ບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ມອບນໍ້າດື່ມທີມບານເຕະຊາວໜຸ່ມສະຖາບັນການເງິນດົງຄຳຊ້າງ

ບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ມອບນໍ້າດື່ມສະໜັບສະໜູນທີມບານເຕະຊາວໜຸ່ມສະຖາບັນການເງິນ-ການບັນຊີ (ດົງຄຳຊ້າງ) ຈຳນວນ 30 ແພັກ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນເຕະບານລາຍການພິເສດ 5 ສະຖາບັນ ທີ່ຈະຈັດຂຶ້ນ ເພື່ອສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດໃນມໍ່ໆນີ້.​

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນແລງມື້ນີ້ ວັນທີ 25 ພຶດສະພາ ທີ່ຖາບັນດັ່ງກ່າວເຂດດົງຄຳຊ້າງ ເປັນການກ່າວມອບໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ທັງເປັນປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ແລະຮັບແມ່ນທ່ານ ແກມຈັນ ບຸນເຕີມ ຮອງຫົວໜ້າສະຖາບັນການເງິນ-ການບັນຊີ ມີທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວທັງເປັນປະທານສະໂມສອນ ເອັນແອນເອັນ ເອັບຊີ ພ້ອມດ້ວຍບັນດາສະມາຊິກທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.​

ຫຼັງຈາກພິທີມອບ-ຮັບສຳເລັດລົງ ໃນບັນຍາກາດດັ່ງກ່າວໄດ້ມີການແຂ່ງຂັນເຕະບານນັດອຸ່ນເຄື່ອງ ລະຫວ່າງ ທີມຊາວໜຸ່ມ ສະຖາບັນການເງິນ-ການບັນຊີ ພົບກັບ ສະໂມສອນ ເອັນແອນເອັນ ເອັບຊີ ປະກົດວ່າທັງສອງທີມບໍ່ສາມາດເອົາຊະນະກັນໄດ້ສະເໝີກັນໄປແບບສຸດມ່ວນ 4-4 ​ປະຕູ.