ນວ ຈະເນັ້ນຫຼາຍກິດຈະກຳການທ່ອງທ່ຽວທີ່ຕິດພັນກັບວັດທະນະທຳລາວໃນໄລຍະບຸນປີໃໝ່ລາວ ພສ 2566

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳແລະທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ CMG ປະຈຳລາວ ໃນວັນທີ 3 ເມສາທີ່ຜ່ານມາວ່າ: ໄລຍະບຸນປີໃໝ່ລາວ ພສ 2566 ນີ້, ນະຄອນຫຼວງວຽງຈັນ ຈະເນັ້ນກິດຈະກຳສົ່ງເສີມການທ່ອງທ່ຽວທີ່ຕິດພັນກັບວັດທະນະທຳລາວ ໂດຍສະເພາະການສ້າງກິດຈະກຳຊຸກຍູ້ສົ່ງເສີມທາງດ້ານວັດທະນະທຳຮີດຄອງປະເພນີອັນດີງາມ ເຊັ່ນ: ກິດຈະກຳທາງດ້ານສາສະໜາຕາມວັດວາອາຮາມຕ່າງໆ ແລະ ໄດ້ກຳນົດຈຸດຫລິ້ນບຸນປີໃໝ່ແມ່ນຢູ່ຄຸ້ມ ເມືອງເກົ່າວັດຈັນ ເມືອງຈັນທະບູລີ ຊຶ່ງເປັນເຂດທີ່ມີວັດວາອາຮາມຫຼາຍທີ່ຄົນລາວໃຫ້ຄວາມສຳຄັນໃນຍາມບຸນປີໃໝ່ລາວຕ້ອງໄດ້ຫົດສົງພະ 9 ວັດ, ນອກນັ້ນ, ຍັງມີເຂດວັດພະທາດຫຼວງເໜືອ, ວັດທາດຫຼວງໃຕ້, ວັດໜອງບອນ ແລະວັດອ້ອມຮອບອື່ນໆ ທີ່ມວນຊົນແລະນັກທ່ອງທ່ຽວໃຫ້ຄວາມນິຍົມໄປຫົດສົງພະໃນໄລຍະບຸນປີໃໝ່ລາວທຸກໆປີ.

ທ່ານກ່າວຕື່ມວ່າ,ນະຄອນຫລວງວຽງຈັນໄດ້ສົມທົບກັບອົງການພຸດທະສາສະໜາລາວເພື່ອຮັກສາຮີດຄອງປະເພນີໂດຍສະເພາະການນຸ່ງຖືເຂົ້າຫົດສົງພະຕາມວັດຕ່າງໆໃຫ້ຖືກຕ້ອງຕາມວັດທະນະທຳຂອງລາວ. ສຳລັບບຸນປີໃໝ່ລາວປີນີ້ແມ່ນກົງກັບວັນທີ 14, 15 ແລະ 16 ເມສາ 2023. ມື້ທຳອິດສັງຂານລົງຈະມີກິດຈະກຳແຫ່ພະ ພຸດທະຮູບມິ່ງບ້ານມິ່ງເມືອງຢູ່ເຂດຄຸ້ມເມືອງເກົ່າຖະໜົນເສດຖາທິລາດວັດຈັນ ຊຶ່ງກຳນົດແຕ່ເສັ້ນທາງວັດອິນ ແປງໄປຫານໍ້າພຸ ແລະອ້ອມຮອບເສັ້ນທາງວັດຈັນກັບຄືນວັດອິນແປງ ນອກຈາກນີ້ຍັງຈະມີການສະເຫຼີມສະຫຼອງຄົບງັນຂະບວນຕ່າງໆ.

ປັດຈຸບັນ, ບັນດາຂະບວນທີ່ຈະເຂົ້າຮ່ວມພິທີແຫ່ແມ່ນກະກຽມເປັນທີ່ຮຽບຮ້ອຍແລ້ວໃນຂະບວນແຫ່ຈະເລີ່ມດ້ວຍຂະບວນພະສົງ ແລະພະພຸດທະຮູບມິ່ງບ້ານມິ່ງເມືອງ, ຂະບວນແຫ່ພາຂວັນໃຫຍ່, ຂະບວນດົນຕີມະໂຫລີ, ຂະບວນນັກກິລາທີ່ໄດ້ຮັບຫຼຽນໃນງານແຂ່ງຂັນມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ, ຂະບວນບ້ານວັດທະນະທຳ ແລະຂະບວນອື່ນໆ.

ສ່ວນຈຸດຫລິ້ນນໍ້າສຳລັບຊາວນະຄອນຫລວງວຽງຈັນ ແລະນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃນໄລຍະ 3 ວັນນີ້, ແມ່ນກຳນົດຢູ່ເຂດຖະໜົນເສດຖາທິລາດໜ້າວັດອິນແປງເປັນຈຸດຫົດສົງນໍ້າເຊິ່ງກັນ ແລະກັນ ແລະຈຸດທີສອງແມ່ນຢູ່ຫາດຊາຍເຂດແຄມຂອງບ້ານອ່າງນ້ອຍ ເມືອງສັງທອງ, ນະຄອນຫລວງວຽງຈັນ, ນໍ້າກັດ ຢໍລະປາ, ວັດຊຽງຄວນ ແລະອື່ນໆ.