ປີນີ້ແຂວງເຊກອງຕ້ອງການທຶນພັດທະນາ 790 ຕື້ກວ່າກີບ

ຕາມການລາຍງານຂອງທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະການລົງທຶນ (ຜທ) ແຂວງເຊກອງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ເມື່ອບໍ່ດົນນີ້ວ່າ: ໃນປີ 2023 ແຂວງເຊກອງ ມີຄວາມຕ້ອງການທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງທັງໝົດ 797 ຕື້ກີບ ກວມເອົາ 30% ຂອງ GDP; ໃນນີ້ການລົງທຶນຂອງລັດ 79 ຕື້ກີບ, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 119 ຕື້ກີບ, ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ 597 ຕື້ກີບ.

ຫົວໜ້າພະແນກ ຜທ ແຂວງກ່າວວ່າ: ເພື່ອຮັບ ປະກັນໃຫ້ການລະດົມແຫຼ່ງທຶນບັນລຸໄດ້ຕາມແຜນການໃນແຕ່ລະກຸ່ມເປົ້າໝາຍນັ້ນ; ກ່ອນອື່ນໝົດຕ້ອງຕັ້ງໜ້າສ້າງ ແລະປັບປຸງບັນຍາກາດເອື້ອອໍາ ນວຍຄວາມສະດວກໃຫ້ແກ່ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ; ສືບຕໍ່ປັບປຸງກົນໄກການບໍລິການລົງທຶນປະຕູດຽວໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະມີປະສິດທິຜົນ; ສ້າງບັນຊີຮຽກການລົງທຶນໃຫ້ສໍາເລັດ, ສືບຕໍ່ໂຄສະນາດຶງດູດການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະ ເທດໃຫ້ກວ້າງຂວາງ; ເອົາໃຈໃສ່ຕິດ ຕາມຊຸກຍູ້ ແລະອໍານວຍຄວາມສະດວກໃຫ້ແກ່ບັນດາໂຄງການລົງ ທຶນທີ່ໄດ້ອະນຸມັດໄປແລ້ວຕົ້ນຕໍແມ່ນໂຄງການຂະໜາດກາງ ແລະ ຂະ ໜາດໃຫຍ່ໃຫ້ສາມາດດໍາເນີນກິດຈະການໄປຕາມແຜນການ ແລະສັນຍາທີ່ໄດ້ກໍານົດໄວ້; ເຄັ່ງຄັດປະຕິບັດຕາມກົດໝາຍ ແລະສັນຍາຕໍ່ບັນດາໂຄງການທີ່ແກ່ຍາວ, ບໍ່ມີຄວາມຄືບໜ້າ ແລະຖ່ວງດຶງເວ ລາ, ທັງນີ້ກໍເພື່ອເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຕາມຄາດໝາຍແຜນການວາງໄວ້ ແລະຮັບປະກັນໃຫ້ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ.

ທ່ານ ສາກົນ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ໃນປີ 2022 ຜ່ານມາແຂວງເຊກອງສາມາດລະດົມແຫຼ່ງທຶນເຂົ້າໃນການພັດທະນາ 478,63 ຕື້ກີບ; ໃນນີ້ການລົງທຶນຈາກງົບປະມານລົງທຶນຂອງລັດໂດຍກົງ 86,95 ຕື້ກີບ; ທຶນຊ່ວຍເຫຼືອລ້າ ແລະກູ້ຢືມ 81,6 ຕື້ກີບ;ການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ 310,08 ຕື້ກີບ ໂດຍທຸກໆແຫຼ່ງທຶນທີ່ແຂວງລະດົມໄດ້ນັ້ນແມ່ນສຸມໃສ່ການພັດທະນາພື້ນຖານໂຄງລ່າງ ແລະສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ວຽກງານການຄ້າ, ການລົງທຶນ ແລະການບໍລິການດ້ານຕ່າງໆ ອັນໄດ້ເຮັດໃຫ້ເສດຖະກິດ-ສັງຄົມຂະຫຍາຍຕົວ ແລະປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.
Cr: ຂ່າວເຊກອງ