ຮອງເຈົ້າແຂວງໆຫົວພັນລົງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ ເມືອງຮ້ຽມ

ວັນທີ່ 1 ກຸມພາ 2023 ນີ້ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວ ຊຸກຍູ້ວຽກງານການພັດທະນາເສດຖະກິດ-ສັງຄົມ ພ້ອມທັງໂອ້ລົມພະນັກງານຫຼັກແຫຼ່ງ ເມືອງຮ້ຽມ ຢູ່ທີ່ສະໂມສອນເມືອງ ເຊີ່ງກ່ອນອື່ນໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍຫຍໍ້ຈາກທ່ານ ບຸນວິໄຊ ກົງປາລີ ເຈົ້າເມືອງໆຮ້ຽມ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ,ຂໍ້ສະດວກ ແລະ ສິ່ງທ້າທາຍ ໃຫ້ຮອງເຈົ້າເຂວງ ແລະ ຄະນະໄດ້ຮັບຊາບ. ໂດຍມີຄະນະປະຈໍາ, ກໍາມະການພັກເມືອງ, ກໍາລັງປ້ອງກັນຊາດ, ປ້ອງກັັນຄວາມສະຫງົບ, ພະນັກງານລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນວຽກຈຸດສຸມ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້: ເປັນຕົ້ນແມ່ນ: ແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດ2 ວາລະແຫ່ງຊາດ ການນຳເມືອງ ແລະພະນັກງານຫຼັກແຫຼ່ງທຸກຂັ້ນ ຕ້ອງໄດ້ສືບຕໍ່ກໍາແໜ້ນທັດສະນະພື້ນຖານທີ່ມະຕິກອງປະຊຸມໃຫ່ຍ ຄັ້ງທີ່ 10 ຂອງອົງຄະນະພັກແຂວງກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ຂອງແຂວງທີ່ໄດ້ກໍານົດໄວ້, ທຸກພາກສວ່ນ, ອົງການປົກຄອງທ້ອງຖີ່ນທຸກຂັ້ນຕ້ອງສືບຕໍ່ຈັດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານສາມສ້າງ, ຕິດພັນກັນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານຢູ່ໃນຂົງເຂດຕົນຮັບຜິດຊອບ ໃຫ້ມີປະສິດທິຜົນສູງກວ່າເກົ່າ, ກໍານົດແຜນວຽກຂອງຕົນໃຫ້ລະອຽດ, ສົ່ງພະນັກງານວິຊາການລົງຕິດຕາມຊຸກຍູ້ ແລະ ສົ່ງເສີມການປູກ, ການລ້ຽງ ໂດຍນຳໃຊ້ເຕັກນິກກິສິກຳແບບໃໝ່ເຂົ້າໃສ່ການຜະລິດເປັນສິນຄ້າໃຫ້ຫຼາຍຂື້ນ ເພື່ອປັບປຸງຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂື້ນກວ່າເກົ່າ, ເອົາໃຈໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງີນ, ການແກ້ໄຂບັນຫາຢາເສບຕິດ, ສືບຕໍ່ປະຕິບັດແນວທາງຂອງພັກ-ລັດວາງອອກໃນແຕ່ລະໄລຍະ ພ້ອມນີ້ກໍຕ້ອງປັບປ່ຽນທັດສະນະຄະຕິຈາກອັນເກົ່າໄປສູ່ອັນໃໝ່ ນຳໃຊ້ເຕັກໂນໂລຊີເຂົ້າໃນການເຄື່ອນໄຫວວຽກງານໃຫ້ມີປະສິດທິພາບ ແລະ ວ່ອງໄວ, ສູ້ຊົນເກັບລາຍຮັບ ຄຸ້ມຄອງລາຍຈ່າຍໃຫ້ຮັດກຸມ, ສົ່ງເສີມການລົງທຶນພາຍໃນ ແລະ ດຶງດູດການລົງທຶນ ຍາດແຍ່ງການຊ່ວຍເຫຼືອຈາກປະເທດເພື່ອນມິດ, ປຸກຈິດສຳນຶກການປົກປັກຮັກສາ ແລະຄຸ້ມຄອງປ່າໄມ້ໃຫ້ເປັນສີຂຽວຍືນຍົງ ໂດຍສະເພາະເຂດປ່າສະຫງວນແຫ່ງຊາດ..

ພິທີດັ່ງກ່າວ ຍັງໄດ້ຮັບຟັງການນຳສະເໜີການຫັນເປັນທັນສະໄໝ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານ, ວຽກງານການຈັດຕັ້ງປະຕິບັດທີ່ດີນ ພະແນກຊັບພະຍາກອນທຳມິຊາດ ແລະ ສິ່ງແວດລ້ອມ, ວຽກງານໂຍທາທິການ ແລະຂົນສົ່ງ, ການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການລົງທຶນ ແລະ ການສົ່ງເສີມການຜະລິດເປັນສິນຄ້າຈາກບັນດາທ່ານຫົວໜ້າພະແນກການທີ່ກ່ຽວຂ້ອງ. ໂອກາດນີ້ພະແນກເຕັກໂນໂລຊີ ແລະການສື່ສານຍັງໄດ້ນຳເອົາຊຸດເຄື່ອງກອງປະຊຸມທາງໄກ ມູນຄ່າ 38 ລ້ານກວ່າກີບມອບໃຫ້ເມືອງຮ້ຽມຕື່ມອີກ.

Cr: Medialaos