ເປີດໂຕຜະລິດຕະພັນ Skin Care ແບຣນຂອງລາວ

ໃນຄໍ່າຄືນຂອງວັນທີ 6 ພຶດ ສະພາ 2023 ໄດ້ມີພິທີເປີດໂຕ ຜະລິດຕະພັນ Skin Care ແບຣນ ຂອງຄົນລາວ ANOUSONE CRYSTAL Grand Opening Luxury Night Party ທີ່ໂຮງແຮມລາວເທວ, ນະຄອນຫຼວງວຽງຈັນ

ໂດຍການເຂົ້າຮ່ວມຂອງທ່ານ ນາງ ອານຸສອນ ອິນທະວົງ ເຈົ້າຂອງຜະລິດຕະພັນ, ມີເພື່ອນຮ່ວມງານ, ນັກທຸລະກິດທັງພາຍໃນ ແລະຕ່າງປະເທດພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ອານຸສອນ ອິນທະວົງ ກ່າວວ່າ: ງານຄັ້ງນີ້ຈັດຂຶ້ນເພື່ອແທນຄຳຂອບໃຈ ແລະຮູ້ບຸນຄຸນມາຍັງຄອບຄົວ, ຍາດພີ່ນ້ອງ, ເພື່ອນ ແລະລູກຄ້າທຸກໆທ່ານທີ່ໃຫ້ການສະໜັບສະໜູນພວກເຮົາສະເໝີມາ ແລະໄດ້ເວົ້າເຖິງແຮງ ບັນດານໃຈໃນການສ້າງແບຣນ ANOUSONE CRYSTAL ໄດ້ມາເນື່ອງຈາກຕົນເອງມັກໃຊ້ຄີມແບຣນຕ່າງປະເທດທີ່ເນັ້ນຄຸນນະພາບດີ, ແຕ່ຫຼາຍທ່ານກໍອາດຈະຮູ້ວ່າ: ຄີມທີ່ມີຄຸນນະພາບດີຍ່ອມມີລາຄາທີ່ຂ້ອນຂ້າງສູງນີ້ກໍເລີຍເປັນແຮງບັນດາໃຈໜຶ່ງທີ່ເຮັດໃຫ້ຢາກຜະລິດສິນຄ້າຄຸນນະພາບດີທີ່ລາຄາສາມາດຈັບຕ້ອງໄດ້ໃຫ້ແກ່ທຸກທ່ານໄດ້ຊົມໃຊ້.

ທ່ານ ນາງ ອານຸສອນ ອິນທະວົງ ໃຫ້ຮູ້ຕື່ມວ່າ: ເມື່ອເວົ້າເຖິງການຜະລິດສິນຄ້າດັ່ງກ່າວນີ້, ຂ້າພະເຈົ້າໄດ້ສຶກສາຄົ້ນຄວ້າຫາຂໍ້ມູນຄີມຕ່າງໆ, ໃຫ້ທີ່ປຶກສາໂຮງງານ, ບໍລິສັດແລັບທີ່ປະເທດໄທຊ່ວຍພັດທະນາສູດພ້ອມທັງຈົດ “ ອຍ” ໃນນາມ ANOUSONE CRYSTAL ຊຶ່ງເປັນຄີມຂອງຄົນລາວ 100, ໃນຄີມໄດ້ຄັດສັນສານສະກັດ ໂດຍນຳມາບັນຈຸໃນຄີມນຳເຂົ້າຈາກຕ່າງປະເທດທັງໝົດ ແລະມີເຊລັມ ເປັນສູດຂອງທາງແບຣນ ANOUSONE CRYSTAL ເອງຊຶ່ງສາມາດສະກັດເປັນເອກະລັກຂອງຕົນເອງໃຊ້ແລ້ວເຫັນຜົນ.

ສຳລັບທ່ານໃດທີ່ສົນໃຈຢາກຮ່ວມເປັນຄອບຄົວແບຣນ ANOUSONE CRYSTAL ເຈົ້າຂອງແບຣນ ມີຄວາມຍິນດີຕ້ອນຮັບຢ່າງສຸດໃຈ ເຊລັມ ແລະຄີມເກຣດຄຸນນະພາບຜິວງາມແບບຄຣິສຕັນ ANOUSONE Crystal“ ສະກິນແຄຄຸນ ນະພາບທຽບເທົ່າ ເຄົາເຕີ ແບຣນ ສານສະກັດນຳເຂົ້າຈາກຕ່າງປະເທດ”.
ຂ່າວ: ບຸນນິກ ມະນີ