ເຊີນທ່ຽວຊົມ ແລະເລືອກຊື້ສິນຄ້າພາຍໃນງານວາງສະແດງສິນຄ້າເຟີນິເຈີວຽງຈັນຄັ້ງທີ 7 ປະຈຳປີ 2023

ງານວາງສະແດງສິນຄ້າເຟີນິເຈີວຽງຈັນຄັ້ງທີ 7 ປະຈໍາປີ 2023 ເປີດຂຶ້ນເປັນທາງການໃນວັນທີ 18 ມີນາ ແລະຈະດໍາເນີນໄປຈົນເຖິງວັນທີ 26 ມີນາ 2023 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ ໂດຍມີບັນດາຜູ້ປະກອບການໃນຂອບເຂດທົ່ວປະເທດນຳສິນຄ້າເຟີນິເຈີສວຍງາມຫຼາກຫຼາຍຮູບຫຼາຍຊົງເຂົ້າຮ່ວມວາງສະແດງ 120 ຫ້ອງ ທີ່ຢູ່ພາຍໃນນະຄອນຫຼວງວຽງຈັນ, ມາຈາກຕ່າງແຂວງ ແລະພິເສດຍັງມີສິນຄ້າໂອດັອບນຳອີກ.

ສະມາຄົມເຟີນິເຈີລາວເປີດເຜີຍວ່າ: ການຈັດງານຄັ້ງນີ້ກໍເພື່ອປະຕິບັດຕາມທິດນະໂຍບາຍໃນການສົ່ງເສີມການຜະລິດເຄື່ອງເຟີນິເຈີໄມ້ລາວທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນິເຈີໄມ້ລາວຫຼາຍຂຶ້ນໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະຈຳໜ່າຍສິນຄ້າທັງພາຍໃນ ແລະຕ່າງປະເທດເພື່ອກ້າວເຂົ້າສູ່ການສ້າງຕະຫນ່າງວາງສະແດງ ແລະຂາຍສິນຄ້າເຟີນິເຈີກັບພາກພື້ນ ແລະສາກົນໃນອານາຄົດ.

ສຳລັບງານວາງສະແດງຄັ້ງນີ້ຜູ້ປະກອບການໂດຍສະເພາະບັນດາໂຮງງານເຟີນິເຈີໂຮງງານປຸງແຕ່ງໄມ້ສຳເລັດຮູບໄດ້ນຳຜະລິດຕະພັນເຄື່ອງເຟີນິເຈີທີ່ເຮັດດ້ວຍໄມ້, ​ຫວາຍ, ໄມ້ປ່ອງ; ຜະລິດຕະພັນຫັດຖະກຳ, ເຄື່ອງແກະສະຫຼັກຕະຫຼອດຮອດວັດສະດຸເສດເຫຼືອຕ່າງທີ່ເຮັດເປັນເຄື່ອງເຟີນິເຈີເຂົ້າຮ່ວມວາງສະແດງຊຶ່ງນອກຈາກນັ້ນແລ້ວພາຍໃນງານຍັງຈະມີການສາທິດການຜະລິດເຄື່ອງເຟີນິເຈີ, ແກະສະຫຼັກໄມ້; ການຈົກສະຫຼາກຊິງລາງວັນ ແລະການສະແດງສິນລະປະດົນຕີ.

ທັງນີ້ທາງສະມາຄົມເຟີນິເຈີລາວຍັງໄດ້ເຊີນຊວນໃຫ້ພໍ່ແມ່ປະຊາຊົນລາວກໍຄືຊາວນະຄອນຫຼວງວຽງຈັນເຂົ້້າທ່ຽວຊົມ ແລະ ເລືອກຈັບຈ່າຍຊື້-ຂາຍສິນຄ້າເຟີນິເຈີພາຍໃນງານດັ່ງກ່າວນີ້ໄດ້ ທັງນີ້ກໍເພື່ອເປັນການຊຸກຍູ້ສົ່ງເສີມທຸລະກິດກໍຄືສິນຄ້າພາຍໃນທີ່ຜະລິດຈາກສີໄມ້ລາຍມືຂອງຄົນລາວທັງເປັນການສ້າງຄວາມເຂັ້ມແຂງແກ່ສະພາບເສດຖະກິດ-ການເງິນຂອງປະເທດເຮົານຳອີກ.