ເມືອງໂຂງພົບສັດລ້ຽງຕາຍ ຍ້ອນພະຍາດຕາມລະດູການ

ທ່ານ ບັນດິດ ສິງຫາທຳ ຮອງຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງໂຂງ ລາຍງານໃຫ້ຮູ້ໃນກອງປະຊຸມປະຈຳເດືອນກຸມພາ ທີ່ຈັດຂຶ້ນໃນວັນທີ 20 ກຸມພາ 2023 ນີ້ວ່າ: ປັດຈະບັນ,ຫ້ອງການກະສິກຳ-ປ່າໄມ້ເມືອງໄດ້ຕິດຕາມເບິ່ງສັດລ້ຽງຂອງປະຊາຊົນທີ່ໄດ້ຮັບແຈ້ງວ່າມີບາງກຸ່ມບ້ານສັດລ້ຽງຕາຍຍ້ອນພະຍາດລະບາດຕາມລະດູການ ເປັນຕົ້ນພະຍາດເຕົ້າໂຮມເລືອດ, ປາກເປື່ອຍລົງເລັບ ແລະອະຫິວາໝູ.

ຕາມການເກັບກຳຂໍ້ມູນຂອງວິຊາການມາເຖິງປັດຈຸບັນ, ທົ່ວເມືອງພົບສັດລ້ຽງປະເພດສັດໃຫຍ່ງົວ ແລະຄວາຍຕິດເຊື້ອ ແລະຕາຍຢູ່ 2 ຈຸດຄື: ກຸ່ມນາຝັ່ງ ແລະຈຸດບ້ານໃຫຍ່ເມືອງແສນ. ໃນນັ້ນ, ກຸ່ມນາຝັ່ງເຊິ່ງແມ່ນບ້ານນາຝັ່ງ ພົບງົວຈຳນວນ 13 ໂຕ ແລະຄວາຍ 1 ໂຕມີອາການເຫງົາຊຶມ, ສາມາດຮັກສາປິ່ນປົວງົວດີ 3 ໂຕ, ຕາຍ 10 ໂຕ ແລະ ຄວາຍຕາຍ 1 ໂຕ ແລະຈຸດບ້ານໃຫຍ່ເມືອງແສນພົບງົວຈຳນວນ 35 ໂຕ, ຄວາຍ 9 ໂຕ ເປັນພະຍາດປາກເປື່ອຍລົງເລັບ ແລະບ້ານດອນເຫລັກໄຟພົບໝູ ຕາຍ 20 ໂຕ.

ຕໍ່ກັບເຫດການທີ່ສັດລ້ຽງຂອງປະຊາຊົນຊາວເມືອງໂຂງຕາຍຄັ້ງນີ້ປະທານກອງປະຊຸມກໍໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງລົງໃຫ້ຊິດຕິດແທດກັບພໍ່ແມ່ປະຊາຊົນເຝົ້າລະວັງຕິດຕາມພະຍາດທີ່ອາດເກີດຂຶ້ນກັບສັດລ້ຽງ ໂດຍສະເພາະບ້ານທີ່ເຄີຍມີປະກົດການລະບາດຂອງພະຍາດໃນໄລຍະຜ່ານມາ, ຖ້າພົບເຫັນໃຫ້ຮີບຮ້ອນແຈ້ງຕໍ່ອຳນາດການປົກຄອງ ຫລືຫ້ອງການກ່ຽວຂ້ອງເພື່ອລົງໄປທຳລາຍ ແລະຫາວິທີກຳຈັດບໍ່ໃຫ້ພະຍາດໄດ້ແພ່ລະບາດອອກໄປເປັນບໍລິເວນກວ້າງ. ພ້ອມດຽວກັນນັ້ນ,ໃຫ້ອອກແຈ້ງການຢຸດຂ້າສັດເພື່ອປ້ອນຕະຫລາດພາຍໃນເມືອງໂດຍສະເພາະແມ່ນ ໝູ, ງົວ ແລະຄວາຍ ຈົນກວ່າການລະບາດຂອງເຊື້ອພະຍາດຢຸດເຊົາໂດຍພື້ນຖານ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນໂດຍການເປັນປະທານຂອງທ່ານ ນາງ ຄຳພູ ລິດທິສັກ ເລຂາພັກເມືອງເຈົ້າເມືອງໂຂງ, ມີຄະນະບໍລິຫານງານພັກເມືອງ ແລະຄະນະພັກຮາກຖານ 9 ກຸ່ມບ້ານ 3 ຈຸດບ້ານໃຫຍ່ໃນດອນໂຂງເຂົ້າຮ່ວມ.
Cr: ຂ່າວສານປະເທດລາວ