ຊີ້ແຈງ ຕັດຊູດຄູໃນລາຄາ 490,000 ກີບ ບໍ່ແມ່ນການບັງຄັບແຕ່ເພື່ອໃຫ້ການນຸ່ງຖືເປັນລະບຽບ ແລະເປັນແບບຢ່າງ

ທ່ານ ບ່ຽງຕາ ພະບໍລິບູນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງທ່າແຂກ ໄດ້ໃຫ້ສຳພາດ ວ່າ: ຂ້າພະເຈົ້າ ຫຼື ການຈັດຕັ້ງ ບໍ່ໄດ້ມີສ່ວນໄດ້ກັບໂຮງງານຕັດຫຍິບ ແຕ່ຢ່າງໃດຊຶ່ງກະແສວ່າມີສ່ວນແບ່ງ ຫຼື ຄ່ານາຍໜ້ານັ້ນ ບໍ່ແມ່ນຄວາມຈິງ, ມັນເປັນການໃສ່ຮ້າຍປ້າຍສີ ເຮັດໃຫ້ເກີດມີຄວາມເຂົ້າໃຈຜິດ ແລະ ສ້າງຄວາມເສຍຫາຍ ຕໍ່ການຈັດຕັ້ງພັກ-ລັດ ກໍຄືພາກສ່ວນກ່ຽວຂ້ອງ....

ຕໍ່ກັບກໍລະນີການຕັດເຄື່ອງແບບຄູຢູ່ເມືອງທ່າແຂກ ແຂວງຄຳມ່ວນ ໃນທ້າຍເດືອນກຸມພາ 2023 ຜ່ານມາ ສົ່ງຜົນ ກະທົບໂດຍກົງຕໍ່ຫ້ອງການສຶກສາທິການ ແລະ ກິລາເມືອງທ່າແຂກ ລວມທັງພະແນກສຶກສາທິການ ແລະ ກິລາແຂວງ ຄຳມ່ວນ ແລະ ບໍລິສັດຜູ້ຮັບຕັດເຄື່ອງແບບຄູໃຫ້ແຂວງຄຳມ່ວນ ຍ້ອນບໍ່ຮູ້ລາຍລະອຽດ ແລະ ຄວາມເປັນຄວາມຈິງ, ບາງຄວາມຄິດເຫັນກໍໃສ່ຮ້າຍວ່າມີສ່ວນໄດ້ນໍາໂຮງງານຕັດຫຍິບ, ເຄື່ອງຕັດມາກໍນຸ່ງບໍ່ໄດ້, ຄຸນນະພາບແພບໍ່ດີ ແລະຕ່າງໆນານາ.

ຫຼ້າສຸດ ທ່ານ ບ່ຽງຕາ ພະບໍລິບູນ ຫົວໜ້າຫ້ອງການສຶກສາທິການ ແລະກິລາເມືອງທ່າແຂກ ໄດ້ໃຫ້ສຳພາດວ່າ: ຂ້າພະເຈົ້າ ຫຼືການຈັດຕັ້ງບໍ່ໄດ້ມີສ່ວນໄດ້ກັບໂຮງງານຕັດຫຍິບ ແຕ່ຢ່າງໃດຊຶ່ງກະແສວ່າມີສ່ວນແບ່ງ ຫຼືຄ່ານາຍໜ້ານັ້ນບໍ່ແມ່ນຄວາມຈິງ, ມັນເປັນການໃສ່ຮ້າຍປ້າຍສີເຮັດໃຫ້ເກີດມີຄວາມເຂົ້າໃຈຜິດ ແລະ ສ້າງຄວາມເສຍຫາຍ ຕໍ່ການ ຈັດຕັ້ງພັກ-ລັດ ກໍຄືພາກສ່ວນກ່ຽວຂ້ອງ. ກ່ອນພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ຈະອອກແຈ້ງການ ເລກທີ 025/ສກຂ, ລົງວັນທີ 25/1/2023 ແມ່ນໄດ້ມີການປຶກສາຫາລືກັນກັບພາກສ່ວນກ່ຽວຂ້ອງທັງເລື່ອງຄຸນນະພາບແພ, ລາຄາ ແລະເງື່ອນໄຂການຊຳລະເຫັນວ່າສົມເຫດສົມຜົນຖ້າທຽບໃສ່ປັດຈຸບັນ ຊຶ່ງເປັນການຈູນເຈືອ ຫຼື ຊ່ວຍເຫຼືອຄູຢູ່ເຂດຫ່າງໄກສອກຫຼີກ. ຈາກນັ້ນ, ຫ້ອງການສຶກສາທິການ ແລະ ກິລາເມືອງທ່າແຂກ ກໍໄດ້ຜັນຂະຫຍາຍໂດຍຖືເອົາການປະຊຸມປະຈຳເດືອນ ແຈ້ງໃຫ້ຜູ້ອຳນວຍການໂຮງຮຽນແຕ່ລະແຫ່ງ ມາປຶກສາຫາລື, ປະກອບຄຳເຫັນ ໃສ່ ດ້ານຕ່າງໆແລ້ວ ຊຶ່ງກໍພາກັນເຫັນດີ ແລະກໍໄດ້ອອກແຈ້ງການເລກທີ 238/ສກມ, ລົງວັນທີ 21/2/2023. ພາຍຫຼັງ ແຈ້ງການອອກໄປ, ມີບາງຈຳນວນຢູ່ເມືອງທ່າແຂກທີ່ຍັງບໍ່ເຂົ້າໃຈຊຶ່ງໄດ້ເກີດເປັນກະແສຄືດັ່ງເປັນຂ່າວໃນສື່ສັງຄົມອອນລາຍ.

