ຫວຽດນາມຕັ້ງເປົ້າສົ່ງອອກໝາກພ້າວ 1 ຕື້ໂດລາຕໍ່ປີ

ທາງການສສ ຫວຽດນາມຕັ້ງເປົ້າສ້າງລາຍໄດ້ຈາກການສົ່ງອອກຜະລິດຕະພັນໝາກພ້າວມູນຄ່າ 1 ຕື້ໂດລາສະຫະລັດຕໍ່ປີ ໂດຍຈະເລັ່ງສົ່ງອອກໝາກພ້າວແບບແປຮູບທີ່ມີມູນຄ່າເພີ່ມຂຶ້ນ.

ຕາມຂ່າວຕ່າງປະເທດລາຍງານວ່າ ສະມາຄົມໝາກພ້າວຫວຽດນາມລະບຸວ່າຫວຽດນາມມີລາຍໄດ້ຈາກການສົ່ງອອກໝາກພ້າວ ແລະຜະລິດຕະພັນແປຮູບອື່ນໆປະມານ 1 ຕື້ໂດລາ ໃນປີ 2022 ເຮັດໃຫ້ຫວຽດນາມກາຍເປັນຜູ້ສົ່ງອອກລາຍໃຫຍ່ອັນດັບ 4 ໃນພາກພື້ນອາຊີປາຊິຟິກ. ອຸດສາຫະກຳທ້ອງຖິ່ນໄດ້ພັດທະນາອາຫານທີ່ເຮັດຈາກໝາກພ້າວປະມານ 200 ລາຍການນອກຈາກຜະລິດຕະພັນດັ້ງເດີມແລ້ວກຸ່ມບໍລິສັດຜູ້ແປຮູບກຳລັງສົ່ງອອກຜະລິດຕະພັນຈາກໝາກພ້າວອື່ນໆເຊັ່ນ: ເປືອກໝາກພ້າວ ແລະ ເສັ້ນໃຍໂດຍສະເພາະໄມ້ໝາກພ້າວຊຶ່ງມີສັກກະຍະພາບເພີ່ມລາຍໄດ້ການສົ່ງອອກ ແລະເປັນໜຶ່ງໃນໄມ້ທີ່ມີມູນຄ່າສູງສຸດຂອງຫວຽດນາມ.

ທັງນີ້ຂໍ້ມູນຈາກອົງການອາຫານ ແລະກະສິກຳແຫ່ງສະຫະປະຊາຊາດ(ເອຟເອໂອ) ລະບຸວ່າຫວຽດນາມເປັນໜຶ່ງໃນຜູ້ຜະລິດໝາກພ້າວລາຍໃຫຍ່ສຸດຂອງໂລກດ້ວຍຜົນຜະລິດ 1,87 ລ້ານໂຕນ ໃນປີ 2021 ໂດຍມີພື້ນທີ່ເພາະປູກໝາດພ້າວຫຼາຍກວ່າ 1 ລ້ານໄຣ່ ຊຶ່ງສ່ວນໃຫຍ່ຢູ່ບໍລິເວນສາມຫຼຽມແມ່ນໍ້າຂອງ.