ສປປ ລາວ ໄດ້ຮັບຜົນກະທົບຈາກໄຟພິບັດ ປີ 2023 ລວມມູນຄ່າປະມານ 1,359 ຕື້ກວ່າກີບ

ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດປະຈຳປີ 2022 ຂຶ້ນໃນວັນທີ 17 ກຸມພານີ້ ທີ່ກະຊວງດັ່ງກ່າວໂດຍການເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ), ຊຶ່ງມີທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນກະຊວງແຮງງານ ແລະ ສະຫວັດດີການສັງຄົມຮອງປະທານ (ຜູ້ປະຈຳການ) ຄພສ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນພ້ອມດ້ວຍກອງເລຂາ ຄພສ ແລະ ຂັ້ນແຂວງເຂົ້າຮ່ວມ.

ໂອກາດນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນໄດ້ສືບຕໍ່ຮ່ວມກັນປຶກສາຫາລື, ແລກປ່ຽນຄວາມຄິດເຫັນຊອກຫາວິທີທາງໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງແລະສິ່ງທ້າທາຍຕ່າງໆເພື່ອເປັນເອກະພາບກັນຈັດຕັ້ງປະຕິບັດໃນປີ 2023 ນີ້ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ, ການກໍານົດຮັບຮອງເອົາແຜນກຽມພ້ອມຕອບໂຕ້ໄພພິບັດປີ 2023 ແລະ ການເອກະພາບໃນວິທີການຕ່າງໆໃນການສ້າງກອງທຶນໃຫ້ເປັນຮູບປະທໍາໂດຍສະເພາະການເປີດບັນຊີກອງທຶນ ແລະ ແຫຼ່ງງົບປະມານຕ່າງໆທີ່ຈະເຂົ້າມາໃສ່ກອງທຶນຄຸ້ມຄອງໄພພິບັດເພື່ອເຮັດໃຫ້ບັນດາເອກະສານທີ່ຜ່ານກອງປະຊຸມໃນຄັ້ງນີ້ມີຄວາມສົມບູນຄົບຖ້ວນ.

ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະຫົວໜ້າກອງເລຂາ ຄພສ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຄພສ ປະຈຳປີ 2022 ແລະທິດທາງແຜນການປີ 2023 ວ່າ: ໃນໄລຍະ 1 ປີຜ່ານມາໄດ້ມີເຫດການໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດໂດຍສະເພາະໄພພິບັດທາງດ້ານລົມພາຍຸພັດ, ໄຟໄໝ້, ຟ້າຜ່າ, ນໍ້າຖ້ວມ ແລະ ສັດຕູພືດລະບາດຊຶ່ງໃນປີ 2022 ມີໄພພິບັດທີ່ເກີດຂຶ້ນທັງໝົດ 96 ຄັ້ງ, ສົ່ງຜົນກະທົບໂດຍກົງໃຫ້ແກ່ 18 ແຂວງມີ 142 ເມືອງ, 1.162 ບ້ານ, 47.513 ຄອບຄົວ,222.302 ຄົນຍິງ 109.694 ຄົນ, ບາດເຈັບ 10 ຄົນ,ເສຍຊີວິດ 10 ຄົນ,ເນື້ອທີ່ທຳການຜະລິດເສຍຫາຍ 17.013,76 ເຮັກຕາ, ໜອງປາ 1.883 ແຫ່ງ, ສັດລ້ຽງ 110.744 ໂຕ, ຊົນລະປະທານແລະຄອງເໝືອງ 5.767 ແຫ່ງ, ເສັ້ນທາງເສຍຫາຍ 981 ເສັ້ນ, ຂົວ 96 ແຫ່ງ, ເສົາໄຟຟ້າ 570 ຕົ້ນ, ໂຮງຮຽນ 44 ແຫ່ງ, ນໍ້າລິນ 23 ແຫ່ງ, ໂຮງໝໍ ແລະ ສຸກສາລາ 11 ແຫ່ງລວມມູນຄ່າເສຍຫາຍທີ່ສົ່ງຜົນກະທົບໃຫ້ແກ່ທາງດ້ານສັງຄົມ, ການຜະລິດ ແລະ ພື້ນຖານໂຄງລ່າງລວມມູນຄ່າເສຍຫາຍທັງໝົດ 1,359 ຕື້ກ່ວາກີບ ແລະ ໄດ້ຮັບຜົນກະທົບຈາກພາຍຸ 3 ຫົວຄື: ພາຍຸ MULAN, ພາຍຸມາອອນMA-ON ແລະ ພາຍຸNORU ຊຶ່ງປະຊາຊົນໄດ້ຮັບຜົນກະທົບລວມມີ16 ແຂວງມີ119 ເມືອງ, 1.141 ບ້ານ, 47.161 ຄອບຄົວ, 221.061 ຄົນຍິງ109.076 ຄົນ, ບາດເຈັບ10 ຄົນ, ເສຍຊີວິດ10 ຄົນ ແລະ ທາງດ້ານສັງຄົມ, ການຜະລິດ ແລະ ພື້ນຖານໂຄງລ່າງໄດ້ຮັບຜົນກະທົບຢູ່ 3 ແຂວງລວມມູນຄ່າເສຍຫາຍ 1,300 ຕື້ກວ່າກີບ.

ທີ່ມາ: ປະຊາຊົນ (ຂ່າວ-ພາບ: ວັນເພັງ)