ພາຍຸພັດຖະຫລົ່ມໃນບຣາຊິນ ເຮັດໃຫ້ມີຜູ້ເສຍຊີວິດ 36 ຄົນ

ພາຍຸພັດຖະຫລົ່ມເຂົ້າລັດເຊົາເປົາໂລ ຂອງບຣາຊິນ ເຮັດໃຫ້ນໍ້າຖ້ວມ ແລະດິນເຈື່ອນສົ່ງຜົນໃຫ້ມີຜູ້ເສຍຊີວິດ 36 ຄົນ ແລະອີກ 600 ຄົນ ບໍ່ມີທີ່ພັກອາໄສ.

ວັນທີ່ 20 ກຸມພາທີ່ຜ່ານມາ ເກີດພາຍຸພັດຖະຫລົ່ມເຂົ້າລັດເຊົາເປົາໂລ ຂອງບຣາຊິນ ເຮັດໃຫ້ນໍ້າຖ້ວມ ແລະດິນເຈື່ອນສົ່ງຜົນໃຫ້ມີ ຜູ້ເສຍຊີວິດ 36 ຄົນ ແລະອີກ 600 ຄົນ ບໍ່ມີທີ່ພັກອາໄສຈາກນັ້ນຜູ້ວ່າການລັດດັ່ງກ່າວປະກາດສະຖານະການສຸກເສີນ ໃນ 5 ເມືອງແຄມຝັ່ງ ແລະຍົກເລີກເທດສະການຄານີໂວລ ທີ່ມີຊື່ສຽງຂອງບຣາຊິນ.ນອກນີ້ຍັງມີປະຊາຊົນ 338 ຄົນ ຕ້ອງຍົກຍ້າຍອອກຈາກພື້ນທີ່ເພື່ອຄວາມປອດໄພ. ໃນປີກາຍນີ້ພາຍຸພັດ ເຂົ້າເມືອງ ເປໂຕຣ ໂປລິສ ຂອງບຣາຊິນ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 230 ຄົນ.