ໄອເອັມເອຟຄາດວ່າການຄ້າອາເມລິກາ-ຈີນຫົດຕົວ 70%

ກອງທຶນການເງິນສາກົນ (ໄອເອັມເອຟ) ເປີດເຜີຍລາຍງານການຄາດຄະເນຫຼ້າສຸດວ່າການຄ້າລະຫວ່າງອາເມລິກາ ແລະ ສປ ຈີນອາດຫົດຕົວລົງປະມານ 30-70% ໃນໄລຍະຍາວຖ້າຫາກ 2  ປະເທດປັບເພີ່ມພາສີນໍາເຂົ້າສິນ ຄ້າທັງໝົດອີກ 25%.

ຕາມຂ່າວຕ່າງປະເທດລາຍງານວ່າ ໄອເອັມເອຟລະບຸວ່າ ອຸປະສົງຈາກພາຍນອກປະເທດທີ່ຫຼຸດລົງຢ່າງຮຸນແຮງຈະເຮັດໃຫ້ຕົວເລກຜະລິດຕະພັນພາຍໃນ (ຈີດີພີ)ຂອງທັງຈີນ ແລະອາເມລິກາຫົດຕົວລົງ ໂດຍຈີດີພີທີ່ແທ້ຈິງຂອງ ອາເມລິກາຈະຫົດຕົວລົງໃນໄລ ຍະ-0,3 ເຖິງ-0,6% ແລະຈີດີພີຂອງຈີນຈະຫົດຕົວລົງ-0,5 ເຖິງ -1,5%. ໄອເອັມເອຟລະບຸ ວ່າຜົນກະທົບທີ່ມີຕໍ່ຈີນຈະຮຸນແຮງ ກວ່າເນື່ອງຈາກການສົ່ງອອກ ຂອງຈີນໄປຍັງອາເມລິກາຄິດເປັນ ອັນຕາສູງສຳລັບເສດຖະກິດຈີນ ເມື່ອທຽບກັບການສົ່ງອອກຂອງອາເມລິກາໄປຍັງຈີນ ຊຶ່ງບໍ່ໄດ້ມີອັດຕາສ່ວນສູງສຳລັບເສດຖະກິດອາເມລິກາ, ໄອເອັມເອຟລະບຸຕື່ມວ່າສົງຄາມການຄ້າລະຫວ່າງອາເມລິກາ ແລະຈີນຈະເຮັດໃຫ້ເກີດຄວາມບໍ່ແນ່ນອນຫຼາຍຂຶ້ນ ແລະຈະສົ່ງຜົນກະທົບດ້ານລົບຕໍ່ຄວາມເຊື່ອໝັ້ນ ແລະເຮັດໃຫ້ພາວະການເງິນທົ່ວໂລກເຄັ່ງຕຶງ ໂດຍຈະສົ່ງຜົນກະທົບໃນທາງລົບຕໍ່ປະເທດ ສ່ວນໃຫຍ່.

ນອກຈາກນີ້ ໄອເອັມເອຟ ຍັງ ລະບຸຕື່ມວ່າ  ໃນໄລຍະຍາວຂີດຄວາມສາມາດທາງການຜະລິດຈະປ່ຽນແປງໄປຫຼາຍຈາກຈີນ ແລະອາເມລິກາໄປເປັນເມັກຊິກ, ການາດາ ແລະອາຊີຕາເວັນອອກ ຊຶ່ງການປ່ຽນແປງນັ້ນຈະເຮັດໃຫ້ມີ ຄົນຕົກວຽກເປັນຈຳນວນຫຼາຍໃນຈີນ ແລະອາເມລິກາ.

ນສພ ເສດຖະກິດ-ສັງຄົມ