ໄອເອັມເອັຟ ຄາດເສດຖະກິດ ສປປ ລາວ 3 ເດືອນຕົ້ນປີ ມີທ່າຂະຫຍາຍຕົວດີຂຶ້ນເປັນກ້າວໆ.

ອີງຕາມການລາຍງານຂອງກອງທຶນການເງິນສາກົນ ໄອເອັມເອັຟ (IMF) ຄາດວ່າເສດຖະກິດໃນຂົງເຂດອາຊີ ຈະຫຍາຍຕົວສູງກວ່າຂົງເຂດອື່ນເນື່ອງຈາກການເປີດປະເທດຂອງ ສປ ຈີນ ຈະຊ່ວຍກະຕຸ້ນເສດຖະກິດຂອງຂົງເຂດນີ້ໂດຍສະເພາະປະເທດໃກ້ຄຽງລວມທັງ ສປປ ລາວ ເຮົານຳ.

ໃນເດືອນເມສາ 2023 IMF ໄດ້ລາຍງານຄືນການຕີລາຄາເສດຖະກິດໂລກປີ 2023 ອາດຈະຂະຫຍາຍຕົວຊ້າກວ່າປີທີ່ຜ່ານມາຈາກ 3,4%ໃນປີ 2022 ມາເປັນ 2,8%ໃນປີ 2023. ໂດຍສະເພາະບັນດາປະເທດມະຫາອຳນາດຍັງຈະສືບຕໍ່ໄດ້ຮັບຜົນກະທົບຂອງການຕໍ່ສູ້ກັບໄພເງິນເຟີ້ ເຊັ່ນ: ປະເທດສະຫາລັດອາເມລິກາ ຈະຂະຫຍາຍຕົວພຽງ 1,6% ໃນປີ 2023 (2022 ຢູ່ໃນລະດັບ 2,1%), ປະເທດ ເຢຍລະມັນ – 0,1% (ປີ 2022 ແມ່ນ 1,8%), ຝລັ່ງ 0,7% (ປີ 2022 ແມ່ນ 2,6%) ແລະ ປະເທດ ອັງກິດ -0,3% (ປີ 2022 ແມ່ນ 4%).

ໃນຂະນິທີ່ຂົງເຂດອື່ນໆໃນໂລກພວມພົບກັບສະພາບຖົດຖອຍທາງດ້ານເສດຖະກິດ, ບັນດາປະເທດໃນຂົງເຂດອາຊີ ພັດກຳລັງຢູ່ໃນໄລຍະຟື້ນຕົວໂດຍສະເພາະ ສປ ຈີນ ຄາດວ່າຈະຂະຫຍາຍຕົວໃນລະດັບ 5,2%(ປີ 2022 ແມ່ນ 3%), ຫວຽດນາມ, ໄທ ແລະ ມາເລເຊຍ ແມ່ນຄາດວ່າຈະດີຂຶ້ນ ເນື່ອງຈາກ ສປ ຈີນ ໄດ້ເປີດປະເທດ ຊຶ່ງຈະເພີ່ມອຸປະທານ (ຄວາມຕ້ອງການ) ໃນຕະຫຼາດສູງ, ສ້າງໃຫ້ການຊົມໃຊ້ເພີ່ມຂຶ້ນ ຄາດວ່າເສດຖະກິດຂະຫຍາຍຕົວ ໃນລະດັບ 5,7%, 3,4% ແລະ 4,5% ຕາມລຳດັບ.

ຊຶ່ງ ສປປ ລາວ ໄລຍະ 3 ເດືອນຕົ້ນປີ 2023 ເຫັນວ່າເສດຖະກິດຢູ່ໃນທ່າຟື້ນຕົວຫຼາຍຂະແໜງການ, ສາມາດຕີລາຄາທ່າອ່ຽງເສດຖະກິດຂອງ ສປປ ລາວ ໝົດປີ 2023 ຄາດວ່າຈະຂະຫຍາຍຕົວຢູ່ໃນລະດັບ 4,5% ໃນນັ້ນ: ຂະແໜງກະສິກຳ: ຄາດວ່າຈະຂະຫຍາຍຕົວ 3.4%; ຂະແໜງອຸດສາຫະກຳ: ຄາດວ່າຈະຂະຫຍາຍຕົວໃນລະດັບ 4.9% ໂດຍສະເພາະອຸດສາຫະກຳປຸງແຕ່ງຄາດວ່າຈະຂະຫຍາຍຕົວປະມານ 6%; ຂະແໜງບໍລິການ: ຈະຂະຫຍາຍຕົວ 4.8% ໃນນັ້ນຂະແໜງການຂົນສົ່ງ ແລະ ສາງ, ການບໍລິການທີ່ພັກອາໄສ ແລະຮ້ານອາຫານ, ແລະ ຂາຍຍົກ-ຂາຍຍ່ອຍ ຈະເປັນຕົວຂັບເຄື່ອນ ໃນລະດັບ 17.8%, 17.2%, ແລະ 4.1% ຕາມລຳດັບ.

ທີ່ມາ: ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ.
ສາມາດເບິ່ງລາຍລະອຽດໄດ້ທີ່ www.lsb.gov.la