ໂຮງຮຽນອະນຸບານຊະນະພົນ ຖືກຮັບຮອງເປັນຕົວແບບຄຸນນະພາບ

ວັນທີ 5 ພຶດສະພາ 2023 ໂຮງຮຽນອະນຸບານ ຊະນະພົນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ໄດ້ຖືກຮັບຮອງເປັນຕົວແບບຄຸນນະພາບ ຫຼັງຈາກເອົາໃຈໃສ່ຈັດຕັ້ງປະຕິ ບັດຕົວຊີ້ວັດ ແລະ ກິດຈະກໍາຕ່າງໆ ໃນໂຄງການສ້າງເປັນໂຮງຮຽນຄຸນນະພາບຂັ້ນ ນວ.

ການຮັບຮອງຄັ້ງນີ້ແມ່ນລຝໄດ້ປະເມີນຕາມ 6 ດ້ານ 50 ກິດຈະກໍາ ຜ່ານການປະເມີນຕົວຈິງເຫັນວ່າຊັ້ນອະນຸບານໂຮງຮຽນຊະນະພົນແມ່ນຜ່ານເກນປະເມີນໃນຄັ້ງນີ້ ມາຮອດວັນທີ 27 ກັນຍາ 2022 ຊັ້ນອະນຸບານໂຮງຮຽນຊະນະພົນ ຈຶ່ງໄດ້ຖືກຮັບຮອງເປັນໂຮງຮຽນຕົວແບບຄຸນນະພາບຂັ້ນ ນວ.

ດັ່ງນັ້ນໃນວັນທີ 5 ພຶດສະພາ 2023 ໂຮງຮຽນຊະນະພົນ ຈຶ່ງໄດ້ເຮັດພິທີເປີດປ້າຍໂຮງຮຽນຕົວແບບຄຸນນະພາບອະນຸບານພ້ອມທັງລວມປ້າຍເປັນໂຮງຮຽນຊະນະພົນ ຊັ້ນລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມສົມບູນ ໂຮງຮຽນຕົວແບບຄຸນນະພາບຢ່າງເປັນທາງການ.

ເຂົ້າຮ່ວມໃນພິທີເປີດປ້າຍດັ່ງກ່າວມີທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະກີລາ ນວ ທ່ານ ທົງ ຫົດທິລາດ ຮອເຈົ້າເມືອງສີໂຄດຕະບອງ ທ່ານ ມະນີຫົງ ຈັນທະວົງສາ ຫົວໜ້າຫ້ອງການສຶກສາທິການ ແລະກີລາ ເມືອງສີໂຄດຕະບອງ ທ່ານ ເດດຊະພົນ ພິລະໄຊພິທັກ ຜູ້ປະກອບການໂຮງຮຽນລ້ຽງເດັກ-ອະນຸບານ- ປະຖົມ-ມັດທະຍົມສົມບູນຊະນະພົນ ແລະພາກສ່ວນກ່ຽວຂ້ອງ.

ສໍາລັບຊັ້ນປະຖົມ ແລະຊັ້ນມັດທະຍົມ ໄດ້ຖືກຮັບຮອງເປັນໂຮງຮຽນຕົວແບບຄຸນນະພາບຂັ້ນ ນວ ໃນປີ 2022 ໃນກອງປະຊຸມຜູ້ບໍລິຫານຂັ້ນ ນວ ປະຈຳປີ 2021 ພາຍຫຼັງສໍາເລັດການປະເມີນຜົນການຈັດຕັ້ງປະຕິບັດຕາມ 6 ດ້ານ 42 ຕົວຊີ້ວັດ 210 ກິດຈະກໍາ ສໍາລັບຊັ້ນປະຖົມ 6 ດ້ານ 45 ຕົວຊີ້ວັດ 225 ກິດຈະກໍາ.