ປັບຂຶ້ນລາຄານໍ້າກອ້ນຈາກ 1 ເປົາ 12.000 ກີບເປັນ 15.000 ກີບ

ວັນທີ່ 20 ກຸມພາປີ 2023 ສະມາຄົມ ນໍ້າກ້ອນນະຄອນຫຼວງວຽງຈັນ ແຈ້ງປັບລາຄານໍ້າກ້ອນຈາກ 1 ເປົາ 12.000 ກີບເປັນ 15.000 ກີບ ເນື່ອງຈາກລັດວິສາຫະກິດໄຟຟ້າລາວປັບໂຄງສ້າງຂຶ້ນລາຄາໄຟໃໝ່.

ວັນທີ່ 20 ກຸມພາປີ 2023 ສະມາຄົມນໍ້າກ້ອນນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການໃຫ້ຜູ້ບໍລິໂພກ ແລະຜູ້ຕິດພັນກັບການໃຊ້ນໍ້າກ້ອນເຂົ້າໃນການຄ້າຂາຍຊາບທົ່ວເຖິງວ່າ ທາງກຸ່ມນໍ້າກ້ອນຈະປັບລາຄານໍ້າກ້ອນຈາກ 1 ເປົາ=20kg/12.000 ກີບ ມາເປັນ 1ເປົາ =20kg/ 15.000 ກີບ ເນື່ອງຈາກລັດວິສາຫະກິດໄຟຟ້າລາວມີການປັບໂຄງສ້າງລາຄາໄຟໃໝ່ອີກເທົ່າໂຕ ຫຼືເທົ່າກັບ 100% ໃນທ້າຍປີ 2023. ເມື່ອທຽບໃສ່ລາຄາໄຟເດືອນກຸມພາຄືນຫຼັງສຳລັບການນໍາໃຊ້ໄຟພາກອຸດສາຫະກຳໄຟຟ້າລາວຈະຈັດຕັ້ງປະຕິບັດໃນເດືອນມີນາປີ 2023 ເປັນຕົ້ນໄປ.

ນອກຈາກນີ້ຍັງຕິດພັນກັບອັດຕາເງີນເຟີ້ເງີນກີບອ່ອນຄ່າເມື່ອທຽບໃສ່ອັດຕາແລກປ່ຽນເງີນຕາຕ່າງປະເທດຊຶ່ງເປັນສາເຫດຕົ້ນຕໍເຮັດໃຫ້ທາງກຸ່ມບໍລິສັດຜູ້ຜະລິດນໍ້າກ້ອນໄດ້ຮັບຜົນກະທົບເພີ່ມຕົ້ນທຶນໃນການຜະລິດຂຶ້ນເທົ່າໂຕ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ຕິດພັນກັບການໃຊ້ນໍ້າກ້ອນໄດ້ຮັບຊາບ ແລະເຂົ້າໃຈນໍາຄວາມຈຳເປັນໃນການປັບຂຶ້ນລາຄາໃນຄັ້ງນີ້ດ້ວຍ.