ຜົ້ງສາລີ ມີໂຄງການລົງທຶນ 108 ໂຄງການ ມູນຄ່າ 3 ພັນຕື້ກີບ

  ປະຈຸບັນຢູ່ແຂວງຜົ້ງສາລີ ມີໂຄງການລົງທຶນທັງໝົດ 108 ໂຄງການເປັນມູນຄ່າ 354 ລ້ານ ກວ່າໂດລາຫຼືປະມານ 3 ພັນຕື້ ກີບ, ຈົດທະບຽນ 106 ລ້ານກວ່າໂດລາ ໃນນີ້: ການລົງທຶນພາຍໃນ 42 ໂຄງການມີມູນຄ່າ 103 ລ້ານກວ່າໂດລາ, ການລົງທຶນຕ່າງປະເທດ 66 ໂຄງການມີມູນຄ່າ 250 ລ້ານກວ່າໂດ ລາ ໂດຍສຸມໃສ່ຂະແໜງກະສິກໍາ, ອຸດສາຫະກໍາ-ຫັດຖະກໍາ, ພະລັງງານ ແລະບໍ່ແຮ່ ແລະຂະແໜງການບໍລິການ.

 ອີງຕາມຂໍ້ມູນຈາກແຂວງຜົ້ງສາລີ ໃຫ້ຮູ້ວ່າ: ວຽກງານສົ່ງເສີມການລົງທຶນເປັນວຽກງານໜຶ່ງທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ຊຶ່ງໃນໄລຍະຜ່ານມາລັດຖະບານລາວໄດ້ເອົາໃຈໃສ່ໃນການປັບປຸງ ແລະ ແກ້ໄຂບັນຫາຫຍຸ້ງຍາກໃນການດໍາເນີນທຸລະກິດໃຫ້ກັບບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດເປັນການຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດກໍຄືການກຽມຄວາມພ້ອມໃນການດຶງດູດການລົງທຶນ. ສະເພາະຢູ່ແຂວງ ຜົ້ງສາລີວຽກງານສົ່ງເສີມການລົງທຶນໃນປີ 2018 ຜ່ານມາໄດ້ພິຈາລະນາອະນຸມັດໂຄງການລົງທຶນພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 12 ໂຄງການມີມູນຄ່າສະ ເໜີລົງທຶນ 18,55 ລ້ານໂດລາສະຫະລັດ, ຈົດທະບຽນ 7,86 ລ້ານໂດລາໃນນີ້: ໂຄງການລົງທຶນຂອງເອກະຊົນພາຍໃນ 7 ໂຄງການ, ມີມູນຄ່າ 10,98 ລ້າ ນໂດລາ, ໂຄງການລົງທຶນເອກະຊົນຕ່າງປະເທດ 5 ໂຄງການມູນຄ່າ 7,56 ລ້ານໂດລາ ໂດຍແມ່ນ (ນັກລົງທຶນ ສປ ຈີນ ແລະ ສສ ຫວຽດນາມ) ຊຶ່ງເປັນກາ ນລົງທຶນໃນກິດຈະການເຊົ່າ-ສຳປະທານ 6 ໂຄງການ ແລະອີກ 6 ໂຄງການແມ່ນລົງທຶນໃນກິດຈະການທົ່ວໄປ ໂດຍສຸມໃສ່ 4 ຂະແໜງການໃຫຍ່ ຄື: ກະສິ ກຳ-ປ່າໄມ້ 5 ໂຄງການມີມູນຄ່າ 5,15 ລ້ານໂດລາ,ອຸດສາຫະກຳ-ຫັດຖະກຳ 1 ໂຄງການມູນຄ່າ 3,84 ລ້ານໂດລາ,ການບໍລິການ 5 ໂຄງການມູນຄ່າ 8,96 ລ້ານໂດລາ ແລະຂະແໜງ ບໍ່ແຮ່ 1 ໂຄງການມູນຄ່າ 5,88 ແສນໂດລາ.

ມາຮອດປະຈຸບັນທົ່ວແຂວງຜົ້ງສາລີ ມີໂຄງການລົງທຶນທັງໝົດ 108 ໂຄງການ,ເປັນມູນຄ່າ 354 ລ້ານກວ່າໂດລາສະຫະລັດ, ຈົດທະບຽນ 106 ລ້ານກວ່າໂດລາ ໃນນີ້: ການລົງທຶນພາຍໃນ 42 ໂຄງການ ມີມູນຄ່າ 103 ລ້ານກວ່າໂດລາ, ການລົງທຶນຕ່າງປະເທດ 66 ໂຄງການ ມູນຄ່າ 250 ລ້ານກວ່າໂດລາຊຶ່ງເປັນການລົງທຶນຂອງນັກລົງທຶນຈາກ ສປ ຈີນ 59 ໂຄງການມີມູນຄ່າ 237 ລ້ານກວ່າໂດລາ,ຂອງນັກລົງທຶນຈາກ ສສ ຫວຽດນາມ 6 ໂຄງການມູນຄ່າ 11, 72 ລ້ານກວ່າໂດລາ ແລະຂອງນັກລົງທຶນຈາກປະເທດມາເລເຊຍ 1 ໂຄງ ການມູນຄ່າ 1 ລ້ານໂດລາ ຊຶ່ງບັນດາໂຄງການດັ່ງກ່າວຂັ້ນສູນກາງອະນຸມັດຈໍານວນ 19 ໂຄງການມູນຄ່າ 210,95 ລ້ານໂດລາ ແລະຂັ້ນແຂວງອະນຸມັດ 89 ໂຄງການມູນຄ່າ 143,04 ລ້ານ ໂດລາ;ໂຄງການລົງທຶນກິດຈະການສຳປະທານຕິດພັນກັບປະຊາຊົນ 6 ໂຄງການມູນຄ່າ 10,04 ລ້າຈນໂດລາ, ໂຄງການລົງທຶນກິດຈະການເຊົ່າ-ສຳປະທານ 40 ໂຄງການມູນຄ່າ 268,84 ໂດລາ, ໂຄງການລົງທຶນກິດຈະການທົ່ວໄປມີ 62 ໂຄງການມູນຄ່າ 75,11ລ້ານໂດລາ.

  ໂດຍໃນຈໍານວນ 108 ໂຄງການນີ້ ແຂວງຜົ້ງສາລີ ໄດ້ສຸມໃສ່ຂະແໜງກະສິກຳ-ປ່າໄມ້ 58 ໂຄງການມູນຄ່າ 79,43 ລ້ານ ໂດລາ; ບໍ່ແຮ່ 15 ໂຄງການມູນ ຄ່າ 201,49 ລ້ານໂດລາ; ພະລັງງານໄຟຟ້າ 7 ໂຄງການມູນຄ່າ 49,960 ລ້ານໂດລາ, ອຸດສາຫະກຳ-ຫັດຖະກຳ 15 ໂຄງການມູນຄ່າ 12,41 ລ້ານໂດລາ ແລະ ຂະແໜງການບໍລິການ 13 ໂຄງການມູນຄ່າ 10,70 ລ້ານໂດລາ.

ໂດຍ: ກິ່ງລັດຕະນະ