ເຈົ້າແຂວງເຊກອງ ເນັ້ນພະແນກສາທາລະນະສຸກ ພັດທະນາການບໍລິການສຸຂະພາບ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນໂອກາດເຂົ້າຮ່ວມກອງປະຊຸມກາງສະໄໝ ຄັ້ງທີ I ຂອງຄະນະພັກຮາກຖານພະແນກສາທາລະນະສຸກແຂວງເຊກອງ ໃນວັນທີ 25 ພຶດສະພາ 2023 ຜ່ານມາ, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ,ເຈົ້າແຂວງເຊກອງໄດ້ໃຫ້ທິດຊີ້ນໍາຄະນະພັກ, ຄະນະນໍາພະແນກສາທາລະນະສຸກແຂວງໂດຍເນັ້ນໃຫ້ສືບຕໍ່ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ຍຶດໝັ້ນ ແລະປະຕິບັດຫລັກການລວມສູນປະຊາທິປະໄຕຂອງພັກ, ບໍາລຸງສ້າງພະນັກງານໃຫ້ມີຄວາມຮູ້ຄວາມສາມາດ, ຂະຫຍາຍຕາໜ່າງການບໍລິການດ້ານສາທາລະນະສຸກລົງສູ່ຮາກຖານເພື່ອຕອບສະໜອງການບໍລິການຮັກສຸຂະພາບ ປະຊາຊົນຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ແລະ ສະເໝີພາບຕີຖອຍບັນຫາປະກົດການຫຍໍ້ທໍ້, ຫາງສຽງການຈົ່ມວ່າຂອງສັງຄົມຕໍ່ພະນັກງານແພດ-ໝໍໃຫ້ຫລຸດລົງ.
 
ພ້ອມນີ້, ໃຫ້ຄະນະພັກ-ຄະນະນໍາສືບຕໍ່ ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ຂໍ້ກໍານົດ ແລະກົດໝາຍຂອງລັດ;ສືບຕໍ່ປັບປຸງການຈັດຕັ້ງ, ກໍ່ສ້າງໜ່ວຍພັກໃຫ້ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະແບບແຜນການນໍາພາ; ກໍ່ສ້າງພະນັກງານໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະມີຄວາມຮູ້ຄວາມສາມາດ; ຕິດຕາມ, ກວດກາການປະຕິບັດໜ້າທີ່ວຽກງານຂອງພະນັກງານ, ຊຸກຍູ້ສົ່ງເສີມ, ຍ້ອງຍໍສັນລະເສີນ ແລະປະຕິບັດນະໂຍບາຍອື່ນໆຢ່າງເໝາະສົມຕໍ່ພະນັກງານຜູ້ເຮັດແທ້ທໍາຈິງ; ສ້າງເງື່ອນໄຂໃຫ້ອົງການຈັດຕັ້ງມະຫາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໄດ້ເຄື່ອນໄຫວເປັນເສນາທິການໃຫ້ຄະນະພັກຢ່າງແຂງແຮງ ແລະນໍາພາປະຕິບັດວຽກງານວິຊາສະເພາະຕາມ 8 ແຜນງານໃຫຍ່ 49 ແຜນງານຍ່ອຍ 133 ໂຄງການບຸລິມະສິດ ແລະຄາດໝາຍ 11 ຕົວຊີ້ບອກ ໂດຍສະເພາະບັນດາຕົວຊີ້ບອກທີ່ບໍ່ທັນບັນລຸໃຫ້ບັນລຸໂດຍໄວ ແຕ່ນີ້ຮອດປີ 2025.
 
ສະຫາຍເລຂາພັກແຂວງຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ສະມາຊິກພັກກໍຄືພະນັກງານ-ລັດຖະກອນ ພະແນກສາທາລະນະສຸກແຂວງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ພ້ອມກັນຄົ້ນຄວ້າຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ, ແຜນພັດທະນາວຽກງານສາທາລະນະສຸກໃຫ້ເປັນແຜນລະອຽດ, ແທດເໜາະກັບຕົວຈິງເພື່ອເຮັດໃຫ້ການເຄື່ອນໄຫວວຽກງານແຕ່ນີ້ຮອດປີ 2025 ມີຜົນສໍາເລັດໃໝ່ທີ່ດີມີປະສິດທິພາບ ແລະປະສິດທິຜົນ.