ຄໍາມ່ວນ-ນະຄອນພະນົມຈັດກິດຈະກໍາປັ່ນລົດຖີບ

ກິດຈະກໍາດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ30ມີນາ 2019 ທີ່ຜ່ານມານີ້ຊຶ່ງທາງພະແນກສຶກສາທິການ ແລະກີລາແຂວງ, ພະແນກສາທາລະນະສຸກແຂວງ, ພະແນກ ຖວທ ແຂວງພ້ອມດ້ວຍສະມາຄົມນັກປັ່ນລົດຖີບເພື່ອສຸຂະພາບ ນໍາໂດຍທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກສຶກສາທິການ ແລະກີ ລາແຂວງໄດ້ໃຫ້ການຕ້ອນຮັບຂະບວນນັກປັ່ນລົດຖີບເພື່ອສຸຂະພາບ ຈໍານວນ 900 ກວ່າຄົນ ທີ່ມາຈາກ 34 ຈັງຫວັດຂອງຣາຊະອານາຈັກ ໄທ  ໃນນັ້ນຍັງມີນັກປັ່ນລົດຖີບພາຍໃນແຂວງຄໍາມ່ວນເຂົ້າຮ່ວມນໍາທີ່ຂົວມິດຕະພາບ 3 (ທ່າແຂກ-ນະ ຄອນພະນົມ).

ໃນພິທີທ່ານ ສີໄຮ ແກ້ວໄກຖິ່ນ ໄດ້ກ່າວຕ້ອນຮັບຂະບວນນັກປັ່ນລົດ ຖີບເພື່ອສຸຂະພາບຈາກ 34 ແຂວງ ຂອງຣາຊະອານາຈັກໄທ ເຂົ້າສູ່ ແຂວງຄໍາມ່ວນ ແລະກ່າວເປີດພິທີຢ່າງເປັນຢ່າງເປັນທາງການ ຊຶ່ງ ເບື້ອງຕົ້ນຂະບວນນັກປັ່ນລົດຖີບ ເພື່ອສຸຂະພາບທີ່ມາຈາກ 34 ຈັງ ຫວັດຂອງຣາຊະອານາຈັກໄທແມ່ນ ເຕົ້າໂຮມກັນຢູ່ລານພະຍາສີສັດຕະ ນາກແຄມແມ່ນໍ້າຂອງເທສະບານ ເມືອງນະຄອນພະນົມ ຫຼັງຈາກນັ້ນ ໄດ້ນໍາຂະບວນນັກປັ່ນລົດຖີບຜ່ານ ດ່ານຂົວມິດຕະພາບ 3 ເບື້ອງນະ ຄອນພະນົມເພື່ອຂ້າມມາສົມທົບກັບຂະບວນນັກປັ່ນລົດຖີບເພື່ອສຸຂະພາບຂອງແຂວງຄໍາມ່ວນ ແລ້ວປັ່ນ ໄປຕາມເສັ້ນທາງເລກທີ 13 ໃຕ້ມຸ້ງ ໜ້າເຂົ້າສູ່ເທສະບານເມືອງທ່າແຂກ ໂດຍມີເປົ້າໝາຍຢູ່ທີ່ວັດພະທາດສີ ໂຄດຕະບອງ (ທາດເມືອງເກົ່າ) ລວມໄລຍະທາງ 30 ກວ່າກິໂລແມັດ ເພື່ອສັກກະລະຍູຊາພະທາດ ແລະ ມອບເງິນລາຍໄດ້ຈາກການຈັດກິດ ຈະກໍາໃນຄັ້ງນີ້ ໂດຍການລົງທະບຽນຂອງນັກປັ່ນເພື່ອປະກອບສ່ວນ ເຂົ້າໃນການພັດທະນາວຽກງານໂຮງໝໍແຂວງຄໍາມ່ວນຈໍານວນ 5 ລ້ານກີບ ແລະສ່ວນໜຶ່ງແມ່ນນໍາໃຊ້ ຊ່ວຍເຫຼືອປິ່ນປົວສຸຂະພາບຂອງນັກໂທດຢູ່ຄ້າຍຄຸມຂັງທີ່ບໍ່ແມ່ນສັນຊາດໄທຢູ່ຈັງຫວັດນະຄອນພະນົມ.

ໂດຍ: ແດງສະຫວັນ