ຫ້ອງວ່າການເມືອງສະໝ້ວຍຍັງຮັກສາແຊ້ມເກົ່າໄວ້ໄດ້

ສຳລັບການຈັດງານແຂ່ງ ຂັນຊ່ວງເຮືອປີນີ້ແມ່ນເປັນປີທີ 2 ຂອງເມືອງ ຊຶ່ງມີເຮືອທັງໝົດ 4 ລຳ, ມີ 2 ລຸ້ນຄື: ລຸນ້ 8 ສີພາຍຍິງ ມີ 4 ທີມ, 8 ສີພາຍຊາຍມີ 15 ທີມ ແລະ12 ສີພາຍຊາຍມີ 9 ທີມ, ນອກຈາກການແຂ່ງຂັນເຮືອຊ່ວງແລ້ວ ພາຍໃນເມືອງຍັງໄດ້ມີການແຂ່ງ ຂັນເຮືອແພຊ່ວງອີກ  ຊຶ່ງມີ 2 ລຳ, ມີ 6 ທີມ, ຜ່ານການແຂ່ງຂັນລຸ້ນ 8 ສີພາຍຍິງທີ 1 ໄດ້ແກ່ບ້ານບຶງໄຊ ເມືອງສາລະວັນໄດ້ຮັບຂັນໜຶ່ງໝ່ວຍເງິນສົດ 4 ແສນກີບ, ທີ 2 ໄດ້ເມືອງ ຕຸມລ້ານ ໄດ້ຮັບເງິນສົດ 3 ແສນກີບ, ທີ 3 ມ.ສ ສະໝ້ວຍໄດ້ຮັບເງິນ ສົດ 1 ແສນກີບ, ລຸ້ນ 8 ສີພາຍຊາຍ, ທີ 1 ຫ້ອງວ່າການເມືອງສະ ໝ້ວຍ 1 ໄດ້ຮັບຂັນ 1 ໝ້ວຍເງິນສົດ 1 ລ້ານກີບ, ທີ 2 ໄດ້ແກ່ບ້ານບຶງ ໄຊ ເມືອງສາລະວັນໄດ້ຮັບເງິນສົດ 7 ແສນກີບ ແລະທີ 3 ໄດ້ແກ່ທີມ ຫ້ອງວ່າການເມືອງສະໝ້ວຍ 2 ໄດ້ຮັບເງິນສົດ 5 ແສນກີບ, ລຸ້ນ 12 ສີພາຍຊາຍໄດ້ແກ່ຫ້ອງວ່າການ ເມືອງສະໝວ້ຍໄດ້ຮັບຂັນ 1 ໝ່ວຍ ພ້ອມເງິນສົດ 2 ລ້ານກີບ, ທີ 2 ໄດ້ ແກ່ທະຫານຊາຍແດນກອງຮ້ອຍ 511 ໄດ້ຮັບເງິນສົດ 1,2 ລ້ານກີບ ແລະທີ 3 ໄດ້ແກ່ບ້ານບຶງໄຊ ເມືອງ ສາລະວັນ ໄດ້ຮັບເງິນສົດ 7 ແສນ ກີບ, ສໍາລັບເຮືອແພຊ່ວງທີ່ 1 ໄດ້ ແກ່ທີມຫ້ອງການຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ເມືອງສະໝ້ວຍໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດ 3 ແສນກີບ, ທີ 2 ຫ້ອງການສຶກສາທິການ ແລະກີລາ ເມືອງສະໝ້ວຍໄດ້ຮັບເງິນສົດ 2 ແສນກີບ ແລະທີ 3 ໄດ້ແກ່ໂຮງ ຮຽນ ມ.ສ ສະໝ້ວຍໄດ້ຮັບເງິນສົດ 1 ແສນກີບ.

ຈາກນັ້ນທ່ານ ຄຳຕາ ໂຮ່ຊົງ ເຮືອງ ເຈົ້າເມືອງສະໝ້ວຍ ແລະ ທ່ານ ວິໄລສັກ ພົມພັກດີ ຮອງເຈົ້າ ເມືອງສະໝ້ວຍກໍ່ໄດ້ໃຫ້ກຽດຂຶ້ນມອບຂັນລາງວັນກີລາໃຫ້ນັກສີພາຍ ເຮືອຊ່ວງແຕ່ລະປະເພດທີ່ໄດ້ຮັບຂັນລາງວັນຕ່າງໆ, ສຳລັບການຈັດງານແຂ່ງຂັນຄັ້ງນີ້ກໍ່ເພື່ອເປັນການສ້າງບັນຍາກາດຂໍ່ານັບຮັບຕ້ອນຂອງກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງ ຄະນະພັກເມືອງທີ່ຈະໄຂຂຶ້ນໃນວັນ ທີ 11-12 ເດືອນເມສາ ປີ 2019 ນີ້.

ພິທີດັ່ງກ່າວໄດຈັດຂຶ້ນໃນວັນທີ 30 ມີນາ ປີ  2019 ເມືອງສະໝ້ວຍແຂວງສາລະວັນ ໂດຍການເປັນປະທານຂອງທ່ານວິໄລສັກພົມພັກດີ ຮອງເຈົ້ເມືອງໆສະໝ້ວຍ, ໃຫ້ກຽດ ເຂົ້າຮ່ວມມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະຄະນະປະຈຳພັກເມືອງ, ຕະຫຼອດຮອດມວນຊົນພາຍໃນເມືອງສະໝ້ວຍ ເຂົ້າຮ່ວມຊົມ, ຮ່ວມເຊຍຢ່າງຫຼວງຫຼາຍ.

ໂດຍ: ສິດຕາ