ມອບ-ຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັ

ໃນວັນທີ 30 ມີນາ 2023, ທີ່ ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ, ໂດຍການເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ສະຫາຍ ຫວັງ ໜີງ, ເລຂາພັກແຂວງຢຸນນານ ແຫ່ງ ສປ ຈີນ; ມີບັນດາລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ພະແນກສຶກສາທິການ ແລະ ກິລາ, ເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ, ຄະນະຜູ້ແທນສອງຝ່າຍ ລາວ-ຈີນ, ບັນດາຄູອາຈານ, ນ້ອງນັກຮຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ, ທ່ານ ເສິນ ຊູຈຸນ (Chen Zujun), ປະທານກຸ່ມບໍລິສັດກໍ່ສ້າງລົງທຶນແຂວງຢຸນນານ ໃນຖານະທີ່ໄດ້ຮັບສິດເປັນຜູ້ຮັບເຫມົາກໍ່ສ້າງໂຄງການດັ່ງກ່າວ ໄດ້ຂຶ້ນລາຍງານປະຫວັດຄວາມເປັນມາ, ຄວາມຄືບຫນ້າ ແລະ ຜົນສຳເລັດຂອງການກໍ່ສ້າງໂຮງຮຽນມັດທະຍົມສົມບູນເພຍວັດ ໂດຍສັງເຂບ. ຈາກນັ້ນ, ສະຫາຍ ຈຽງ ຈ່າຍຕຸງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ສະຫາຍ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ກໍ່ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນຕໍ່ຜົນສຳເລັດຂອງໂຄງການກໍ່ສ້າງອາຄານດັ່ງກ່າວ, ໂຄງການກໍ່ສ້າງນີ້ ຈັດຢູ່ໃນໂຄງການໂຮງຮຽນ 10 ແຫ່ງ ທີ່ການນຳຂັ້ນສູງສຸດຂອງສອງປະເທດ ລາວ ແລະ ຈີນ ໄດ້ຕົກລົງເປັນເອກະພາບກັນໃນປີ 2016, ເຊິ່ງເປັນໂຄງການບູລິມະສິດທີ່ສໍາຄັນຫນຶ່ງ ໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ກໍ່ຄື ການຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ, ເປັນທຶນຊ່ວຍເຫຼືອລ້າຈາກ ລັດຖະບານ ແຫ່ງ ສປ ຈີນ, ໂດຍໄດ້ມີການລົງນາມສັນຍາການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ ໃນວັນທີ 24 ສິງຫາ 2020, ມູນຄ່າກໍ່ສ້າງທັງຫມົດ 97.400.000 ຢວນ, ມີເນື້ອທີ່ທັງຫມົດ 9.022 ຕາແມັດ, ເນື້ອທີ່ກໍ່ສ້າງ 7.866 ຕາແມັດ, ເຊິ່ງໄດ້ເລີ່ມການກໍ່ສ້າງມາແຕ່ ວັນທີ 21 ພຶດສະພາ 2021 ແລະ ສຳເລັດໃນປີ 2023, ອາຄານຮຽນດັ່ງກ່າວ ສາມາດຮອງຮັບນັກຮຽນໄດ້ປະມານ 1.400 ກວ່າຄົນ, ເຊິ່ງປະກອບມີ: ຫ້ອງຮຽນ 50 ຫ້ອງ, ຫ້ອງເຄມີ, ຫ້ອງຟີຊິກ, ຫ້ອງຊິວະສາດ, ຫ້ອງທົດລອງວິທະຍາສາດທໍາມະຊາດ, ຫ້ອງຄອມພິວເຕີ 1 ຫ້ອງ; ຫ້ອງສອນພາສາຈີນ 1 ຫ້ອງ, ຫ້ອງອ່ານຫ້ອງສະໝຸດ 2 ຫ້ອງ; ຫອ້ງການຄູ-ອາຈານ, ຫ້ອງອໍານວຍການ, ຫ້ອງປະຊຸມ ແລະ ອື່ນໆ.

ໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ຫວັງ ໜິງ, ເລຂາພັກແຂວງຢຸນນານ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປ ຈີນ ຂຶ້ນມອບກະແຈ ແລະ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮັບໂດຍ ສະຫາຍ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ໂຄງການດັ່ງກ່າວນີ້ ຖືເປັນສັນຍາລັກອັນພົ້ນເດັ່ນຂອງໝາກຜົນການຮ່ວມມືດ້ານການສຶກສາ ລະຫວ່າງສອງຊາດລາວ ແລະ ຈີນ. ໃນຂະນະດຽວກັນນີ້, ສະຫາຍ ອາດສະພັງທອງ ສີພັນດອນ ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ, ພ້ອມນີ້, ກໍ່ສະແດງຄວາມຂອບໃຈມາຍັງທຸກພາກສ່ວນ ລາວ ແລະ ຈີນ ທີ່ໄດ້ປະກອບສ່ວນສຸມທຸກເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຈົນມີຜົນສຳເລັດຢ່າງຈົບງາມ.

ໃນຕອນຄ່ຳຂອງວັນດຽວກັນ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ຫວັງ ໜິງ, ເລຂາພັກແຂວງຢຸນນານ ພ້ອມດ້ວຍຄະນະ. ໃນໂອກາດນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນເລື້ອຍໆ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຊຸກຍູ້ການພົວພັນຮ່ວມມືໃນດ້ານຕ່າງໆໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອມີຜົນສຳເລັດອັນໃຫມ່ໃຫຍ່ຫຼວງກວ່າເກົ່າ, ໃນນັ້ນ ສອງຝ່າຍ ໄດ້ປຶກສາຫາລືກັນໃນບາງດ້ານທີ່ຄວນເອົາໃຈໃສ່ໃນຕໍ່ໜ້າເຊັ່ນ: ດ້ານການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງດ່ວນຈາກ ລາວໄປຈີນ ໃນສ່ວນທີ່ຢູ່ໃນແຜນການ ໃຫ້ມີຄວາມຄືບຫນ້າໄວ, ດ້ານການທ່ອງທ່ຽວ ການເປີດເສັ້ນທາງລົດໄຟສາກົນ ລາວ-ຈີນ, ວຽງຈັນ-ຄຸນມິງ, ດ້ານການອຳນວຍຄວາມສະດວກໃນການຜ່ານດ່ານ ແລະ ການຂົນສົ່ງທາງລົດໄຟ ໃຫ້ມີຜົນປະໂຫຍດຕໍ່ສອງຝ່າຍຫຼາຍຂຶ້ນ, ດ້ານກະສິກຳ ເພື່ອຮ່ວມມືກັນຜະລິດສິນຄ້າສົ່ງໄປຕະຫຼາດຈີນ, ການຮ່ວມມືໃນຂະແໜງບໍ່ແຮ່, ການປຸງແຕ່ງແຮ່ທາດ ແລະ ການຜະລິດສິນຄ້າ, ການລົງທຶນຂອງວິສາຫະກິດຈີນຢູ່ລາວ, ການສຶກສາ, ພະລັງງານ, ການແລກປ່ຽນຄະນະຜູຸ້ແທນນຳກັນ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ. ພິເສດ, ສອງຝ່າຍ ໄດ້ເຫັນດີນຳກັນຕໍ່ການກະກຽມເປີດຖ້ຽວລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ໃນວັນທີ 13 ເມສາ 2023 ນີ້, ເຊິ່ງຈະມີພິທີຮັບຕ້ອນນັກທ່ອງທ່ຽວຈີນ ຊຸດທຳອິດຢູ່ເບື້ອງດິນລາວ.

ໃນຂະນະດຽວກັນ, ສະຫາຍ ຫວັງ ໜິງ ກໍ່ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລື ແລະ ເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆ ທີ່ການນຳຂັ້ນສູງຂອງສອງປະເທດເຫັນດີເປັນເອກະພາບກັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ, ນຳຄວາມເອົາຮຸ່ງເຮືອງສີວິໄລມາສູ່ສອງປະເທດ ສປ ຈີນ ແລະ ສປປ ລາວ, ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອນີ້ ໃຫ້ຫມັ້ນຄົງຂະຫນົງແກ່ນຕະຫຼອດກາລະນານ.