ຍທຂ ໄຊສົມບູນ ສຳເລັດຝຶກອົບຮົມນໍາໃຊ້ 2 ໂປຣແກຣມ ພັດທະນາເສັ້ນທາງ

ພະແນກໂຍທາທິການ ແລະຂົນສົ່ງແຂວງໄຊສົມບູນ ຈັດພິທີປິດຊຸດຝຶກອົບຮົມການນໍາໃຊ້ໂປຣແກຣມ PRro MMS ເກັບກໍາຕາໜ່າງເສັ້ນທາງທ້ອງຖິ່ນ ແລະ ການນໍາໃຊ້ໂປຣແກຣມ QGIS ໃນການແຕ້ມແຜນທີ່ເສັ້ນທາງຫຼວງທ້ອງຖິ່ນໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2023 ນີ້ ຢູ່ທີ່ຫ້ອງປະຊຸມຂອງຕົນໂດຍການເປັນປະທານຂອງທ່ານ ຄໍາພຸດ ແກ້ວວົງພອນ, ຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງພ້ອມດ້ວຍວິທະຍາກອນຈາກກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະສໍາມະນາກອນຈາກຫ້ອງການໂຍທາທິການ ແລະ ຂົນສົ່ງ 5 ເມືອງ ຕະຫຼອດຮອດສໍາມະນາກອນພາຍໃນພະແນກເຂົ້າຮ່ວມ.

ໂອກາດນີ້ວິທະຍາກອນ ທີ່ມາຈາກກົມຂົວທາງ, ກະຊວງໂຍທາທິການ ແລະຂົນສົ່ງໄດ້ຂຶ້ນລາຍງານກ່ຽວກັບການຝຶກອົບຮົມໃນຄັ້ງນີ້ເຊິ່ງຕະຫຼອດໄລຍະ 5 ວັນ ສຳມະນາກອນ ໄດ້ຮຽນຮູ້ ກ່ຽວກັບການເກັບຂໍ້ມູນການຕິດຕັ້ງໂປຼແກຣມ PRoMMS ແລະ ໂປຼແກຣມ QGIS, ການປະເມີນລະດັບຄວາມເສຍຫາຍຂອງເສັ້ນທາງ ແລະການຄິດໄລ່ MCI, ການຕິດຕັ້ງໂປຼຣແກຣມ PRoMMS ແລະ ໂປຼແກຣມ QGIS, ການນໍາຂໍ້ມູນເຂົ້າໂປຼແກຣມ PRoMMS ແລະ ການນໍາອອກຂໍ້ມູນເປັນຂໍ້ມູນສະຖິຕິ, ການນໍາຂໍ້ມູນອອກຈາກໂປຼແກຣມ PRoMMS ເພື່ອສ້າງເປັນຖານຂໍ້ມູນແຜນທີ່ດ້ວຍໂປຼແກຣມ QGIS, ຂັ້ນຕອນການຕິດຕັ້ງ ແລະ ການນໍາໃຊ້ ເຄື່ອງມືເສີມໃນໂປຼແກຣມ QGIS ແລະ ຂັ້ນຕອນຕ່າງໆ ໃນການຕົບແຕ່ງຊັ້ນຂໍ້ມູນ ແລະຕົບແຕ່ງກ່ອນການພິມເຊິ່ງໃນນີ້ສາມາດຕີລາຄາຄວາມຮູ້ຂອງສໍາມະນາກອນທີ່ຜ່ານການຝຶກອົບຮົມ ແມ່ນມີຄວາມຮັບຮູ້ເຂົ້າໃຈຢູ່ໃນລະດັບ 72,12% ເຫັນວ່າມີຄວາມເຂົ້າໃຈເພີ່ມຂຶ້ນພໍສົມຄວນ. ຈາກນັ້ນໄດ້ມີພິທີມອບໃບຢັ້ງຢືນໃຫ້ສໍາມະນາກອນ ທີ່ຜ່ານການຝຶກອົບຮົມໃນຄັ້ງນີ້ຢ່າງເປັນທາງການໂດຍການມອບຂອງທ່ານ ຄໍາພຸດ ແກ້ວວົງພອນ, ຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ.

ໃນໂອກາດທີ່ມີຄວາມສໍາຄັນນີ້ທ່ານ ຄໍາພຸດ ແກ້ວວົງພອນ, ໄດ້ມີຄຳເຫັນຕໍ່ພິທີເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງວິທະຍາກອນຈາກກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ເສຍສະຫຼະເວລາຂອງຕົນ ເຂົ້າໃນການສຸມສະຕິປັນຍາຖ່າຍທອດຄວາມຮູ້-ຄວາມສາມາດ ໃຫ້ແກ່ສໍາມະນາກອນຂອງພວກເຮົາ ກໍຄືພະນັກງານພາຍໃນພະແນກ ແລະຫ້ອງການໂຍທາທິການ ແລະຂົນສົ່ງ ທັງ 5 ເມືອງ ໄດ້ມີຄວາມຮູ້-ຄວາມສາມາດກ່ຽວກັບການນໍາໃຊ້ໂປຼແກຣມດັ່ງກ່າວໂດຍພຶ້ນຖານພ້ອມນີ້ທ່ານໄດ້ເນັ້ນໜັກໃຫ້ສໍາມະນາກອນແຕ່ລະທ່ານຈົ່ງນໍາເອົາບົດຮຽນດັ່ງກ່າວໄປໜູນໃຊ້ຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງຕົນໃຫ້ເກີດປະໂຫຍດສູງສຸດ.