ໄຊສົມບູນ-ນະຄອນຫຼວງວຽງຈັນ ທົບທວນບົດບັນທຶກສຳພັນເສດຖະກິດ ອິນຊີ

ກອງປະຊຸມທົບທວນບົດບັນທຶກສຳພັນເສດຖະກິດລະຫວ່າງພະແນກກະສິກຳ ແລະປ່າໄມ້, ພະແນກອຸດສາຫະກຳ ແລະການຄ້າ ນະຄອນຫຼວງວຽງຈັນ ແລະພະແນກກະສິກຳ ແລະປ່າໄມ້, ພະແນກອຸດສາຫະກຳ ແລະການຄ້າ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 17 ພຶດສະພາ 2023 ທີ່ແຂວງໄຊສົມບູນ.

ຊຶ່ງຈຸດກອງປະຊຸມຄັ້ງນີ້, ເພື່ອສົ່ງເສີມການຜະລິດຄື: ການປູກເຂົ້າ, ການປູກພືດ ໃນນັ້ນມີສາລີຫວານ, ປູກພືດຜັກ, ໝາກກ້ຽງ, ໝາກນັດ, ມັນສາຄູ ແລະມັນຕົ້ນ, ໄດ້ເປັນເຈົ້າການໃນການປະສານສົມທົບກັບບັນດາບໍລິສັດທີ່ໄດ້ເຊັນບົດບັນທຶກ ແລະເຊັນສັນຍາສຳປະທານພ້ອມທັງຈັດຕັ້ງປະຕິບັດ 3 ຈຸດປະສົງ ລວມມີ 6 ກິດຈະກຳຫຼັກຄື: ປູກຜັກສະອາດ,ປູກໝາກນັດ, ປູກໝາກອາໂວກາໂດ, ການລ້ຽງທອມງົວ, ການວາງແຜນນຳໃຊ້ທີ່ດິນກະສິກຳ ແລະການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງຂັ້ນແຂວງ ແລະເມືອງ, ລົງຊຸກຍູ້ຕິດຕາມ ແລະປະເມີນຄວາມຄືບໜ້າຂອງ ບໍລິສັດ ທຮູ ແຮັບປີ້ຟາມ ລາວ-ເກົາຫຼີ, ການສົ່ງເສີມການປູກພືດຜັກ, ສະບຽງອາຫານ ແລະການລ້ຽງສັດໃຫຍ່, ສົ່ງເສີມກິດຈະການ ການເຄື່ອນໄຫວບໍລິສັດ ທິບເກສອນ ໄຊສົມບູນ ຈຳກັດຜູ້ດຽວ ໃນການປູກຂີງດຳ, ພິກໄທ, ໝາກເຜັດ, ພືດຜັກອິນຊີ, ໄດ້ເພີ່ມທະວີລົງຊຸກຍູ້ດ້ານເຕັກນິກການປູກ-ການລ້ຽງ, ການຄຸ້ມຄອງ,ປົກປັກຮັກສາຊັບພະຍາກອນປ່າໄມ້,ຊົນລະປະທານ ແລະການຜະລິດແນວພັນເພື່ອສົ່ງເສີມແກ່ປະຊາຊົນພາຍໃນແຂວງໄຊສົມບູນ.