ນັກກິລາເຕະບານ ຄົນພິການຕາລາວເຂົ້າຮ່ວມແຂ່ງຂັນໃນລາຍການໄທແລນ ໂອເພັນ 2023

ນັກກິລາເຕະບານ ຄົນພິການຕາລາວ ເຂົ້າຮ່ວມແຂ່ງຂັນໃນລາຍການ ໄທແລນ ໂອເພັນ 2023 ຫລື 2023 Asia & Pacific Invitational Blind Football Tournament 13-19 March ຊຶ່ງເລີ່ມແຂ່ງຂັນແຕ່ວັນທີ 13-19 ມີນາ 2023 ໂດຍມີທັງໝົດ 4 ປະເທດເຂົ້າຮ່ວມ ປະກອບມີ: ທີມຊາດໄທ ເຈົ້າພາບ, ທີມຊາດລາວ, ທີມຊາດຄາຊັກສະຖານ ແລະທີມຊາດອິນເດຍ. ການແຂ່ງຂັນແມ່ນແຂ່ງພົບກັນໝົດຄັດເລືອກເອົາອັນດັບທີ 1-2 ຜ່ານເຂົ້າສູ່ຮອບຊີງຊະນະເລີດ ແລະອັນດັບທີ 3-4 ແມ່ນໄປຊີງອັນດັບທີ 3 ຕາມລຳດັບ.

ສຳລັບຄະນະທັບນັກກິລາຄົນພິການລາວ ໄດ້ເດີ່ນທາງແຕ່ວັນທີ 12 ມີນາ 2023 ພັກທີ່ໂຮງແຮມ ທີເຄ ເຂດເມືອງທອງທານີ ນະຄອນຫຼວງບາງກອກ ຊຶ່ງນັດທຳອິດລາວ ພົບກັບ ອິນເດຍ ໃນວັນທີ 15 ມີນາ, ເວລາ 19:30 ໂມງ, ນັດທີ 2 ລາວ ພົບກັບ ຄາຊັກສະຖານ ໃນວັນທີ 16 ມີນາ, ເວລາ 16:00 ໂມງ ແລະນັດສຸດທ້າຍ ລາວ ພົບກັບ ໄທ ໃນວັນທີ 17 ມີນາ, ເວລາ 18:00 ໂມງ.

ຂະນະທີ່ ທ່ານ ນາງ ພິຈິຕາ ປະດາວົງ ຫຼື ມາດ້າມ ຮອງປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ປະກາດວ່າ: ຖ້ານັກກິລາຄົນບານເຕະຄົນພິການຕາທີມຊາດລາວ ສາມາດຍາດໄດ້ຊະນະເລີດ ຈະມອບເງິນ 40 ລ້ານກີບ ເປັນຂວັນກຳລັງໃຈຊຸກຍູ້ໃຫ້ນັກກິລາຄົນພິການທີມຊາດລາວ.