ພາຍຫຼັງມີຫາງສຽງ, ຫ້ອງການສຶກສາທິການ ແລະກິລາເມືອງທ່າແຂກກໍໄດ້ຊີ້ແຈງວ່າການກຳນົດເຮັດລວມແບບນີ້ຈຸດດີກໍແມ່ນເປັນການຕິດຕາມງ່າຍຍ້ອນບຸກຄະລາກອນມີຈຳນວນຫຼາຍ ແລະ ກໍໄດ້ມີການປະຊຸມຕື່ມ ເພື່ອເນັ້ນໃຫ້ຜູ້ ອຳນວຍການໂຮງຮຽນແຕ່ລະແຫ່ງ ໄດ້ຊີ້ແຈງອະທິບາຍຕື່ມອີກ ໃຫ້ກັບຜູ້ທີ່ຍັງບໍ່ເຂົ້າໃຈໄດ້ຮັບຮູ້ ແລະ ເຂົ້າໃຈຖືກຕ້ອງ ເພື່ອຄວາມເຂົ້າໃຈເປັນເອກະພາບ. ພ້ອມນີ້, ກໍໄດ້ເຮັດບົດລາຍງານ ເລກທີ 282, ລົງວັນທີ 10/3/2023 ເພື່ອລາຍງານ ການນຳພັກ-ລັດຂັ້ນເທິງ ມີເນື້ອໃນສຳຄັນໃຫ້ຮູ້ວ່າ: ສະພາບຄວາມເປັນຈິງໃນການນຸ່ງຖືເຄື່ອງແບບຂອງພະນັກງານຍັງມີສະພາບນຸ່ງຖືບໍ່ໄດ້ຕາມຂໍ້ກໍານົດ,ນຸ່ງຖືຍັງບໍ່ເຂົ້າລະບຽບ, ບໍ່ເປັນແບບຢ່າງໃຫ້ແກ່ສັງຄົມເທົ່າທີ່ຄວນ. ຜ່ານມາ, ກໍໄດ້ນໍາ ພາພະນັກງານຄູ-ອາຈານ ປະຕິບັດລະບຽບການນຸ່ງຖືຕາມຂໍ້ກຳນົດກົດລະບຽບ ແລະ ຈັນຍາບັນຂອງຄູ ທີ່ຂັ້ນເທິງກຳນົດ ອອກ ພະນັກງານບໍລິຫານຢູ່ຫ້ອງການ ນຸ່ງເຄື່ອງແບບ ວັນຈັນ ຫາ ວັນພຸດ, ສ່ວນຄູສອນ ນຸ່ງເຄື່ອງແບບວັນຈັນ ຫາ ວັນສຸກ, ແຕ່ເຫັນວ່າຄູບາງຄົນ, ບາງເຂດ, ບາງກຸ່ມບ້ານຍັງຖືເບົາຊຶ່ງການຈັດຕັ້ງລົງເຄື່ອນໄຫວຍັງພົບເຫັນການນຸ່ງຖືບໍ່ຖືກລະບຽບ, ຍັງບໍ່ເປັນແບບຢ່າງໃຫ້ແກ່ນັກຮຽນ. ຂະນະດຽວກັນ, ຄູ-ອານຈານ ທີ່ຢູ່ຫ່າງໄກສອກຫຼີກ ກໍບໍ່ມີຄວາມ ສະດວກຕັດເຄື່ອງ, ເຄື່ອງແບບນຸ່ງທຸກມື້ ກໍຍັງມີຈຳກັດ.... ກ່ອນ ໜ້ານີ້ ກໍໄດ້ແນະນຳໃຫ້ໄປຕັດເອງ ແຕ່ກໍໄປຕັດມາບໍ່ຖືກກັບແບບກໍຄື ລະບຽບການທີ່ກຳນົດ, ຕັດຕາມໃຈມັກທີ່ຂັດກັບລະບຽບຫຼັກການທີ່ວາງອອກ. ເມື່ອເປັນເຊັ່ນນັ້ນ, ຈຶ່ງ ສົມທົບຄົ້ນຄວ້າກັບສາຍຕັ້ງເຫັນວ່າ ມີຄວາມເໝາະສົມຊຶ່ງໄດ້ມີລັກສະນະຈຸນເຈືອກັນ ລະຫວ່າງໃນຕົວເມືອງ ແລະ ຊົນ ນະບົດ ລາຄາສົມເຫດສົມຜົນ ຄື 490.000 ກີບຕໍ່ຊຸດ ເປັນລາຄາດຽວກັນກັບຄູຢູ່ຫ່າງໄກສອກຫຼີກທີ່ມາຕັດບໍ່ໄດ້ (ຖ້າ ລວມຄ່າລົດບວກກັບຄ່າທີ່ພັກມາຕັດເຄື່ອງກໍກາຍແລ້ວ) ຊຶ່ງໂຮງງານຕັດຫຍິບຈະໄປບໍລິການໃຫ້ທຸກຄົນ ໄປວັດ ແທກ, ເມື່ອເວລາຕັດເຄື່ອງສຳເລັດແລ້ວ ກໍໄປສົ່ງຮອດສະຖານທີ່ ແລະ ປັບປຸງແກ້ໄຂຕາມສະຣິລະຮ່າງກາຍ. ການຕັດແມ່ນຕັດຕາມແບບຕາມຕໍາແໜ່ງ, ຕາມຊັ້ນ (ບໍ່ໄດ້ຕັດຕາມໃຊ້) ໂດຍໃຊ້ແພກາກີ ເບີ 333. ສ່ວນການຈ່າຍຊໍາລະ ແມ່ນແບ່ງເປັນ 3 ງວດ ໂດຍຫ້ອງການສຶກສາທິການ ແລະກິລາເມືອງເປັນຜູ້ລວບລວມ. ປັດຈຸບັນ, ກໍໄດ້ມີຄວາມເຂົ້າໃຈເປັນເອກະພາບກັນ ແລະກໍພາກັນເຫັນດີແລ້ວ.

ຂະນະດຽວກັນ, ທ່ານ ນາງ ສົມດີ ເພັງເມືອງຄູນ ເຈົ້າຂອງໂຮງງານຕັດຫຍິບສົມດີທີ່ຮັບຕັດເຄື່ອງແບບຄູໃຫ້ແຂວງຄໍາມ່ວນ ໄດ້ໃຫ້ສຳພາດເມື່ອບໍ່ດົນຜ່ານມາວ່າ: ສຳລັບເລື່ອງທີ່ມີສື່ສັງຄົມອອນລາຍ ໄດ້ໂພສ ໃສ່ຮ້າຍວ່າໂຮງງານຕັດຫຍິບ ສົມດີ ໄດ້ມີສ່ວນແບ່ງ ເພື່ອໃຫ້ໄດ້ຮັບຕັດຊຸດເຄື່ອງແບບຄູ ໃຫ້ແຂວງຄຳມ່ວນ ບໍ່ເປັນຄວາມຈິງ. ຂ້າພະເຈົ້າ ບໍ່ໄດ້ຊື້ຈ້າງ ຈອບອອຍ ເພື່ອໃຫ້ມີການບັງຄັບໃຫ້ຕັດເຄື່ອງນໍາແຕ່ຢ່າງໃດ. ນີ້ເປັນການໃສ່ຮ້າຍປ້າຍສີ ທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ ໂຮງງານຂອງຂ້າພະເຈົ້າ ໂດຍສະເພາະເລື່ອງ ລາຄາທີ່ວ່າແພງ ຊຶ່ງທາງພວກເຮົາກໍໄດ້ລົງສຳຫຼວດລາຄາຕາມທ້ອງ ຕະຫຼາດເມືອງທ່າແຂກ ກໍມີລາຄາແພງກວ່າ ທີ່ໂຮງງານຂອງພວກເຮົາຈະຕັດໃຫ້. ສ່ວນເລື່ອງ ແພເຄື່ອງບໍ່ມີຄຸນນະພາບ ນັ້ນ, ຄວາມເປັນຈິງແລ້ວໂຮງງານຂ້າພະເຈົ້າ ເຄີຍຕັດເຄື່ອງແບບຄູໃຫ້ຫຼາຍແຂວງໃນທົ່ວປະເທດ ແລະ ແຂວງຄຳມ່ວນ ກໍ ເປັນແຂວງໜຶ່ງ ຊຶ່ງໄດ້ຕັດໃຫ້ໃນສົກປີ 2018-2019. ຜ່ານມາ ກໍບໍ່ມີຫາງສຽງຈົ່ມວ່າດ້ານຄຸນນະພາບ ແລະ ບໍ່ມີບັນຫາ ຫຍັງເກີດຂຶ້ນ. ຊຸດທີ່ໂພສໃນຂ່າວນັ້ນ, ບໍ່ແມ່ນຊຸດທີ່ໂຮງງານເຮົາຕັດຊຶ່ງການປະຕິບັດຕາມແຈ້ງການໃນປັດຈຸບັນ ໂຮງງານຕັດຫຍິບຂອງພວກເຮົາ ຍັງບໍ່ໄດ້ເຄື່ອນໄຫວລົງວັດແທກ ແລະ ຕັດຫຍິບເຄື່ອງສົ່ງໃຫ້ໂຮງຮຽນໃດຂອງເມືອງທ່າແຂກ, ແລ້ວຊຸດເຄື່ອງແບບທີ່ລົງໂພສໃນຂ່າວນັ້ນບໍ່ແມ່ນຕັດຈາກໂຮງງານພວກເຮົາ. ສິ່ງທີ່ໄດ້ເປັນປະເດັນຮ້ອນ ກໍໃຫ້ ເກີດມີຫາງສຽງສັງຄົມ ທີ່ເປັນຜົນເສຍບໍ່ສະເພາະແຕ່ຄວາມເຊື່ອໝັ້ນຕໍ່ການຈັດຕັ້ງພັກ-ລັດ ກໍຄືຂະແໜງສຶກສາຢູ່ແຂວງຄຳມ່ວນ ແຕ່ຍັງໄດ້ສ້າງຜົນເສຍຫາຍຕໍ່ ໂຮງງານຂອງຂ້າພະເຈົ້າ ເຮັດໃຫ້ລູກຄ້າເກີດຄວາມເຂົ້າໃຈຜິດ, ບາງລາຍການສັ່ງຕັດເຄື່ອງກໍຖືກໂຈະ ຫຼືເລື່ອນອອກໄປ ແລະບໍ່ໄດ້ຮັບລາຍການສັ່ງຕັດເຄື່ອງຈາກລູກຄ້າອື່ນໆ.

ຕໍ່ກັບບັນຫານີ້, ໂຮງງານຕັດຫຍິບຂອງພວກເຮົາຢາກຊີ້ແຈງຕໍ່ສັງຄົມໃຫ້ມີຄວາມເຂົ້າໃຈເປັນເອກະພາບກັນ, ຜູ້ຮັບຂໍ້ມູນຂ່າວສານທາງສື່ສັງຄົມອອນລາຍກໍຢາກໃຫ້ມີຄວາມໜັກແໜ້ນ ບໍ່ຟ້າວຫຼົງເຊື່ອ, ກົດໄລ້, ກົດແຊຣ ຂ່າວທີ່ບິດເບືອນ ແລະກໍ່ໃຫ້ເກີດເຂົ້າໃຈຜິດເປັນວົງກວ້າງເຮັດໃຫ້ປະຊາຊົນບໍ່ເຊື່ອໝັ້ນຕໍ່ພັກ-ລັດ ແລະສ້າງຄວາມເສື່ອມເສຍໃຫ້ພາກສ່ວນອື່ນໂດຍບໍ່ເປັນທຳ.
ທີ່ມາ: ປະຊາຊົນ