ກອງປະຊຸມປຶກສາຫາລືແລກປ່ຽນລະຫວ່າງກະຊວງແມ່ຍິງປະເທດກຳປູເຈຍ ແລະ ສູນກາງສະຫະພັນແມ່ຍິງລາວ

ຄະນະຜູ້ແທນຂັ້ນສູງຂອງສູນກາງສະຫະພັນແມ່ຍິງລາວ (ສສຍລ) ນຳໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ພ້ອມຄະນະ ແລະ ບັນດາທ່ານຜູ້ຕາງໜ້າອົງການ Oxfam ປະຈຳລາວໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືແລກປ່ຽນລະຫວ່າງກະຊວງແມ່ຍິງປະເທດກຳປູເຈຍ ແລະ ສສຍລ ກ່ຽວກັບການສົ່ງເສີມວຽກງານເສດຖະກິດ, ວຽກງານດູແລ ແລະ ການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຣາຊະອະນາຈັກກຳປູເຈຍ ຊຶ່ງມີທ່ານນາງ ກຸງ ໂຊລິຕາ (KoungSorita) ຮອງລັດຖະມົນຕີຊ່ວຍກະຊວງແມ່ຍິງປະເທດກຳປູເຈຍ, ທ່ານນາງ ພຽນ ໂຊພວນ (PheanSophoan) ຫົວໜ້າອົງການ Oxfam ປະຈຳປະເທດກຳປູເຈຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການກ່າວຕ້ອນຮັບຈາກ ທ່ານນາງ ກຸງ ໂຊລິຕາ ຫຼັງຈາກນັ້ນ ທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນຈຸດປະສົງສຳຄັນຂອງການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຊຶ່ງເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍຄຳໝາຍໝັ້ນຂອງສະຫະພັນແມ່ຍິງລາວໃນນາມເປັນປະທານຄະນະກຳມະການແມ່ຍິງອາຊຽນ ( ASEAN Committee on Women ຫຼື ACW), ທັງເປັນການແລກປ່ຽນບົດຮຽນຮ່ວມກັນເຊັ່ນ: ການຊອກຫາບັນດາປັດໄຈໃນການອໍານວຍຄວາມສະດວກ, ການປະຕິບັດໜ້າທີ່ວຽກງານທີ່ດີ ແລະ ປະສົບການຂອງປະເທດກໍາປູເຈຍ ໃນການເປັນປະທານຄະນະກໍາມະການອາຊຽນກ່ຽວກັບແມ່ຍິງ (ACW) ທີ່ຜ່ານມາ; ການຂັບເຄື່ອນເສດຖະກິດ, ການເບິ່ງແຍງ ແລະ ແຜນການປົກປ້ອງແມ່ຍິງ-ເດັກໃນສັງຄົມ, ການແລກປ່ຽນບົດຮຽນ ເພື່ອເປັນຊ່ອງທາງໃຫ້ແກ່ການກະກຽມກິດຈະກຳ, ສ້າງແຜນງານ-ໂຄງການທີ່ຈະໄປສູ່ການສົນທະນາໃນກອງປະຊຸມຄະນະກຳມະການແມ່ຍິງອາຊຽນຢູ່ ສປປ ລາວ ໃນຕໍ່ໜ້າ ແລະ ສາມາດນຳໄປຜັນຂະຫຍາຍໃນລະດັບປະເທດ, ການແລກປ່ຽນບົດຮຽນທີ່ດີໃນການສ້າງຄວາມເຂົ້າໃຈກ່ຽວກັບເສດຖະກິດທີ່ເອົາໃຈໃສ່ແມ່ຍິງຂອງກະຊວງແມ່ຍິງປະເທດກຳປູເຈຍໃຫ້ແກ່ສະຫະພັນແມ່ຍິງລາວ.

ນອກຈາກນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການແລກປ່ຽນປະສົບການໃນການເປັນປະທານຄະນະກຳມາທິການແມ່ຍິງອາຊຽນ (ACW) ໃນປີ 2022 ແລະ ການສົ່ງເສີມເສດຖະກິດໃນວຽກງານດູແລເບິ່ງແຍງ ແລະ ການສ້າງຄວາມເຂັ້ມແຂງໃນການປົກປ້ອງທາງສັງຄົມລະດັບຊາດຂອງກຳປູເຈຍຈາກ ທ່ານນາງ ແສງພອນ ດາວິນ ຮອງຫົວໜ້າກົມຄວາມສະເໝີພາບຍິງ-ຊາຍ ແລະ ການພັດທະນາເສດຖະກິດ, ກະຊວງແມ່ຍິງປະເທດກຳປູເຈຍ. ໂອກາດນີ້ ທ່ານນາງ ນິນປະເສີດ ໄຊຍະພອນສີ ຫົວໜ້າກົມພັດທະນາແມ່ຍິງລາວ, ສສຍລ ໄດ້ນຳສະເໜີກ່ຽວກັບພາລະບົດ ບາດໜ້າທີ່ຂອງສະຫະພັນແມ່ຍິງລາວ, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາແມ່ຍິງແຫ່ງຊາດ, ພ້ອມທັງ ນຳສະເໜີສະພາບລວມຂອງວຽກງານການດູແລເບິ່ງແຍງ ແລະ ການປົກປ້ອງທາງສັງຄົມຢູ່ສປປລາວ ຊຶ່ງຍົກໃຫ້ເຫັນບົດບາດຍິງ-ຊາຍໃນວຽກງານເບິ່ງແຍງດູແລ ແລະ ຄວາມບໍ່ສະເໝີພາບທາງດ້ານສັງຄົມໃນການເຂົ້າເຖິງຊັບ ພະຍາກອນ, ຄວາມຮັບຜິດຊອບໃນການດູແລ ແລະ ການທີ່ໄດ້ຮັບການສຶກສາຕໍ່າ ເຮັດໃຫ້ແມ່ຍິງ ແລະ ເດັກຍິງໄດ້ຮັບຜົນກະທົບຫຼາຍດ້ານ ເວົ້າສະເພາະແມ່ນເປັນກຸ່ມສ່ຽງທີ່ໄດ້ຮັບຜົນກະທົບດ້ານລົບໃນວຽກງານເບິ່ງແຍງດູແລ. ຢູ່ ສປປລາວແມ່ຍິງເຮັດວຽກເຮືອນທີ່ບໍ່ໄດ້ຮັບຄ່າຈ້າງຫຼາຍກວ່າຜູ້ຊາຍເຖິງ 5 ເທົ່າ, ເປັນການຈຳກັດໂອກາດໃນການຮຽນຮູ້, ມີລາຍໄດ້, ການເດີນທາງ, ພັກຜ່ອນ ແລະ ການຂະຫຍາຍທາງເລືອກຊີວິດຂອງເຂົາເຈົ້າ. ວຽກງານເບິ່ງແຍງດູແລທີ່ບໍ່ໄດ້ຮັບຄ່າຈ້າງແມ່ນພາລະໜັກໜ່ວງ, ໂດຍສະເພາະແມ່ຍິງຈາກກຸ່ມດ້ອຍໂອກາດທັງຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ.

ໂອກາດສຳຄັນນີ້, ໃນວັນທີ 29 ມີນາ ຜ່ານມາ ຄະນະຜູ້ແທນຂັ້ນສູງຂອງ ສສຍລ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ແມນຊອມອອນ ກົມການເມືອງສູນກາງພັກ ຮອງປະທານພັກປະຊາຊົນກຳປູເຈຍ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງພົວພັນສະພາສູງສະພາແຫ່ງຊາດ ແລະ ກວດສອບຂອງປະເທດກຳປູເຈຍ ຊຶ່ງທ່ານໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ການມາເຄື່ອນໄຫວເຮັດວຽກຢູ່ຣາຊະອະນາຈັກກຳປູເຈຍໃນຄັ້ງນີ້ ພ້ອມທັງຍົກໃຫ້ເຫັນສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນໄລຍະຜ່ານມາຂອງແມ່ຍິງທັງສອງຊາດ. ໂອກາດນີ້, ທ່ານປະທານຄະນະບໍລິຫານງານ ສສຍລ ໄດ້ແຈ້ງເຖິງຈຸດປະສົງ ແລະ ຜົນສຳເລັດຂອງການມາເຄື່ອນໄຫວວຽກງານຂອງຄະນະຜູ້ແທນ ສສຍລ ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບທີ່ໄດ້ຮັບຈາກການນຳ ກໍຄືແມ່ຍິງກຳປູເຈຍ ຕະຫຼອດໄລຍະຂອງການມາເຄື່ອນໄຫວວຽກງານໃນເທື່ອນີ້.

ຂ່າວ-ພາບ: ສີວິໄລ