ເຜີຍແຜ່ການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ທີ່ບໍ່ແມ່ນພາກທີ່ຢູ່ອາໄສ

ໃນວັນທີ 9 ມີນາ 2023, ພະແນກພະລັງງານ ແລະບໍ່ແຮ່ແຂວງບໍ່ແກ້ວ ຮ່ວມກັບ ສາຂາລັດວິສາຫະກິດໄຟຟ້າລາວ ແຂວງບໍ່ແກ້ວ ເຜີຍແຜ່ກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ທີ່ບໍ່ແມ່ນພາກທີ່ຢູ່ອາໄສໃຫ້ແກ່ບັນດາຫ້ອງການ,ລັດວິສາຫະກິດ,ໂຮງຮຽນ, ໂຮງໝໍ ແລະພາກສ່ວນກ່ຽວຂ້ອງທີ່ຄຸ້ມຄອງບັນດາຫົວໜ່ວຍທຸລະກິດພາຍໃນເມືອງຕົ້ນເຜິ້ງ ໂດຍມີທ່ານ ອິນປອນ ແກ້ວດາວົງ ຮອງເຈົ້າເມືອງຕົ້ນເຜິ້ງ, ທ່ານ ທອງດີ ພົມປັນຍາ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີຄະນະສາຂາລັດວິສາຫະກິດໄຟຟ້າລາວ ແຂວງບໍ່ແກ້ວ ຕາງໜ້າບັນດາຫ້ອງການກ່ຽວຂ້ອງ, ລັດວິສາຫະກິດ ແລະພາກທຸລະກິດເຂົ້າຮ່ວມ.

ທ່ານ ທອງດີ ພົມປັນຍາ ຮອງຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງ ໄດ້ໃຫ້ຮູ້ວ່າ: ການເຜີຍກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ທີ່ບໍ່ແມ່ນພາກທີ່ຢູ່ອາໄສຄັ້ງນີ້ກໍເພື່ອເຮັດໃຫ້ພາກສ່ວນທີ່ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈ ແລະຊ່ວຍເຜີຍແຜ່ຊີ້ແຈ້ງເຖິງຄວາມຈຳເປັນຂອງລັດຖະບານໃນການປັບປັບປຸງໂຄງສ້າງລາຄາໄຟຟ້າໃໝ່ທີ່ບໍ່ແມ່ນພາກທີ່ຢູ່ອາໄສຕໍ່ບັນດາໜ່ວຍຫົວໜ່ວຍທຸລະກິດທີ່ຕົນຄຸ້ມຄອງຮັບຮູ້, ເຂົ້າໃຈເຖິງຄວາມຈໍາເປັນດັ່ງກ່າວ ແລະ ມີຄວາມເປັນເອກະພາບກັນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດດຳເນີນໄປດ້ວຍດີ. ການປັບປຸງໂຄງສ້າງ ແລະລາຄາໄຟຟ້າໃໝ່ທີ່ບໍ່ແມ່ນພາກທີ່ຢູ່ອາໄສໃນຄັ້ງນີ້, ເພື່ອປະຕິບັດຕາມແຈ້ງການຂອງຫ້ອງການກະຊວງພະລັງງານ ແລະບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ ໂດຍໄດ້ປັບປຸງລາຄາໄຟຟ້າບາງປະເພດທຸລະກິດຕາມຄວາມເໝາະສົມ.

ໂອກາດນີ້, ທ່ານ ອິນປອນ ແກ້ວດາວົງ ໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງເປັນເຈົ້າການ ແລະໃຫ້ການຊ່ວຍເຫລືອເຜີຍແຜ່ເນື້ອໃນຈິດໃຈເຖິງຄວາມຈຳເປັນກ່ຽວກັບການປັບປຸງໂຄງສ້າງ ແລະລາຄາໄຟຟ້າໃໝ່ ທີ່ບໍ່ແມ່ນພາກທີ່ຢູ່ອາໄສໃຫ້ພາກສ່ວນທຸລະກິດໃນຄວາມຮັບຜິດຊອບໄດ້ຮັບຮູ້ເຂົ້າໃຈໃຫ້ທົ່ວເຖິງເພື່ອເຮັດໃຫ້ລັດວິສາຫະກິດໄຟຟ້າລາວສາມາດຜ່ານຜາວິກິດທາງດ້ານການເງິນ ແລະສືບຕໍ່ການສະໜອງໄຟຟ້າໃຫ້ແກ່ຜູ້ຊົມໃຊ້ທຸກພາກສ່ວນໄດ້ຢ່າງຍືນຍົງ.