ບໍລິສັດ ສຸກໃຈ ສາລະວັນ ຂາອອກ-ຂາເຂົ້າ ຈຳກັດ ຮ່ວມມືສົ່ງເສີມດ້ານກະສິກຳ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທ່ານ ສິດທິເດດ ຈັນທະບຸດດີ ຜູ້ອໍານວຍການໂຮງຮຽນເຕັກນິກ-ວິຊາຊີບ ແບບປະສົມແຂວງສາລະວັນ (ຮຕ.ສວ) ກັບ ທ່ານ ນາງ ວົງຈັນ ພັນທະວົງ ປະທານບໍລິສັດ ສຸກໃຈ ສາລະວັນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໂດຍມີ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອເສີມຂະຫຍາຍການຮ່ວມມືທາງດ້ານກະສິກໍາ (ການປູກຝັງ ແລະ ລ້ຽງ ສັດ) ເປົ້າໝາຍແມ່ນເຮັດໃຫ້ຄູອາຈານ ແລະ ນັກຮຽນ ຂອງໂຮງຮຽນມີລາຍຮັບ ແລະ ນັກສຶກສາເວລາຮຽນຈົບມີວຽກເຮັດງານທຳ, ທັງເປັນການເພີ່ມທະວີການພົວພັນ ແລະ ການຮ່ວມມືໃນດ້ານທຸລະກິດໃຫ້ມີຄວາມໜັ້ນຄົງແບບຍືນຍົງ.

ສຳລັບເນື້ອໃນການຮ່ວມມື: ທັງສອງຝ່າຍໄດ້ເປັນເອກະພາບແບ່ງໜ້າທີ່ຄວາມຮັບຜິດຊອບ ໂດຍທາງໂຮງ ຮຽນຕ້ອງຈັດຕັ້ງກອງປະຊຸມໃນໄລຍະ 6 ເດືອນ ຫາ 1 ປີ ເພື່ອຖອດຖອນ ແລະ ແລກປ່ຽນບົດຮຽນ, ການົດ ແລະ ວາງແຜນການດໍາເນີນງານກັບຄູ່ຮ່ວມມື; ສ້າງສິ່ງອຳນວຍຄວາມສະດວກ ແລະ ຄວບຄຸມການເຄື່ອນໄຫວຂອງຄະນະຮັບຜິດຊອບ, ພະນັກງານປະສານງານ; ຕາມການຕົກລົງເຫັນດີກັນໃນການກ້າເບ້ຍໄມ້ທີ່ຈະເອົາມາສະໜອງໃຫ້ຄູ່ຮ່ວມມື 2 ຊະນິດຄື: ເບ້ຍໄມ້ປະດັບ ແລະ ເບ້ຍໄມ້ກິນໜາກ. ສ່ວນເບ້ຍໄມ້ກິນໜາກຕ້ອງໄດ້ລະບຸຈະແຈ້ງວ່າເບ້ຍເພາະພັນ ຫລື ເບ້ຍຕອນຫງ່າ; ການກ້າເບ້ຍໄມ້ທັງສອງປະເພດແມ່ນຈະກ້າເບ້ຍໄມ້ຕາມຄວາມຕ້ອງການຂອງຕະ ຫລາດ, ສະໜອງຝຸ່ນຊີວະພາບແບບຊະນິດນໍ້າ ແລະ ຊະນິດແຫ້ງ ໃຫ້ກັບຄູ່ຮ່ວມມື; ເຂົ້າຮ່ວມຂະບວນການຕ່າງໆ ທີ່ຄູ່ຮ່ວມມືຈັດຂື້ນຕາມຄວາມເໝາະສົມ. ສ່ວນທາງບໍລິສັດ ສຸກໃຈສາລະວັນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ສະໜັບສະໜູນດ້ານວຽກງານວິຊາການ ແລະ ໃຫ້ການຮ່ວມມືໃນການປະສານພົວພັນ, ການທັດສະນະສຶກສາ, ການຝຶກງານ ແລະ ການປະກອບອາຊີບໃຫ້ແກ່ຜູ້ຮຽນຈົບ ຕາມຄວາມເໝາະສົມ; ເກັບກຳຂໍ້ມູນຄວາມຕ້ອງການຂອງລູກຄ້າວ່າລູກຄ້າຕ້ອງການເບ້ຍໄມ້ປະເພດໃດ, ຊະນິດໃດແລ້ວປະສານຫາຄູ່ຮ່ວມມື ເພື່ອສະໜອງໃຫ້ໄດ້ຕາມຄວາມຕ້ອງ ການຂອງຕະຫລາດ; ເປັນເຈົ້າການໃນການເຂົ້າຮ່ວມປະຊຸມປຶກສາຫາລື, ແຜນການດຳເນີນງານຮ່ວມກັບໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງສາລະວັນ; ຊອກຫາແຫລ່ງຕະຫລາດສົ່ງອອກຜະລິດຕະພັນ ແລະ ການບໍລິ ການຂອງຄູ່ຮ່ວມມື, ໄລຍະເວລາຈັດຕັ້ງປະຕິບັດ ເລີ່ມປະຕິບັດ ແມ່ນນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ທ່ານ ນາງ ວົງຈັນ ພັນທະວົງ ປະທານບໍລິສັດ ສຸກໃຈ ສາລະວັນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ການເຊັນສັນຍາຮ່ວມມືກັນລະຫວ່າງບໍລິສັດພວກເຮົາ ກັບ ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນຄັ້ງນີ້ ຖືວ່າເປັນມິນິດໝາຍທີ່ດີໃນການຮ່ວມມມືກັນ ທີ່ຈະຂັບເຄື່ອນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະ ເພື່ອສ້າງວິຊາຊີບດ້ານກະສິກຳ ໃຫ້ນັກຮຽນ-ຄູ ສະໜອງເບ້ຍໄມ້ປະດັບຢູ່ພາຍໃນແຂວງສາລະວັນ ໃຫ້ຢູ່ໃນລາຄາຈັບຕ້ອງໄດ້, ພ້ອມນີ້ຍັງເປັນການຊ່ວຍໃຫ້ນັກສຶກສາໄດ້ມີວຽກເຮັດງານທຳ ແລະ ນຳໄປຕໍ່ຍອດເປັນເຈົ້າຂອງທຸລະກິດ ຫລື ເປັນຜູ້ປະກອບການຈຸນລະວິສາຫະກິດໃນຕໍ່ໜ້າ ເຊິ່ງແຂວງສາລະວັນເປັນແຂວງທີ່ມີມູນເຊື້ອດ້ານກະສິກຳຢູ່ແລ້ວ. ດັ່ງນັ້ນ, ການສະໜອງເບ້ຍໄມ້ຕ່າງໆໃຫ້ແກ່ຜູ້ປູກ ຈຶ່ງມີຄວາມຈຳເປັນ ແລະ ມີຄວາມສຳຄັນ ບໍລິສັດພວກເຮົາ ຈຶ່ງຢາກຊຸກຍູ້ໃຫ້ກາຍເປັນອາຊີບ ທີ່ຊ່ວຍສ້າງລາຍຮັບໃຫ້ແກ່ນັກຮຽນ ແລະ ຄູ ຢູ່ໂຮງຮຽນເຕັກ ນິກ-ວິຊາຊີບແບບປະສົມ ແຂວງສາລະວັນ.