ສີລັງກາ ປັບຂຶ້ນຄ່າໄຟຟ້າ 66%

ທ້າຍອາທິດທີ່ຜ່ານມາກະຊວງພະລັງງານຂອງສີລັງກາໄດ້ອອກຖະແຫຼງການກ່ຽວກັບການປັບຂຶ້ນຄ່າໄຟຟ້າໃນອັດຕາ 66% ໂດຍບໍ່ໄດ້ລະບຸຢ່າງລະອຽດກ່ຽວກັບເພດານລາຄາ ແລະການກຳນົດໄລຍະຂອງລາຄາແຕ່ມີຄວາມຫວັງວ່າຈະສາມາດປັບຫຼຸດຄ່າໄຟຟ້າລົງໄດ້ເມື່ອເຖິງກຳນົດການປະເມີນສະຖານະການຄັ້ງຕໍ່ໄປໃນເດືອນກໍລະກົດ.

ອີກຢ່າງໜຶ່ງ, ສີລັງກາກຳລັງພົບກັບວິກິດເສດຖະກິດຄັ້ງທີ່ຮ້າຍແຮງທີ່ສຸດຊຶ່ງໃນປະຫວັດສາດຂອງປະເທດໄດ້ມີການປັບຂຶ້ນຄ່າໄຟຟ້າເປັນຄັ້ງທຳອິດໃນຮອບ 9 ປີ ເມື່ອເດືອນສິງຫາ ປີ 2022 ຜ່ານມາ ກຳນົດອັດຕາ 264% ໂດຍມີການລາຍງານວ່າລັດຖະບານຕ້ອງການປັບເພີ່ມອັດຕາຄ່າໄຟຟ້າສູງເຖິງ 800% ແຕ່ຄະນະກຳມະການກວດສອບສາທາລະນະປະໂຫຍດກຳນົດເພດານໄວ້ສູງສຸດທີ່ 264%. ເຖິງຢ່າງໃດກໍຕາມ, ປະມານ 2 ໃນ 3 ຈາກ 7,8 ລ້ານຄົວເຮືອນໃນສີລັງກາຊຶ່ງໃຊ້ກະແສໄຟຟ້ານ້ອຍກວ່າ 90 ກິໂລວັດຕໍ່ເດືອນ ຈະຍັງຄົງໄດ້ຮັບຜົນກະທົບຈາກມາດຕະການຂຶ້ນຄ່າໄຟຟ້າຫຼາຍທີ່ສຸດເນື່ອງຈາກຄ່າທຳນຽມຈະເພີ່ມແບບກ້າວກະໂດດຂະນະທີ່ລັດຖະບານເນັ້ນຢໍ້າວ່າຄວາມຈຳເປັນຂອງມາດຕະການຫຼັງຈາກຢຸດຕິນະໂຍບາຍອຸດໜູນຄ່າໄຟຟ້າ ແລະຊ່ວຍໃຫ້ໜ່ວຍງານທີ່ກ່ຽວຂ້ອງວາງແຜນກຳນົດຄ່າໄຟຟ້າໃນໄລຍະຍາວຕໍ່ໄປ.

ການເຄື່ອນໄຫວດັ່ງກ່າວຂອງສີລັງເປັນສ່ວນໜຶ່ງຕາມເງື່ອນໄຂອັນເຄັ່ງຄັດຂອງກອງທຶນເງິນຕາສາກົນ (IMF) ເພື່ອແລກກັບການປ່ອຍສິນເຊື່ອງວດໃໝ່ມູນຄ່າ 2.900 ລ້ານໂດລາ ຕາມທີ່ມີການບັນລຸຂໍ້ຕົກລົງຮ່ວມກັນເມື່ອເດືອນກັນຍາ 2022 ຜ່ານມາ