ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງສະຫວັນນະເຂດ ແຂ່ງຂັນກີລາຍິງປືນ

ເພື່ອເປັນການສ້າງຂະບວນ ການຂ່ຳນັບຮັບຕ້ອນວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບວັນ ທີ 5 ເມສາ ຄົບຮອບ 58 ປີ ໃຫ້ ມີບັນຍາກາດເບີກບານມ່ວນຊື່ນ, ມີ ຄວາມສາມັກຄີພາຍໃນກຳລັງ-ມີຄວາມສາມັກຄີກັບມະຫາຊົນ, ຊັ້ນ ຄົນໃນສັງຄົມແລະຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບປອດໄພໃນວັນທີ 29 ມີນານີ້, ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງສະ ຫວັນນະເຂດໄດ້ສ້າງຂະບວນການ ແຂ່ງຂັນກີລາຍິງປືນ ໂດຍການເຂົ້າຮ່ວມຂອງທ່ານ ພັອ ລຳຄູນ ວໍລະວົງ ຮອງກອງບັນຊາການ ປກສແຂວງ, ມີກຳລັງ ປກຊ-ປກສ, ມີ ບັນດາຫ້ອງການ-ພະແນກການ ອ້ອມຂ້າງ, ແຂກຖືກເຊີນ ແລະນັກ ກີລາເຂົ້າຮ່ວມ.

ຊຶ່ງລາຍການແຂ່ງຂັນຍິງປືນ ໃນຄັ້ງນີ້ແບ່ງອອກເປັນສອງສາຍ ຄື: ສາຍກຳລັງ ປກສ-ປກຊ ປະ ກອບມີ: ຍິງດ່ຽວມືໃໝ່ໄລຍະ 10 ແມັດ, ຍິງຄູ່ມືໃໝ່ໄລຍະ 10 ແມັດແລະສາຍທົ່ວໄປມີ: ຍິງດ່ຽວມືໃໝ່ໄລຍະ 10 ແມັດ, ຍິງດ໋ຽວມືເກົ່າໄລຍະ 15 ແມັດ, ຍິງດ່ຽວປືນແວັງສູນເປີດໄລຍະ 50 ແມັດ, ຍິງດ່ຽວ IPSC ແລະຍິງດ່ຽວ Shoot-off.

ຜ່ານການແຂ່ງຂັນຜົນປາກົດ ວ່າ: ໄລຍະ 10  ແມັດ  ສາຍກຳລັງ  ໄດ້ຮັບລາງວັນຊະນະເລີດໄດ້ແກ່ ທ່ານ ພັທ ພູດົງ ກິດຕິຍະລາດ ລວມຄະແນນໄດ້ 48 ຄະແນນ, ຮອງຊະນະເລີດທ່ານ ພຸດທະເສີດຈັນທະກຸມມານ ລວມຄະແນນໄດ້ 47 ຄະແນນ, ຮອງຊະນະເລີດອັນ ດັບທີ 2 ໄດ້ແກ່ທ່ານ ສອນເພັດ ປກສ ເມືອງອາດສະພອນລວມຄະແນນໄດ້ 46 ຄະແນນ ແລະທີມ ຄູ່ 10  ແມັດ ສ່ວນສາຍກຳລັງລາງ ວັນຊະນະເລີດໄດ້ແກ່ກອງພັນ ເຄື່ອນທີ່ ປກສ ແຂວງລວມຄະ ແນນໄດ້ 95 ຄະແນນ, ລາງວັນຮອງຊະນະເລີດໄດ້ແກ່ປກສ ເມືອງ ໄຊພູທອງ ລວມຄະແນນໄດ້ 91 ຄະແນນ, ລາງວັນຮອງຊະນະເລີດ ອັນດັບ  2 ໄດ້ແກ່ ປກຊ ຫ້ອງເສນາລວມຄະແນໄດ້ 85 ຄະແນນ ແລະຍັງມີລາງວັນອື່ນໆຕື່ມອີກໃຫ້ກຽດມອບລາງວັນໂດຍພັທຈັນທາແສນສຸລິວົງຮອງກອງບັນຊາການ ປກສ ແຂວງ.

ນສພ ເສດຖະກິດ-ສັງຄົມ