ປີ 2023 ບໍ່ແກ້ວ ຈະສືບຕໍ່ສົ່ງເສີມການຜະລິດ ເພືອທົດແທນການນໍາເຂົ້າເປັນສິນຄ້າສົ່ງອອກ ສ້າງຖານລາຍຮັບທີ່ເຂັ້ມແຂງ-ຍືນຍົງ

ແຂວງບໍ່ແກ້ວ ໄດ້ເອົາໃຈໃສ່ວຽກງານຈຸດສຸມສົ່ງເສີມການຜະລິດກະສິກຳເພື່ອທົດແທນການນໍາເຂົ້າ ແລະເປັນສິນຄ້າສົ່ງອອກແມ່ນວຽກງານໜຶ່ງທີ່ສໍາຄັນ ແລະເປັນທ່າແຮງທີ່ບົ່ມຊ້ອນຂອງແຂວງ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງແລະຍືນຍົງ ປີ 2023 ຈະສືບຕໍ່ຊຸກຍູ້ກຸ່ມຜະລິດພືດຜັກຊາວກະສິກອນ ແລະ ຜູ້ປະກອບການໃຫ້ຫັນມາລົງທຶນໃສ່ການຜະລິດສະບຽງອາຫານໃຫ້ຫຼາຍຕາມລະດູການໂດຍສະເພາະແມ່ນການປູກພືດຜັກແບບເຮືອນຮົ່ມຕາມແຜນຢູ່ເມືອງຫ້ວຍຊາຍມີ 8 ກຸ່ມຜະລິດ 232 ຄອບຄົວ, ມີເນື້ອທີ່ 31 ຮຕ, ເມືອງຕົ້ນເຜີ້ງ ມີ 3 ກຸ່ມຜະລິດ ເນື້ອທີ່ 21 ຮຕ ແລະເຂດເມືອງອື່ນໆທີ່ມີເງື່ອນໄຂລວມທັງພືດຜັກກິນໃບ, ຫົວດອກ.

ເພື່ອສະໜອງໃຫ້ແກ່ການບໍລິໂພກພາຍໃນ ແລະ ສົ່ງອອກ. ການຜະລິດໝາກໄມ້, ໝາກກ້ຽງນ້ອຍ, ໝາກນັດ, ໝາກກ້ວຍ ໃນເນື້ອທີ່ 480 ຮຕ. ຕິດພັນກັບການລ້ຽງສັດ ແລະ ການປະ ມົງ: ສົ່ງເສີມການລ້ຽງໝູພັນ ຢູ່ເມືອງ ຫ້ວຍຊາຍ ແລະ ເມືອງຕົ້ນເຜິ້ງ ເພື່ອຮັບໃຊ້ພາຍໃນ ສຸມໃສ່ໃຫ້ບໍລິສັດດອກງິ້ວຄຳ ມີໝູແມ່ພັນ 300 ໂຕ ສາມາດຜະລິດໝູຊີ້ນໃຫ້ໄດ້ 825ໂຕ/ເດືອນ, ສະເລ່ຍ 9.900 ໂຕ/ປີ ແລະ ວິສາຫະກິດລ້ຽງໝູ 8 ຟາມ ທີ່ມີແລ້ວໃຫ້ມີການຂະຫຍາຍຕົວ ສາມາດຜະລິດໝູພັນຊີ້ນປ້ອນຕະຫຼາດໃຫ້ໄດ້ 325 ໂຕ/ເດືອນ, ສະເລ່ຍ 3.900ໂຕ/ປີ (ຖ້າທຽບໃສ່ຄວາມຕ້ອງການບໍລິໂພກຊີ້ນໝູ 28.800 ໂຕ/ປີ ສາມາດສະໜອງໄດ້ພຽງແຕ່ 48% ແລະ ຍັງບໍ່ພຽງພໍຕາມຄວາມຕ້ອງການ 52%); ການລ້ຽງໄກ່-ເປັດ 6.500 ໂຕ/ເດືອນ (ສໍາລັບໄກ່ພັນໄຂ່ສືບຕໍ່ສົ່ງເສີມປະຊາຊົນຢູ່ ບ້ານນໍ້າຍອນ ລ້ຽງ 1.800 ໂຕ ແລະ ບ້ານດອນ 10.000 ໂຕ ເມືອງຫ້ວຍຊາຍ, ຄາດຄະເນສະໜອງໄຂ່ໄກ່ ໄດ້ 10.000 ໜ່ວຍ/ມື້ ແລະ ຈະສຸມໃສ່ການລ້ຽງປາ-ລ້ຽງກົບ ໃນ 5 ເມືອງ ມີ 10 ຟາມ ຄວາມອາດສາມາດຜະລິດປາໃຫ້ໄດ້ 2.000-3.000 ກິໂລ/ມື້.

ເພື່ອເຮັດບັນລຸຕາມແຜນການທີ່ວາງໄວ້ ທຸກພາກສ່ວນຕ້ອງເປັນເຈົ້າການໃນການເອົາໃຈໃສ່ ຕິດຕາມປະເມີນຜົນຂອງການຈັດຕັ້ງປະຕິບັດວຽກງານຕົວຈິງຂອງແຕ່ລະພະແນກການ-ຫ້ອງການ ບັນດາເມືອງທີ່ກ່ຽວຂ້ອງ ມີການແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ໃນການລົງເລິກຄົ້ນຄວ້າ ແລະ ສ້າງແຜນປະຕິ ບັດງານຂອງແຕ່ຂະແໜງການຢ່າງລະອຽດ ຂອງວຽກງານທີ່ຂະແໜງຕົນຮັບຜິດຊອບເປັນແຕ່ລະໄລຍະ ຕໍ່ການນໍາຂອງແຂວງເພື່ອມີທິດຊີ້ນໍາໃນການຈັດຕັ້ງປະຕິບັດໃຫ້ເປັນລະບົບ ແລະ ຕໍ່ເນື່ອງ ໂດຍຖືເອົາວຽກງານນີ້ ເປັນບູລິມະສິດສູງສຸດທີ່ສໍາຄັນ, ຮີບດ່ວນ ແລະ ຈຳເປັນຂອງແຂວງ ເພື່ອນໍາເອົາເນື້ອໃນຈິດໃຈໄປເຜີຍແຜ່ ແລະຮ່ວມຈິດຮ່ວມໃຈກັນເຂົ້າຮ່ວມໃນຂະບວນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນໃຫ້ປະກົດຜົນເປັນຈິງໄປເທື່ອລະກ້າວ.
ຂ່າວ: ເງິນຫຼົງ ຈິດພູວົງ