ຮ່ວມໃຈຊ່ວຍເຫຼືອປະຊາຊົນ ແລະນັກຮຽນແຂວງໄຊສົມບູນ

ວັນທີ 18 ພຶດສະພາ 2023 ສະມາຄົມມັນຕົ້ນລາວຮ່ວມກັບຄອບຄົວການນໍາແຂວງໄຊສົມບູນນັກທຸລະກິດນະຄອນຫຼວງວຽງຈັນ ແລະນັກທຸລະກິດ ແຂວງສາລະວັນ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນແລະນັກຮຽນ ແຂວງໄຊສົມບູນ ພາຍໃຕ້ຫົວຂໍ້ຮ່ວມໃຈເປັນໜຶ່ງດຽວປະກອບສ່ວນຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກໃຫ້ປະຊາຊົນ ແລະອຸປະກອນການຮຽນ-ອຸປະກອນກີລາໃຫ້ນັກຮຽນພາຍໃນແຂວງໄຊສົມບູນ.

ພິທີມອບເຄື່ອງຊ່ວຍເຫຼືອ ຈັດຂຶ້ນວັນທີ 16 ພຶດສະພາ 2023 ທີ່ເມືອງອະນຸວົງ ແຂວງໄຊສົມບູນ ຕາງໜ້າຫົວໜ່ວຍທຸລະກິດກ່າວມອບໂດຍທ່ານ ນາງ ອິນແປງ ຊາມຸນຕີ ປະທານສະມາຄົມມັນຕົ້ນລາວ ແລະທ່ານ ນາງ ອາລິສາ ໄຊຍະກຸມມານ ປະທານບໍລິສັດ ອາລິສາມະຫາຊັບຂຸດຄົ້ນບໍ່ແຮ່ຈໍາກັດ ແລະຕາງໜ້າອໍານາດການປົກຄອງແຂວງກ່າວຮັບໂດຍທ່ານ ພອຍຄໍາ ຮຸ່ງບຸນ ຍວງ ເຈົ້າແຂວງໄຊສົມບູນ ຈາກນັ້ນໄດ້ມອບຕໍ່ໃຫ້ອຳນາດການປົກຄອງບ້ານ ແລະອຳນວຍການໂຮງຮຽນມີທ່ານ ສຸກສະຫວັດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ ທ່ານ ຮືທໍ່ ເພຍຫຼວງ ເຈົ້າເມືອງອະນຸວົງບັນດາຫົວໜ້າຮອງຫົວໜ້າພະແນກກ່ຽວຂ້ອງຄູອາຈານນັກຮຽນ ແລະປະຊາຊົນເຂົ້າຮ່ວມ.

ສໍາລັບເຄື່ອງທີ່ນໍາມາມອບໃຫ້ປະຊາຊົນ ແລະນັກຮຽນຄັ້ງນີ້ປະກອບມີເຄື່ອງອຸປະໂພກ-ບໍລິໂພກປະເພດເຄື່ອງນຸ່ງຫົ່ມ ແປ້ງນວນ ແລະນໍ້າຕານແມ່ນມອບໃຫ້ປະຊາຊົນຜູ້ທຸກຍາກ 20 ຄອບຄົວບ້ານທົ່ງຮັກ ແລະ 30 ຄອບຄົວ ບ້ານທົ່ງຄູນເມືອງອະນຸວົງມອບອຸປະກອບການຮຽນອຸປະກອນກີລາເຄື່ອງນຸ່ງຫົ່ມເສື້ອຜ້າແລະໝີ່ໃຫ້ຄູອາຈານແລະນັກຮຽນໂຮງຮຽນມິດຕະພາບເມືອງອະນຸວົງ ໂຮງຮຽນປະຖົມສົມບູນທົ່ງຮັກແລະໂຮງຮຽນປະຖົມສົມບູນທົ່ງຄູນລວມມູນຄ່າທັງໝົດ 184,5 ລ້ານກີບ.

ສ່ວນການຊ່ວຍເຫຼືອຄັ້ງນີ້ໄດ້ຈາກການປະກອບສ່ວນຫຼາຍພາກສ່ວນເປັນຕົ້ນບໍລິສັດອາລິສາມະຫາຊັບຂຸດຄົ້ນບໍ່ແຮ່ຈໍາກັດ 60 ລ້ານກີບ ພະແນກກະລິກຳແລະປ່າໄມ້ນະຄອນຫຼວງວຽງຈັນ 50 ລ້ານກີບ ສະມາຄົມມັນຕົ້ນລາວ 11,5 ລ້ານກີບ ບໍລິສັດສາລະວັນພັດທະນາຂາອອກ-ຂາເຂົ້າຈໍາກັດ 12 ລ້ານກີບ ກຸ່ມບໍລິສັດ ຄໍາໄພຊະນະ ແລະບໍລິສັດ ລືໄຊກໍ່ສ້າງພາກສ່ວນລະ 11 ລ້ານກີບ ບໍລິສັດ ຫົງເມັນພັດທະນາການລົງທຶນກະສິກໍາ ແລະບໍລິສັດແກ້ວ ທະວີຄູນເພີ່ມພູນຊັບຂາອອກ-ຂາເຂົ້າຈໍາກັດພາກສ່ວນລະ 10 ລ້ານກີບ ແລະສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ 9 ລ້ານກີບ.