ພະລັງງານໄຟຟ້າຈາກກັງຫັນລົມ ແຫ່ງທຳອິດໃນ ສປປ ລາວ ຈະເລີ່ມຜະລິດກະແສໄຟຟ້າໃນກາງປີນີ້

ໂຄງການຜະລິດໄຟຟ້າຈາກກັງຫັນລົມ 600 ເມກາວັດ ໄດ້ຮັບການພັດທະນາໂດຍ ບໍລິສັດ ອີມແພັກ ເອັນເນີຈີເອເຊຍ ດີວີລົບເມັ້ນ ຈໍາກັດ ເຊິ່ງໄດ້ຮັບການອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບລັດຖະບານລາວ ໃນປີ 2011 ເພື່ອໄດ້ດໍາເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໂດຍມີການຕິດຕັ້ງເສົາວັດແທກເກັບຂໍ້ມູນລົມ 5 ຈຸດ ເປັນເວລາ 9 ປີ. ມາຮອດວັນນທີ 07 ສິງຫາ 2015 ເຈົ້າຂອງໂຄງການຈຶ່ງໄດ້ຮັບການເຊັນສັນຍາພັດທະນາໂຄງການ ຫຼື PDA. ຕໍ່ມາລັດຖະບານໄດ້ອະນຸມັດໃຫ້ເຊັນສັນຍາສຳປະທານໂຄງການ (CA).

ໂຄງການສາມາດກໍ່ສ້າງສໍາເລັດ ແລະເປີດຜະລິດກະແສໄຟຟ້າ (COD) ໃນປີ 2025, ບໍລິສັດຈະເລີ່ມລົງມືກໍ່ສ້າງວຽກໂຄງລ່າງພື້ນຖານໃນໄຕມາດທີ 1 ປີ 2023 ແລະ ພ້ອມກັນນັ້ນກໍ່ຈະລິເລີ່ມນໍາອຸປະກອນກົງຫັນລົມຊຸດທໍາອິດເຂົ້າມາເພື່ອຕິດຕັ້ງ ແລະ ໃຫ້ສາມາດຜະລິດໄຟຟ້າໄດ້ໃນໄຕມາດ 3 ປີ 2023. ໂຄງການດັ່ງກ່າວນີ້ຈະໃຊເ້ເວລາການກໍ່ສ້າງ 3 ປີ (ລວມທັງໂຄງການສາຍສົ່ງ), ມີອາຍຸສໍາປະທານໂຄງການ 25 ປີ ແລະ ມີມູນຄ່າການລົງທຶນຂອງໂຄງການທັງໝົດ 900 ລ້ານໂດລາສະຫະລັດ (ລວມທັງກໍ່ສ້າງແລວສາຍສົ່ງ 500 ກວ ຈາກສະຖານີໄຟຟ້າກັງຫັນລົມ ຫາ ຊາຍແດນ ລາວ-ຫວຽດນາມ).

ປັດຈຸບັນໂຄງການໄດ້ວ່າຈ້າງ ບໍລິສັດ ອິນໂນກຣີນ ເອັນຈິເນຍຣິ້ງ ຈຳກັດ (ສປປ ລາວ) ແລະກຣີນເນີ ຄອນຊາວເຕີນ ຈຳກັດ (ປະເທດຣາຊາອານາຈັກໄທ) ພ້ອມກັນດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ແຜນຄຸ້ມຄອງ ແລະຕິດຕາມກວດກາສິ່ງແວດລ້ອມ. ຊຶ່ງໂຄງການດັ່ງກ່າວກວມເອົາ 2 ເມືອງ ຂອງ 2 ແຂວງຄື: ເມືອງດາກຈຶງ, ແຂວງເຊກອງ ແລະ ເມືອງຊານໄຊ, ແຂວງອັດຕະປື.

