ບໍລິສັດ ບົວລະພາກະສິກຳ-ປ່າໄມ້ ລາຍງານຜົນສຳຫລວດເນື້ອທີ່ປ່າຊຸດໂຊມຢູ່ບ້ານນໍ້າເພີນ ທີ່ເໝາະແກ່ການປູກໄມ້

ບໍລິສັດ ບົວລະພາກະສິກຳ ແລະປ່າໄມ້ຈຳກັດ ລາຍງານຜົນສຳເລັດການສຳຫລວດເນື້ອທີ່ດິນປ່າຜະລິດ ແຫ່ງຊາດ ພູເຍີຍທີ່ຊຸດໂຊມ ຢູ່ບ້ານນໍ້າເພີນ ເມືອງໝື່ນ ໃນວັນທີ 23 ມີນາ 2023 ທີ່ເໝາະແກ່ການປູກໄມ້ວິກ ແບບປະຊາຊົນມີສ່ວນຮ່ວມ ເພື່ອສະໜອງໃຫ້ແກ່ບໍລິສັດດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ຄຳຜຸແກ້ວດວງສີ ຮອງເຈົ້າເມືອງໆໝື່ນ, ມີທ່ານ ນາງ ສຸໄພວັນ ເທບວັນໄຊ ຮອງປະທານບໍລິສັດ ບົວລະພາກະສິກຳ ແລະ ປ່າໄມ້ຈຳກັດ, ທ່ານ ສົມບັດ ປັນຍາສິດ ຫົວໜ້າກອງສຳຫລວດປ່າໄມ້, ມີພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນຜູ້ເຄີຍຊົມໃຊ້ປ່າຜະລິດແຫ່ງຊາດພູເຍີຍ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ເກດສະໜາ ສີສຸພັນທອງ ຫົວໜ້າທີມງານສໍາຫລວດ ໄດ້ລາຍງານຜົນສໍາເລັດການສໍາຫລວດ ເນື້ອທີ່ດິນປ່າຜະລິດ ແຫ່ງຊາດ ພູເຍີຍທີ່ຊຸດໂຊມ ຢູ່ບ້ານນ້ຳເພີນ ວ່າ: ການສຳຫລວດໃນຄັ້ງນີ້, ມີເນື້ອທີ່ທັງໝົດ 1.681,69 ເຮັກຕາ. ໃນນັ້ນ, ມີປ່າປະສົມ 208,45 ເຮັກຕາ, ປ່າເຫລົ່າ 917,96 ເຮັກຕາ, ສວນຢາງພາລາ 55,80 ເຮັກຕາ, ສວນໝາກກ້ຽງ 0,80 ເຮັກຕາ, ດິນກະສິກຳຄົງທີ່ 120,23 ເຮັກຕາ, ຄັງສັດ 101,87 ເຮັກຕາ, ນາ 29,95 ເຮັກຕາ, ຄູຄັນນາ 28,74 ເຮັກຕາ, ເຂດຄ້ອຍຊັນສູງ 2,44 ເຮັກຕາ, ເຂດຄູກັນນ້ຳ 141,78 ເຮັກຕາ, ໄຮ່ 68,62 ເຮັກຕາ, ດານຫີນ 1,09 ເຮັກຕາ ແລະ ເບືອມນ້ຳ 3,95 ເຮັກຕາ. ຜ່ານການວິເຄາະຂໍ້ມູນຂອງທີມງານເຫັນວ່າເນື້ອທີ່ ທີ່ເໝາະສົມແກ່ການປູກໄມ້ເບື້ອງຕົ້ນມີ 986,58 ເຮັກຕາ. ໃນນັ້ນ, ມີປ່າເຫລົ່າ 917,96 ເຮັກຕາ, ໄຮ່ 68,62 ເຮັກຕາ(ມີປະຊາຊົນເຂົ້າໄປນຳໃຊ້ 135 ຄອບຄົວ ຢູ່ບ້ານນ້ຳຮອນ, ບ້ານໂພນສີວິໄລ, ບ້ານ ນ້ຳເພີນ, ບ້ານນາປ່າໄຜ່, ບ້ານນານາວ, ບ້ານໂນນໄຮ ແລະ ບ້ານນາບົວ).

ໂອກາດດຽວກັນນີ້,ທ່ານນາງ ສົມຈິດ ພັດສູດາ ຕາງໜ້າບໍລິສັດ ບົວລະພາ ໄດ້ແຈ້ງໃຫ້ຮູ້ເຖິງນະໂຍບາຍຂອງບໍລິສັດວ່າ: ປະຊາຊົນສາມາດມີສ່ວນຮ່ວມກັບທາງໂຄງການປູກໄມ້ວິກ ໂດຍສະໝັກເປັນຜູ້ບົວລະບັດສວນປູກໄມ້ວິກໃຫ້ແກ່ບໍລິສັດ ແລ້ວບໍລິສັດຈະມີຄ່າຕອບແທນໃນປີທຳອິດປະມານ 4,5 ລ້ານກວ່າກີບ/ປີ/ເຮັກຕາ, ໄດ້ຮັບຄ່າຕອບແທນໃນປີທີ 2 - ປີທີ 7 ປະມານ 3,20 ລ້ານກີບ/ເຮັກຕາ/ປີ, 1 ຄອບຄົວສາມາດຮັບໄດ້ 3-5 ເຮັກຕາ. ນອກນັ້ນ, ປະຊາຊົນຍັງສາມາດປູກພືດກະສິກຳໃສ່ສວນປູກໄມ້ ໃນປີທີ 1 , ທີ 2 ໄດ້, ປີທີ 3 ຫາປີທີ 7 ແມ່ນປະຊາຊົນສາມາດປູກຫຍ້າ ລ້ຽງສັດ ຢູ່ໃນສວນປູກໄດ້. ໝາຍວ່າໃນໄລຍະປີທີ 1-2 ປະຊາຊົນສາມາດປູກພືດກະສິກຳທີ່ສາມາດເກັບຜົນຜະລິດໄດ້ປີຕໍ່ປີເຊັ່ນ: ເຂົ້າ, ສາລີ, ໝາກເດືອຍ ແລະ ອື່ນໆ, ຜົນຜະລິດທັັງໝົດ ແມ່ນປະຊາຊົນໄດ້ຮັບ 100%, ປີທີ່ 3 ຫາປີທີ່ 7 ສາມາດລ້ຽງສັດໃນສວນປູກໄມ້ ໄດ້ລາຍຮັບຜົນທັງໝົດ. ນອກຈາກນັ້ນ, ຍັງໄດ້ຮັບຄ່າຕອບແທນຈາກບໍລິສັດຕື່ມອີກ ແລະ ບໍລິສັດຍັງຈະໃຫ້ການຊ່ວຍເຫລືອບາງຢ່າງໃນການບົວລະບັດຮັກສາສວນປູກ.

ພ້ອມກັນນີ້, ຍັງໄດ້ຮັບຟັງການລາຍງານຕົວຈິງຈາກປະຊາຊົນຜູ້ເຂົ້າຮ່ວມປູກໄມ້ວິກກັບບໍລິສັດຫລັງຈາກທີ່ໄດ້ມີສ່ວນຮ່ວມກັບບໍລິສັດແລ້ວເຮັດໃຫ້ມີຊິວິດການເປັນຢູ່ທີ່ດີຂຶ້ນ.
ຂ່າວ-ພາບ: ຄໍາເພັດ