ແຂວງສະຫວັນນະເຂດ ຄົ້ນພົບເມືອງເກົ່າສະໄໝບູຮານ ຄາດວ່າອາຍຸ 2.000 ປີ

ພົບຂໍ້ມູນຫຼັກຖານບູຮານສະຖານ ຢູ່ບ້ານໜອງເຮືອທອງ ເມືອງໄຊບູລີ ແຂວງສະຫວັນນະເຂດ ຄາດວ່າເປັນເມືອງເກົ່າ ສະໄໝບູຮານອາຍຸ 2.000 ປີ.

ວັນທີ 10 ກຸມພາ 2023 ຜ່ານມານີ້ ທ່ານບຸນເລິງ ອິນທິສັກ ຮອງຫົວໜ້າຂະແໜງວັດທະນະທຳ ແຂວງສະຫວັນນະເຂດ ລາຍງານວ່າ: ແຫຼ່ງບູຮານວິທະຍາ ໜອງເຮືອທອງ ເຊິ່ງກ່ອນໜ້ານີ້ ຄື ໃນປີ 2008 ປະຊາຊົນໄດ້ຂຸດຄົ້ນ ພົບວັດຖຸມີຄ່າຫຼາຍລາຍການ, ປັດຈຸບັນແຂວງສະຫວັນນະເຂດ ເປັນຜູ້ເກັບຮັກສາໄວ້, ຈາກການສໍາຫຼວດເກັບກຳຂໍ້ມູນໃນເບື້ອງຕົ້ນ ຄາດວ່າຈະເປັນຕົວເມືອງເກົ່າໃນສະໄໝບູຮານ ຈຶ່ງໄດ້ລົງເກັບກຳຂໍ້ມູນຄືນໃໝ່ ແລະສໍາຫຼວດຂຸດຄົ້ນບາງຈຸດ ຄາດວ່າຈະແມ່ນຄູເມືອງ ແລະຈຸດທີ່ພົບວັດຖຸມີຄ່າກ່ອນໜ້ານີ້ການສຳຫຼວດເລີ່ມວັນທີ 1 ກຸມພາ 2023 ເປັນຕົ້ນມາ ແລະໄດ້ຂຸດເພື່ອສໍາຫຼວດເບິ່ງ ຊັ້ນດິນທັງໝົດ 13 ຈຸດ.

ມີບາງຈຸດໄດ້ພົບຫຼັກຖານທີ່ຈະນຳໄປສູ່ການກຳນົດອາຍຸຂອງສະຖານທີ່ ແລະທີ່ເດັ່ນກວ່າໝູ່ແມ່ນບໍລິເວນດອນສິມໄດ້ພົບດິນຈີ່ເກົ່າແກ່ໂຄງສ້າງອາຄານຄາດວ່າຈະມີອາຍຸກວ່າ 2.000 ປີ ແຕ່ການສໍາຫຼວດນີ້ຈະດຳເນີນໄປຮອດ ວັນທີ 2 ມີນາ 2023 ຈຶ່ງຈະໄດ້ຢຸດລົງ.

ຂ່າວຈາກ: ສະຫວັນພັດທະນາຂ່າວ