສອນໃນຫຼາຍຮູບແບບ ແລະນຳໃຊ້ເຕັກໂນໂລຊີ, ສ້າງ ແລະ ພັດທະນາກົນໄກຄຸ້ມຄອງບໍລິຫານຫັນໃຫ້ທັນສະໄໝ ໂດຍປັບປຸງໂປຣແກຣມຄຸ້ມຄອງບໍລິຫານໃຫ້ສອດຄ່ອງກັບສະພາບການບໍລິການທີ່ດີ, ປັບປຸງສື່ການສອນ ແລະອຸປະກອນ, ປັບປຸງຫຼັກສູດຕາມຮູບແບບ OBL, ຝຶກອົບຮົມການປະເມີນຫຼັກສູດ ແລະຈັດການປະເມີນຫຼັກສູດປະລິນຍາຕີຕໍ່ເນື່ອງໃຫ້ສຳເລັດ ແລະສືບຕໍ່ວຽກງານອື່ນໆອີກຕາມແຜນທີ່ວາງໄວ້ໃຫ້ສຳເລັດ.

ນອກຈາກນັ້ນ, ພາຍໃນພິທີກຍັງໄດ້ມອບປະກາສະນິຍະບັດໃຫ້ນັກສຶກສາທີ່ສຳເລັດການສຶກສາ ສົກ 2021-2022 ທັງໝົດ 48 ນ້ອງ, ຍິງ 27 ນ້ອງ, ຍ້ອງຍໍພະນັກງານດີເດັ່ນໃນການສິດສອນ ຈໍານວນ 8 ທ່ານ, ຍິງ 1 ທ່ານ, ຍ້ອງຍໍນັກສຶກສາທີ່ໄດ້ຄະແນນດີເດັ່ນ ຈຳນວນ 10 ທ່ານ, ຍິງ 7 ທ່ານ ແລະ ມອບທຶນການສຶກສາຂອງກຸ່ມການສຶກສາແສງສະຫວັນໃຫ້ແກ່ນັກສຶກສາຈາກແຂວງຫຼວງນໍ້າທາ, ອຸດົມໄຊ, ຊຽງຂວາງ ແລະນາງ ສາວມົ້ງລາວ ປະຈຳປີ 2022 ຈຳນວນທັງໝົດ 9 ທຶນ ລວມມູນຄ່າ 200 ລ້ານກວ່າກີບ.
ໂດຍ ບົວລະພາ