ໂຮງຮຽນຊະນະພົນ ຮັບຮອງ ຄຊປປລ ຮາກຖານເປັນຄະນະຊາວໜຸ່ມ 4 ບຸກ ມອບໃບຢັ້ງຢືນ 3ດີ4ຮູ້

ວັນທີ 26 ພຶດສະພາ 2023 ທີ່ໂຮງຮຽນລ້ຽງເດັດອະນຸບານປະຖົມແລະມັດທະຍົມສົມບູນຊະນະພົນ ໄດ້ມີພີທີຮັບຮອງ ຄຊປປລ ຮາກຖານໂຮງຮຽນຊະນະພົນເປັນຄະນະຊາວໜຸ່ມ 4ບຸກ ປະຈຳປີ 2022 ປີ ແລະ ມອບໃບຢັ້ງຢືນ 3ດີ4ຮູ້ ເຊິ່ງມີຜົນສຳເລັດໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຂອງເຊົາວະຊົນທັນວາ ໂຮງຮຽນຊະນະພົນໂດຍເປັນປະທານແມ່ນທ່ານ ນາງສີສຸດາ ເພັງພົງສະຫວັດ ຄະນະພັກເມືອງເລຂາຊາວໜຸ່ມເມືອງເມືອງສີໂຄດຕະບອງຜູ້ເຂົ້າຮ່ວມ 115 ສະຫາຍ ຍິງ 52 ສະຫາຍ ມອບໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມນັກຮຽນ 93 ສະຫາຍຍີງ 43 ສະຫາຍ.

ໂອກາດດັ່ງກ່າວທ່ານນາງ ຫຼ້າສຸດໃຈ ສີສະຫວັດ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັ້ນ 4 ບຸກ ປະຈຳປີ 2022 ແລະ ຜ່ານແຜນການປີ 2023 ແລະ ທ່ານນາງ ສີສຸດາ ເພັງພົງສະຫວັດ ມີຄຳເຫັນແລະເລົ່າມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ.

ຜ່ານການພັດທະນາໂຮງຮຽນຊະນະພົນ ເປັນລະບົບຕໍ່ເນື່ອງໃຕ້ການຊີ້ນຳຂອງພະແນກສຶກສາທິການ ແລະກິລາ ນະຄອນຫຼວງວຽງຈັນ ແລະຫ້ອງການສຶກສາທິການ ແລະກິລາ ເມືອງສີໂຄດຕະບອງ ຈຶ່ງເຮັດໃຫ້ໂຮງຮຽນຊະນະພົນ ໄດ້ຖືກຮັບຮອງໃນໂຄງການຕ່າງໆ ເປັນຕົ້ນແມ່ນໂຮງຮຽນປອດສິ່ງເສບຕິດ, ໂຮງຮຽນຂຽວສະອາດ ແລະມີຄຸນນະພາບດີ, ໂຮງຮຽນນິເວດອາຊຽນ ແລະ ໂຮງຮຽນຕົວແບບຄຸນນະພາບ ຊັ້ນປະຖົມ-ມັດທະຍົມສົມບູນ. ນອກຈາກນີ້, ທາງໂຮງຮຽນຍັງໄດ້ຮັບໃບຍ້ອງຍໍຂັ້ນລັດຖະບານ, ຂັ້ນນະຄອນຫຼວງວຽງຈັນ, ຂັ້ນເມືອງ, ຂັ້ນສະມາຄົມການສຶກສາພາກເອກະຊົນ, ສູນກາງຊາວໜຸ່ມ ແລະວິທະຍາໄລ ລວມ 63 ໃບ.

ສໍາລັບໂຮງຮຽນຊະນະພົນ ແມ່ນໂຮງຮຽນເອກະຊົນແຫ່ງໜຶ່ງທີ່ຕັ້ງຢູ່ບ້ານໂພສີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 15.443 ຕາແມັດ, ເປີດການຮຽນການສອນມາແຕ່ວັນທີ 1 ມີນາ 2007 ເປັນຕົ້ນມາ, ເບື້ອງຕົ້ນມີພຽງຊັ້ນອະນຸບານປັດຈຸບັນມີຊັ້ນຮຽນນັບແຕ່ລ້ຽງເດັກ-ອະນຸບານ ຈົນຮອດມັດທະຍົມຕອນປາຍ, ມີອາຄານຮຽນທັງໝົດ 8 ຫຼັງ, 1 ສະໂມສອນ, ມີຫ້ອງທັງໝົດ 61 ຫ້ອງ ແລະ ໃຊ້ເປັນຫ້ອງຮຽນ 41 ຫ້ອງ, ຫ້ອງກິດຈະກຳອື່ນໆ 12 ຫ້ອງ ເຊັ່ນ: ຫ້ອງຄອມພິວເຕີ, ຫ້ອງຮຽນພາສາຕ່າງປະເທດ, ຫ້ອງສະໝຸດ 3 ຫ້ອງ (ຢູ່ 3ຊັ້ນຮຽນ), ຫ້ອງຄະນິດສາດ/ຟີຊິກ, ຫ້ອງເຄມີ/ຊີວະ, ຫ້ອງສິລະປະ, ຫ້ອງມູນເຊື້ອ, ຫ້ອງພື້ນຖານວິຊາຊີບ, ຫ້ອງປະຊຸມ, ຫ້ອງປະຖົມພະຍາບານ, ມີຫ້ອງການທັງໝົດ 5 ຫ້ອງ ຄື: ຫ້ອງການຜູ້ບໍລິຫານ, ຫ້ອງການ.

ອະນຸບານ, ປະຖົມ, ມັດທະຍົມ, ຫ້ອງການຄູສອນພາສາອັງກິດ, ມີຄູ-ພະນັກງານທັງໝົດ 93 ທ່ານ, ຍິງ 82 ທ່ານ, ມີນັກຮຽນທັງໝົດ 1.259 ຄົນ, ຍິງ 606 ຄົນ.

ຂ່າວ: ບຸນນິກ ມະນີ