ຍທຂ ໄຊສົມບູນສະຫຼຸບການຈັດຕັ້ງປະຕິບັດວຽກງານທິດທາງຕໍ່ຫນ້າ

ພະແນກໂຍທາທິການ ແລະຂົນສົ່ງ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳປີ 2022 ແລະທິດທາງແຜນການປີ 2023 ຂຶ້ນ ໃນຕອນເຊົ້າຂອງວັນທີ 14 ມີນາ 2023 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໂດຍການເປັນປະທານຮ່ວມຂອງທ່ານ ສຸກສະຫວາດ ວົງພູມເຫັລກ ຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານເສດຖະກິດ,ທ່ານ ໄຊສົມພັນ ລີເຕັ່ງເບຼ່ຍຈື່ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ, ມີປະທານກວດກາພັກລັດແຂວງ, ຮອງປະທານສະພາປະຊາຊົນແຂວງ, ບັນດາຫົວໜ້າພະແນກ-ຮອງພະແນກ, ອົງການ, ກົມກອງອ້ອມຂ້າງແຂວງພ້ອມດ້ວຍເຈົ້າເມືອງ 5 ເມືອງ, ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ 5 ເມືອງ ຕະຫລອດຮອດ ກຸ່ມບໍລິສັດ ແລະພະນັກງານພາຍໃນເຂົ້າຮ່ວມ.

ໃນວາລະກອງປະຊຸມທ່ານ ໄຊສົມພັນ ລີເຕັ່ງເບຼຍຈື່ ໄດ້ຂຶ້ນຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຊຶ່ງໄລຍະຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງເປັນປົກກະຕິ, ສະເໜີຫາຂັ້ນແຂວງເພື່ອອະນຸມັດຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບແກ້ໄຂຜົນການກວດສອບແຫ່ງລັດ ແລະ ບັນດາໂຄງການກໍ່ສ້າງຂອງຂະແໜງໂຍທາທິການ ແລະ ຂົນສົ່ງ, ປະຕິບັດວຽກງານ 3 ສ້າງ ໂດຍສະເພາະແມ່ນ ປະຕິບັດຕາມບົດບັນທຶກແບ່ງຄວາມຮັບຜິດຊອບລະຫວ່າງແຂວງ, ເມືອງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍດຳລັດ 414/ລບ, 2 ວາລະແຫ່ງຊາດ, ໂຄງການລົງທຶນຂອງລັດ ໃນຂອບເຂດທົ່ວແຂວງ ມີທັງໝົດ 114 ໂຄງການ, ໂຄງການຂັ້ນແຂວງມີ 42 ໂຄງການ, ໂຄງການຂັ້ນເມືອງຮັບຜິດຊອບມີ 72 ໂຄງການ, ສຳລັບໂຄງການທີ່ສະເໜີໃໝ່ ໃນປີ 2022 ມີ 3 ໂຄງການຄື: ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ, ໂຄງການກໍ່ສ້າງເສັ້ນທາງປູແຮ່ ແລະ ຢາງ 2 ຊັ້ນ,ໂຄງການປູຢາງ 2 ຊັ້ນ ບ້ານຄອນວັດ ເມືອງລ້ອງຊານ, ສາມາດຕິດຕາມ, ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງໄດ້ຮັບການກໍ່ສ້າງສຳເລັດ 100% ຈຳນວນ 6 ໂຄງການ, ວຽກງານຄຸ້ມຄອງທາງຫລວງ ແມ່ນໄດ້ເອົາໃຈໃສ່ ຕິດຕາມບູລະນະຮັກສາ, ສ້ອມແປງ ບັນດາທາງຫລວງແຫ່ງຊາດທີ່ຜ່ານແຂວງ, ການຜະລິດນໍ້າປະປາ ສະເລ່ຍການຜະລິດຕົວຈິງຫລາຍກວ່າ 42 ພັນ ແມັດກ້ອນ/ເດືອນ ແລະ ລາຍຮັບການຂາຍນໍ້າອອກ ຫລື ລາຍຮັບທຸລະກິດສະເລ່ຍ 130 ລ້ານກວ່າກີບ/ເດືອນ, ໄດ້ລົງຕິດຕາມ, ກວດກາ, ຄຸ້ມຄອງການປຸກສ້າງ, ຕັດດິນ, ຖົມດິນ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຄຫາ-ຜັງເມືອງ, ຄຸ້ມຄອງການຂົນສົ່ງທາງບົກ ຕາມສາຍທາງ ເພື່ອຫລີກລ້ຽງການບັນທຸກນໍ້າໜັກເກີນ, ຄຸ້ມຄອງສະມາຄົມຄິວລົດ ໃຫ້ສາມາດບໍລິການໄດ້ເປັນປົກກະຕິ. ພ້ອມດຽວກັນນັ້ນໄດ້ມີການມອບຮັບໃບຍ້ອງຍໍຂັ້ນແຂວງ, ຂັ້ນພະແນກ ໂດຍໃຫ້ກຽດຂຶ້ນມອບໂດຍທ່ານ ສຸກສະຫວາດ ວົງພູມເຫລັກໃຫ້ແກ່ພະນັກງານພາຍໃນພະແນກ ແລະ ບັນດາບໍລິສັດຕື່ມອີກ.

ໂອກາດນີ້ທ່ານ ສຸກສະຫວາດ ວົງພູມເຫລັກ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາພ້ອມທັງເນັ້ນໜັກໃຫ້ສຶບຕໍ່ພັດທະນາຂະຫຍາຍລະບົບຕາໜ່າງເສັ້ນທາງຂອງແຂວງໃຫ້ເພີ່ມຂຶ້ນ, ສົ່ງເສີມການບໍລິການເຊື່ອມຈອດ-ເຊື່ອມໂຍງກັບແນວທາງເສດຖະກິດ,ເພີ່ມການຍົກລະດັບວຽກງານຝຶກອົບຮົມໃຫ້ພະນັກງານດ້ານວິຊາສະເພາະໂດຍສະເພາະແມ່ນດ້ານເຕັກນິກ, ວິທະຍາສາດທີ່ທັນສະໄໝເພື່ອຮັບປະກັນໃຫ້ທ່ວງທັນກັບຍຸກສະໄໝໃໝ່, ຈັດຕັ້ງຜັນຂະຫຍາຍບັນດາທິດທາງແຜນການ ໃຫ້ເປັນແຜນງານອັນລະອຽດ,ສະຫລຸບຖອດຖອນບົດຮຽນເພື່ອສົ່ງເສີມດ້ານດີ ແລະແກ້ໄຂຂໍ້ຄົງຄ້າງໃຫ້ໄດ້ຮັບຜົນດີ, ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ຢ່າງກົມກຽວ, ປຸກລະດົມ ແລະ ປູກຈິດສຳນຶກ ໃຫ້ປະຊາຊົນພາຍໃນແຂວງ ໃຫ້ມີຄວາມເຂົ້າໃຈເປັນເຈົ້າການໃນການປະກອບສ່ວນພັດທະນາໃຫ້ຫລາຍຂຶ້ນ, ພ້ອມທັງນຳເອົາເນື້ອໃນ, ຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ກວ້າງຂວາງ ແລະຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ບກ: ຄຳສາວ ເລືອງຄຳທິບ
ພາບ-ຂ່າວ: ສີລິພອນ ສົງຄຳ