ບໍລິສັດ ສາຍສະໄໝ ເກັບຊື້ມັນຕົ້ນໄດ້ 35 ພັນກວ່າໂຕນ

ທ່ານ ສີວິໄຊ ເກດແກ້ວສີວິໄລ ປະທານບໍລິສັດ ສາຍສະໄໝການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ລາຍງານຕໍ່ສື່ມວນຊົນແຂວງສະຫວັນນະເຂດ ໃນອາທິດຜ່ານມາວ່າ: ມາຮອດປະຈຸບັນ, ການເກັບຊື້ມັນຕົ້ນແຫ້ງ ແລະມັນຕົ້ນດິບໃນທົ່ວແຂວງກຳລັງດຳເນີນໄປຢ່າງຂຸ້ນຂ້ຽວຊຶ່ງມາຮອດທ້າຍເດືອນກຸມພາ ການເກັບຊື້ມັນຕົ້ນດິບ ແລະມັນຕົ້ນແຫ້ງຂອງບໍລິສັດ ແມ່ນເກັບຊື້ໄດ້ແລ້ວປະມານ 35.000 ກວ່າໂຕນ.

ທາງບໍລິສັດຄາດວ່າເມື່ອລະດູການເກັບກ່ຽວສຳເລັດແລ້ວທາງບໍລິສັດຈະເກັບຊຶ້ມັນຕົ້ນແຫ້ງໄດ້ປະມານ 50.000 ກວ່າໂຕນ ໂດຍມາຮອດປັດຈຸບັນນີ້ ບໍລິສັດ ສາຍສະໄໝການຄ້າໄດ້ມີລານເກັບຊື້ມັນຕົ້ນຕາມເຂດ ແລະເມືອງຕ່າງໆຄື: ເມືອງຈຳພອນ, ເມືອງໄຊພູທອງ, ເມືອງສອງຄອນ, ເມືອງໄຊບູລີ, ເມືອງຊົນນະບູລີ, ເມືອງນອງ (ມີ 2 ລານ) ແລະເມືອງວິລະບູລີ (ມີສອງລານ: ໃນເທດສະບານເມືອງ ແລະລານຈຸດສຸມເມືອງວັງ) ພ້ອມນັ້ນ, ທາງບໍລິສັດຍັງໄດ້ສົ່ງເສີມປະຊາຊົນດ້ວຍການມອບແນວພັນມັນຕົ້ນໃຫ້ປະຊາຊົນພາຍໃນ 7 ບ້ານຄື: ບ້ານປູນຍາງ, ປູນຕົງ, ນອງວິໄລ, ນາລົງໃໝ່, ດົງນາສານ, ຫີນສະຫວ່າງ ແລະບ້ານສະດີ ນຳເອົາໄປປູກ ໃນມູນຄ່າ 680 ລ້ານກີບ (ສະໜອງແນວພັນມັນຕົ້ນໃຫ້ປະຊາຊົນໂດຍບໍ່ເອົາເງິນ ແຕ່ປະຊາຊົນຕ້ອງຂາຍໃຫ້ບໍລິສັດພາຍຫຼັງເກັບກູ້ຜົນຜະລິດ).

ສ່ວນລາຄາເກັບຊື້ມັນຕົ້ນດິບໃນປັດຈຸບັນຢູ່ໃນລາຄາ 1.200 ກີບ/ກິໂລ ແລະມັນຕົ້ນແຫ້ງ 3.500 ກີບ/ກິໂລ (ລາຄາມັນຕົ້ນແມ່ນບໍ່ຄົງທີ່ຂຶ້ນກັບເງື່ອນໄຂຫຼາຍດ້ານເປັນຕົ້ນ: ອັດຕາແລກປ່ຽນເງິນຕາ, ຄ່າຂົນສົ່ງ ແລະຂຶ້ນກັບລາຄາມັນຕົ້ນຢູ່ປະເທດປາຍທາງ) ຊຶ່ງສ່ວນໃຫຍ່ການສົ່ງອອກມັນຕົ້ນດິບ ແລະມັນຕົ້ນແຫ້ງແມ່ນສົ່ງອອກປະເທດໄທ ແລະສົ່ງອອກໄປ ສປ ຈີນ.