ລີສອດ ນໍ້າສາມສາຍ ເມືອງເຟືອງ ເໝາະສົມການຜັກຜ່ອນ

ປະຈຸບັນອາກາດບ້ານເຮົາແມ່ນຮ້ອນອົບເອົ້າເຮັດໃຫ້ຫຼາຍຄົນອິດເມື່ອຍນຳວຽກງານແລ້ວຍັງມາງຸດງິດນຳສະພາບອາກາດຕື່ມອີກ. ມື້ນີ້ຄໍລຳທ່ອງທ່ຽວພວກເຮົາຂໍແນະນຳໜຶ່ງສະຖານທີ່ທ່ອງທ່ຽວເໝາະກັບການຜັກຜ່ອນສຸດໆຄືລີສອດນໍ້າສາມສາຍ ເມືອງເຟືອງ ບັນຍາກາດໂຄດໆດີເລີຍລະໂດຍສະເພາະສາຍນໍ້າເຢັນໆບວກກັບຕົ້ນໄມ້ໃຫຍ່ຕາມແມ່ນໍ້ານອກນີ້ຍັງສຳພັດເຖິງທຳມະຊາດບໍ່ວ່າຈະເປັນສ່ຽງສັດປ່ານາໆພັນຫຼາຍຊະນິດບອກເລີຍທ່ານຮອດຈຸດນີ້ຄວາມອິດເມື່ອຍຈະໝົດໄປແນ່ນອນ.

ເມືອງເຟືອງ ຫຼາຍຄົນເຄີຍຮູ້ກັນດີປະຈຸບັນກຳລັງເປັນທີ່ນິຍົມແຂກພາຍໃນ ແລະຕ່າງປະເທດເປັນເມືອງອຸດສາຫະກໍາທ່ອງທ່ຽວແມ່ນພົ້ນເດັ່ນບໍ່ໜ້ອຍກວ່າຂະແໜງການຜະລິດກະສິກໍາ ແລະຈະກາຍເປັນເມືອງທ່ອງທ່ຽວອັນດັບຕົ້ນໆຂອງແຂວງວຽງຈັນເຊັ່ນກັນ,ດັ່ງທີ່ຮູ້ຜ່ານມາແຫຼ່ງທ່ອງທ່ຽວເມືອງວັງວຽງເປັນອັນດັບໜຶ່ງຕະຫຼອດ ແຕ່ປັດຈຸບັນນີ້ແຫຼ່ງທ່ອງທ່ຽວເມືອງເຟືອງພວມຈະຄັດເລືອກ ແລະ ຈັດອັນດັບພາຍໃນຕົວມັນເອງວ່າຖ້ານັກທ່ອງທ່ຽວຕ້ອງການມານອນເຮືອນແພແຮມຄືນຕາມສາຍນໍ້າລີກທີ່ຫງຽບສະຫງົບ,ຕອນເຊົ້າໃສ່ບາດ,ຂີ່ເຮືອລອງຕາມສາຍນໍ້າ,ມີຄົນຂັບເຮືອມາເລາະຂາຍເຄື່ອງໃຫ້ນັກທ່ອງທ່ຽວຕາມເຮືອນແພ,ວິຖີຊີວິດຂອງຄົນທ້ອງຖິ່ນ,ໄປເບິ່ງຜາທໍ່ໜໍ່ຄໍາ ແລະອື່ນໆນັ້ນພວກເຂົາເຈົ້າຂ້ອຍອາດເລືອກເມືອງເຟືອງກໍເປັນໄດ້.

ລີສອດ ນໍ້າສາມສາຍ ເພິ່ນມີບໍລິການທີ່ພັກເປັນເຮືອເທິງບົກ,ມີຫ້ອງນ້າໃນຕົວເປັນຫ້ອງແອພັດລົມ ແລະມີອາຫານເຊົ້າຟຮີພິເສດຍັງມີກິດຈະກຳໃສ່ບາດຍາມເຊົ້າ,ຂີ່ເຮືອລອງຕາມສາຍນໍ້າ,ມີຄົນຂັບເຮືອມາເລາະຂາຍເຄື່ອງໃຫ້ນັກທ່ອງທ່ຽວຕາມເຮືອນແພ, ວິຖີຊີວິດຂອງຄົນທ້ອງຖິ່ນ, ໄປເບິ່ງຜາທໍ່ໜໍ່ຄໍາ ແລະ ອື່ນໆ ນັ້ນພວກເຂົາເຈົ້າຂ້ອຍອາດເລືອກເມືອງເຟືອງກໍເປັນໄດ້. ສະຖານທີ່ຕັ້ງຢູ່ເມືອງເຟືອງ ແຂວງວຽງຈັນ ທ່ານໃດສົນໃຈສາມາດຕິດຕໍ່ພົວພັນ ສອບຖາມໄດ້ທີ່ເບີ 020 22088883 ຫຼື 54273888.