ໂຄງການດັ່ງກ່າວເປັນໂຄງການທີ່ແນໃສ່ການພັດທະນາແບບຍືນຍົງໂດຍໂຄງການຈະໃຊ້ພະລັງງານຈາກລົມນໍາມາຜະລິດກະແສໄຟຟ້າຊຶ່ງເປັນພະລັງງານທີ່ສະອາດ ແລະ ເປັນພະລັງງານທົດແທນທີ່ມີຄວາມຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເພື່ອຫຼຸດຜ່ອນການນຳໃຊ້ພະລັງງານເຊື້ອໄຟ ແລະ ພະລັງງານຊະນິດອື່ນໆ ທີ່ມີຢູ່ຢ່າງຈໍາກັດ, ພ້ອມກັນນັ້ນຍັງຊ່ວຍຫຼຸດການປ່ອຍທາດອາຍພິດເຮືອນແກ້ວຊຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດບັນຫາສະພາວະໂລກຮ້ອນ. ໂຄງການຜະລິດໄຟຟ້າຈາກກັງຫັນລົມແຫ່ງທຳອິດແຫ່ງນີ້ ຈະປະກອບມີການຕິດຕັ້ງເສົາຈຳນວນ 148 ເສົາ (ນໍາໃຊ້ເນື້ອທີ່ 0,272 ຮຕ/ຕົ້ນ), ມີ 2 ລະດັບຄື: ເສົາກັງຫັນລົມສູງ 140 ແມັດ, ມີກຳລັງການຜະລິດໄຟຟ້າ 4 ເມກາວັດຕໍ່ຕົ້ນ, ຄວາມໄວຂອງລົມຕໍ່າສຸດ 2,5 ແມັດ ຕໍ່ວິນາທີ, ຄວາມໄວຂອງລົມສູງສຸດ 9,7 ແມັດ ຕໍ່ວິນາທີ, ນຳໃຊ້ລຸ້ນໃບພັດ 3 ໃບ, ມີຄວາມຍາວຂອງໃບພັດ 80,8 ແມັດ,ເສັ້ນຜ່າສູນກາງ 165 ແມັດ, ເນື້ອທີ່ໃບພັດ 21,362 ຕາແມັດ; ແລະເສົາກັງຫັນລົມ ສູງ 110 ແມັດ, ມີກຳລັງການຜະລິດໄຟຟ້າ 4,5 ເມກາວັດ ຕໍ່ຕົ້ນ, ຄວາມໄວຂອງລົມຕ່າສຸດ 3 ແມັດ ຕໍ່ວິນາທີ, ຄວາມໄວຂອງລົມສູງສຸດ 10,5 ແມັດ ຕໍ່ວິນາທີ, ນຳໃຊ້ລຸ້ນໃບພັດ 3 ໃບ, ມີຄວາມຍາວຂອງໃບພັດ 83,9 ແມັດ, ເສັ້ນຜ່າສູນກາງ 171 ແມັດ, ເນື້ອທີ່ໃບພັດ 22,965 ຕາແມັດ.

ນອກຈາກນັ້ນຍັງຈະມີການກໍ່ສ້າງເສັ້ນທາງທີ່ມີຄວາມກ້ວາງ 6 ແມັດ ພ້ອມທັງສ້າງມີຮ່ອງລະບາຍນໍ້າລຽບຕາມເສັ້ນທາງ ແລະລະບົບສາຍເກັບໄຟຟ້າຂະໜາດ 35 ກິໂລໂວນ ແບບຝັງດິນເບື້ອງລະ 1 ແມັດ ລວມເປັນ 8 ແມັດ ເພື່ອເຂົ້າຫາເສົາກັງຫັນລົມ ແລະຈຸດເກັບໄຟຟ້າຈາກຈາກກັງຫັນລົມ ຈຳນວນ 148 ຕົ້ນ ເພື່ອເຊື່ອມຕໍ່ສະຖານີໄຟຟ້າຍ່ອຍ 110 ກວ ທັງ 5 ສະຖານີ ພາຍໃນພື້ນທີ່ໂຄງການ. ຫຼັງຈາກນັ້ນຈະໄດ້ສ້າງສາຍສົ່ງເທິງພື້ນດິນຂະໜາດແຮງສູງ 115 ກວ ແລະ 35 ກວ ເພື່ອເກັບໄຟຟ້າຈາກທັງ 5 ສະຖານີຍ່ອຍມາເຊື່ອມຕໍ່ກັບສະຖານີຫຼັກ 500 ກວ ຂອງໂຄງການ.
ທີ່ມາ: ສູນຂ່າວພະລັງງານ ແລະບໍ່ແຮ່