18 ເດືອນ ສາລະວັນ ມ້າງຄະດີຢາເສບຕິດໄດ້ 158 ເລື່ອງ

ອີງຕາມການລາຍງານຂອງທ່ານ ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສາລະວັນ ທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງສາລະວັນ ເມື່ອບໍ່ດົນຜ່ານມານີ້ວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 18 ເດືອນ ຜ່ານມາ (ເດືອນ ສິງຫາ 2021-ເດືອນທັນວາ 2022) ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 158 ເລື່ອງ, ຈັບຜູ້ຖືກຫາໄດ້ 249 ຄົນ, ຍິງ 17 ຄົນ, ຄົນຕ່າງປະເທດ 2 ຄົນ, ຢຶດຢາບ້າໄດ້ທັງໝົດ 804.547 ເມັດ, ຢາໄອ 2 ກິໂລກຣາມ, ຢາອີ 3 ເມັດ, ຢຶດລົດໃຫຍ່ 9 ຄັນ, ລົດຈັກ 42 ຄັນ, ພ້ອມນັ້ນກໍ່ໄດ້ລົງເຮັດການສຳຫຼວດປັດໄຈສ່ຽງການນຳໄຊ້ສິ່ງເສບຕິດໃນ 5 ຕົວເມືອງຄື: ເມືອງ ສາລະວັນ, ເມືອງ ວາປີ, ເມືອງ ຄົງເຊໂດນ, ເມືອງ ເລົ່າງາມ, ເມືອງ ລະຄອນເພັງ ແລະ ໄດ້ອອກໃບຢັ້ງຢືນຮັບ ຮອງບ້ານປອດຢາເສບຕິດ 80 ບ້ານ ແລະໂຮງຮຽນປອດຢາເສບຕິດ 171 ແຫ່ງ, ໄດ້ຕິດຕາມເປົ້າໝາຍພົວພັນຢາເສບຕິດທັງໝົດມີ 11.121 ຄົນ, ໃນນັ້ນເປົ້າໝາຍເສບ 6.351 ຄົນ, ເປົ້າໝາຍຄ້າ-ຂາຍ 4.770 ຄົນ, ຍິງ 324 ຄົນ, ລາຍໃຫຍ່ມີ 534 ຄົນ, ຍິງ 36 ຄົນ, ລາຍກາງມີ 964 ຄົນ, ຍິງ 164 ຄົນ, ຍິງ ແລະລາຍຍ່ອຍມີ 3.272 ຄົນ, ຍິງ 124 ຄົນ, ສຶກສາອົບຮົມເປົ້າໝາຍເສບທັງໝົດ 2.304 ຄົນ, ໃນນັ້ນສົ່ງໄປບຳບັດ 60 ຄົນ, ຍິງ 1 ຄົນ.

ໃນໄລຍະຜ່ານມາກໍ່ໄດ້ເອົາໃຈໃສ່ໃນການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະຜົນຮ້າຍຂອງຢາເສບຕິດຢູ່ບັນດາສະຖາບັນການສຶກສາ,ສຳນັກງານອົງການລວມ 495 ຄັ້ງ, ມີຜູ້ເຂົ້າຮ່ວມ ຮັບຟັງທັງໝົດ 32.464 ຄົນ, ຍິງ 13.486 ຄົນ ລະໄດ້ສຳເລັດຕິດປ້າຍຢາຍຄຳຂວັນຈຳນວນ 57 ປ້າຍ, ພ້ອມນັ້ນກໍ່ໄດ້ປັບປຸງນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງກັບຢາເສບຕິດໄດ້ 1 ສະບັບ.
ພາບ-ຂ່າວ: ສິດຕາ ເພັດວົງສາ